ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງເສນາທິການ ທະຫານແຂວງຫຼວງພະບາງ ສ້າງຂະຂວນການອອກແຮງງານລວມ
ເວລາອອກຂ່າວ: 2021-11-29 10:31:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 507 | ຄວາມນິຍົມ:



ໃນວັນທີ 26 ພະຈິກ 2021 ນີ້, ພະນັກງານ-ນັກຮົບ ຫ້ອງເສ ນາທິການທະຫານແຂວງຫຼວງ ພະບາງ ໄດ້ສ້າງຂະບວນການ ອອກແຮງງານລວມຢູ່ໃນກົມ ກອງ, ໂດຍພາຍໃຕ້ການຊີ້ນໍາ-ຂອງຄະນະພັກ-ຄະນະບັນຊາແຕ່ ລະພະແນກການ. ການອອກແຮງ ງານໃນຄັ້ງນີ້ໄດ້ຖາງຫຍ້າປັດ ກວາດຂີ້ເຫຍື້ອ, ອະນາໄມຮ່ອງ ນໍ້າບ່ອນທີ່ຫົກເຮື້ອລຽບຕາມ ແຄມທາງຕໍ່ໜ້າປະຕູໂຂງເຂົ້າ ຄ້າຍເພື່ອໃຫ້ມີຄວາມສະອາດ ງາມຕາເປັນລະບຽບຮຽບຮ້ອຍ. ທັ້ງນີ້ ເພື່ອເປັນການປົກປັກ ຮັກສາ ແລະ ສ້າງສາພັດກົມກອງ ສະຖານທີ່ຄ້າຍຄູຂອບເຂດຮັບຜິດ ຊອບໃຫ້ມີຄວາມງົດງາມ, ເປັນ ການທໍາລາຍແຫຼ່ງເພາະພັນ ຂອງຍຸງລາຍທີ່ເປັນພາຫະນໍາ ເຊື້ອພະຍາດໄຂ້ຍຸງລາຍ ແຜ່ລະ ບາດຕາມລະດູການ, ເພື່ອສ້າງ ຂະບວນການຂໍ່ານັບຮັບຕ້ອນວັນ ສໍາຄັນຕ່າງໆຂອງຊາດ, ຂອງ ພັກ, ຂອງກອງທັບ ເວົ້າສະເພາະ ແມ່ນວັນສະຖາປະນາສາທາລະ ນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົບຮອບ 46 ປີ ( 2 ທັນວາ 1975-2 ທັນວາ 2021), ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ແລະ ວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ທີ່ຈະມາເຖິງໃຫ້ເຕັມໄປດ້ວຍຄວາມໝາຍສໍາຄັນ ແລະ ມີບັນ ຍາກາດຟົດຟື້ນຍູ້ແຮງຂະບວນ ການ ລວມຂອງກົມກອງໃຫ້ແຂງ ແຮງ. ໂດຍ: ໄຊຍະສອນ ລັດຕະນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ