ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ອິນໂດເນເຊຍ ມອບເຄື່ອງຮັບໃຊ້ທາງການແພດໃຫ້ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2021-11-29 10:32:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 490 | ຄວາມນິຍົມ:



ໃນວັນທີ 24 ພະຈິກ 2021 ນີ້, ທູດຝ່າຍປ້ອງກັນຊາດ ສ ອິນ ໂດເນເຊຍ ໄດ້ມອບເຄື່ອງຮັບ ໃຊ້ທາງການແພດໃຫ້ໂຮງໝໍ ສູນກາງ 103 ກອງທັບ. ເຄື່ອງ ທີ່ນຳມາມອບໃຫ້ໃນຄັ້ງນີ້ແມ່ນ ຊຸດ ພີພີອີ (PPE) ຈໍານວນ 115 ຊຸດ ລວມມູນຄ່າທັງໝົດ 5.500.000 ກີບ ເພື່ອນຳໃຊ້ເຂົ້າ ໃນວຽກງານປິ່ນປົວ ແລະ ສະກັດ ກັ້ນການແຜ່ລະບາດຂອງພະ ຍາດ ໂຄວິດ-19, ກ່າວມອບໂດຍ ທ່ານ ພັນເອກ ຣໍຣີ ຊິໂຕຣຸດ ຕາງ ໜ້າຫ້ອງວ່າການ ກະຊວງປ້ອງ ກັນປະເທດ ສາທາລະນະລັດ ອິນໂດເນເຊຍ ພ້ອມຄະນະ ແລະ ກ່າວຮັບໂດຍ ທ່ານ ພັນໂທ ດຣ ນາງ ຄອນວິໄລ ຂີນທະວົງ ຮອງອຳນວຍການໂຮງໝໍສູນ ກາງ 103 ກອງທັບ ພ້ອມຄະນະ. ໂອກາດນີ້, ທ່ານ ພັນໂທ ດຣ ນາງ ຄອນວິໄລ ຂີນທະວົງ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງທ່ານ ພັນເອກ ຣໍຣີ ຊິໂຕຣຸດ ພ້ອມດ້ວຍຄະນະ ກໍຄື ຫ້ອງວ່າ ການກະຊວງປ້ອງ ກັນປະເທດ ສາທາລະນະລັດ ອິນໂດເນເຊຍ ທີ່ໄດ້ແບ່ງປັນນ້ຳໃຈຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງໄດ້ສະແດງເຖິງຄວາມສາມັກ ຄີຮັກແພງລະຫວ່າງກອງທັບ ລາວ-ອິນໂດເນເຊຍ ເພື່ອເປັນກຳ ລັງໃຈໃຫ້ແກ່ພະນັກງານແພດ ໝໍທີ່ກຳລັງເຮັດໜ້າທີ່ໃນເວລາ ນີ້, ພ້ອມນີ້ ຍັງໄດ້ມອບໃບຍ້ອງ ຍໍໃຫ້ຄະນະທູດຝ່າຍປ້ອງກັນ ຊາດ ສ ອິນໂດເນເຊຍ ອີກດ້ວຍ. ໂດຍ: ອະນຸສັກ ພົມໄຊຍະສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ