ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍທະຫານຊາຍແດນ 316 ໄດ້ຮັບເຄື່ອງຊ່ວຍເຫຼືອ ແລະ ແລກປ່ຽນວຽກງານກັບຄະນະທະຫານແຂວງກວາງບິ່ງ
ເວລາອອກຂ່າວ: 2021-11-29 10:40:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



ວັນທີ 22 ພະຈິກ 2021 ນີ້, ກອງຮ້ອຍທະຫານຊາຍແດນ 316 ທະຫານແຂວງຄຳມ່ວນ ສປປ ລາວ,ໄດ້ຮັບເຄື່ອງຊ່ວຍເຫຼືອ ເຄື່ອງໃຊ້ຫ້ອງການຈາກກອງບັນ ຊາການທະຫານຊາຍແດນແຂວງ ກວາງບິ່ງ ສສ ຫວຽດນາມ, ພິທີ ມອບ-ຮັບ ໄດ້ຈັດຂຶ້ນທີ່ຫຼັກໝາຍ ຊາຍແດນ 543 ໂດຍການກ່າວ ມອບຂອງ ສະຫາຍ ພັນເອກ ຈິງ ແທັງ ບິ່ງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍ ແດນແຂວງກວາງບິ່ງ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ແລະ ກ່າວຮັບຂອງສະຫາຍ ພັນເອກ ຄຳພາ ຕາງຊາຢຸດ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງຄຳມ່ວນ ພ້ອມດ້ວຍ ຄະນະ, ເຊິ່ງເຄື່ອງທີ່ນຳມາມອບ ໃນຄັ້ງນີ້ປະກອບມີ : ໂຕະໃສ່ຫ້ອງ ປະຊຸມ 16 ໜ່ວຍ, ຕັ້ງ 67 ໜ່ວຍ, ໂຕະປະທານ 1 ໜ່ວຍ, ບັງອາຍ 1 ໜ່ວຍ,ໂຕະຄອມພິວເຕີ 1 ໜ່ວຍ, ຊັ້ນວາງໂທລະພາບ 1 ໜ່ວຍ, ໂທ ລະພາບ 1 ໜ່ວຍ, ຄອມພິວເຕີ 1 ໜ່ວຍ ລວມມູນຄ່າທັງໝົດ 200 ລ້ານດົ່ງ. ໂອກາດດັ່ງກ່າວ ສະຫາຍ ພັນເອກ ຄຳພາ ຕາງຊາຢຸດໄດ້ຕາງ ໜ້າໃຫ້ພະນັກງານ-ນັກຮົບ ກອງ ຮ້ອຍ 316 ທະຫານແຂວງຄຳ ມ່ວນ ກ່າວສະແດງຄວາມຂອບ ໃຈມາຍັງຄະນະພັກ-ຄະນະບັນ ຊາຕະຫຼອດຮອດອຳນາດການ ປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະ ຊາຊົນ ເພື່ອນມິດຫວຽດນາມເວົ້າ ລວມ ເວົ້າສະເພາະກອງບັນຊາ ການທະຫານຊາຍແດນແຂວງ ກວາງບິ່ງ ທີ່ຍາມໃດກໍມີຄວາມ ເປັນຫ່ວງເປັນໃຍໃຫ້ຄວາມສຳ ຄັນຕໍ່ກັບກຳລັງປະກອບອາວຸດ, ບົນຟື້ນຖານເສີມຂະຫຍາຍສາຍ ພົວພັນຮ່ວມມືຮອບດ້ານຄວາມ ສາມັກຄີແບບພິເສດລະຫວ່າງ ສອງພັກ - ສອງລັດ, ສອງກອງ ທັບ ໃຫ້ນັບມື້ໝັ້ນຄົງທະນົງແກ່ນ ເພີ່ມພູນຄູນສ້າງໄດ້ງອກງາມ ຍິ່ງໆຂຶ້ນ. ໃນໂອກາດດຽວກັນຄະນະຜູ້ແທນທັງສອງຝ່າຍຍັງໄດ້ລາຍ ງານສະພາບການໂດຍຫຍໍ້ໃຫ້ກັນ ແລະ ກັນຊາບ ໂດຍສະເພາະແມ່ນ ການລະບາດຂອງພະຍາດໂຄ ວິດ- 19 ທີ່ຍັງຜັນແປຢ່າງສັບສົນ ແລະ ແຜ່ລາມເປັນວົງກ້ວາງໃນ ທົ່ວໂລກ ແລະ ພາກຟື້ນ ເວົ້າລວມ ເວົ້າສະເພາະ ກໍຄືສອງປະເທດ ລາວ-ຫວຽດນາມ ໃນສອງແຂວງ ຄຳມ່ວນກວາງບິ່ງ ໄດ້ຮັບຜົນກະ ທົບໂດຍກົງຕໍ່ກັບພະຍາດດັ່ງ ກ່າວ, ມາຮອດປັດຈຸບັນເຫັນວ່າ ປະຊາຊົນບັນດາເຜົ່າໃນທົ່ວ ແຂວງໄດ້ເຂົ້າໃຈ ແລະ ຮັບຮູ້ເຖິງ ການດຳລົງຊີວິດ ປົກກະຕິແບບ ໃໝ່ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການແກ້ໄຂດີຂຶ້ນ ເທື່ອລະກ້າວພິເສດແມ່ນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ສາມາດປະຕິບັດໄດ້ຕາມ ແຜນການບົນຟື້ນຖານຄວາມຮັບ ຜິດຊອບສູງແລະຄວາມເປັນເຈົ້າ ການຮ່ວມກັນເຖິງວ່າຈະມີການ ແຜ່ລະບາດຂອງພະຍາດໂຄວິດ- 19 ທີ່ເປັນອຸປະສັກເຮັດໃຫ້ຄະ ນະຜູ້ແທນທັງສອງຝ່າຍໄດ້ແລກ ປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຄືດັ່ງຊຸມປີຜ່ານມາແຕ່ເຖິງຢ່າງ ໃດກໍຕາມສອງກອງບັນຊາການ ກໍໄດ້ຈັດຕັ້ງຜັນຂະຫຍາຍທິດທາງ ແຜນການຮ່ວມມືຕາມເນື້ອໃນ ບົດບັນທຶກທີ່ໄດ້ຮ່ວມລົງນາມກັນ ເປັນແຕ່ລະໄລຍະຢ່າງເປັນປົກ ກະຕິເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດໃຫ້ປະຊາຊົນ ຢູ່ບໍລິເວນຊາຍແດນຂອງສອງ ແຂວງຍົກສູງຄວາມຮັບຮູ້ເຂົ້າ ໃຈກ່ຽວກັບມູນເຊື້ອສາຍພົວພັນ ອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ຮ່ວມມືຮອບດ້ານຂອງ ຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ສອງແຂວງຄຳ ມ່ວນ-ກວາງບິ່ງ ປຸກລະດົມປະຊາ ຊົນປະຕິບັດຕາມສົນທິສັນຍາວ່າ ດ້ວຍລະບຽບການຊາຍແດນ, ອະນຸສັນຍາວ່າດ້ວຍເສັ້ນຊາຍ ແດນແຫ່ງຊາດແລະບັນດາບົດ ບັນທຶກຕ່າງໆ ທີ່ລັດຖະບານລະຫວ່າງສອງປະເທດໄດ້ຮ່ວມລົງນາມກັນ, ເອົາໃຈໃສ່ຈັດຕັ້ງປະຕິບັດການເຄື່ອນໄຫວລາດຕະເວນຮ່ວມກັນກວດກາຫຼັກໝາຍຊາຍ ແດນ ແລະ ເສັ້ນຊາຍແດນໃຫ້ເປັນ ປົກກະຕິເປັນເສນາທິການໃຫ້ແກ່ ອົງຄະນະພັກ, ອຳນາດການປົກ ຄອງທ້ອງຖິ່ນ ໃນວຽກງານ ການ ຄຸ້ມຄອງປ້ອງກັນຊາຍແດນ, ກວດກາ ຟື້ນທີ່ຊາຍແດນຂອບ ເຂດຮັບຜິດຊອບ, ພ້ອມກັນແລກ ປ່ຽນຖອດຖອນບົດຮຽນໃນການ ຕິດຕາມກວດກາສະກັດກັ້ນການ ເຄື່ອນໄຫວທຸກຮູບແບບທີ່ລະເມີດ ຕໍ່ລະບຽບກົດໝາຍໃຫ້ທັນເວລາ ແລະ ມີປະສິດທິຜົນສູງ. ໂດຍ: ເກດມະນີ ສຸວັນນະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ