ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນປັດໃຈ ປະກາດການແຕ່ງຕັ້ງ ຂັ້ນບັນຊາກອງພັນ-ກອງຮ້ອຍ
ເວລາອອກຂ່າວ: 2021-11-29 10:42:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:



ວັນທີ 25 ພະຈິກ 2021 ນີ້, ຢູ່ທີ່ກອງພັນປັດໃຈ ໄດ້ມີພິທີ ປະກາດການແຕ່ງຕັ້ງຂັ້ນບັນຊາ ກອງພັນ-ກອງຮ້ອຍຂອງກອງ ພັນປັດໃຈທະຫານແຂວງຊຽງ ຂວາງ ໂດຍການເປັນກຽດເຂົ້າ ຮ່ວມຂອງ ສະຫາຍ ພົນຈັດຕະ ວາ ຂັນທອງ ວົງອຳຄາ ຫົວໜ້າ ການເມືອງກອງບັນຊາການທະຫານແຂວງ, ມີ ສະຫາຍ ພັນໂທ ແສງດາວ ສີວຽງໄຊ ຮອງຫົວໜ້າ ຫ້ອງການເມືອງ, ພະແນກການ ທີ່ກ່ຽວຂ້ອງ, ມີຄະນະພັກ-ຄະນະ ບັນຊາກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບທົ່ວ ກອງພັນ ປັດໃຈເຂົ້າຮ່ວມ. ສະຫາຍ ພັນໂທ ສີສົມພອນ ອ່ອນດາວົງ ຫົວໜ້າພະແນກພະ ນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງຄະນະບັນ ຊາກອງພັນປັດໃຈຂອງກອງ ບັນ ຊາການທະຫານແຂວງຊຽງ ຂວາງ ກົມໃຫຍ່ການເມືອງກອງ ທັບຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ຄຶຊົ່ງ ເຍ່ຍທໍ່ ເປັນຫົວໜ້າ ການທະຫານ, ພັນໂທ ສຸລິວົງ ທອງຄຳ ເປັນຫົວ ໜ້າການເມືອງ, ພັນຕີ ໄພວັນ ຊົ່ງບຸນສິງ ເປັນ ຮອງຫົວໜ້າການເມືອງ ແລະ ຂໍ້ຕົກລົງຂອງກອງບັນຊາການ ທະຫານແຂວງຊຽງຂວາງ ວ່າ ດ້ວຍ ການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າກອງຮ້ອຍຂອງກອງ ພັນປັດໃຈ. ພ້ອມນັ້ນ, ກອງບັນຊາການທະ ຫານແຂວງຊຽງຂວາງ ຕົກລົງ: ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ເນັ້ງ ຢ່າ ຈົງຕົວ ຮອງຫົວໜ້າການ ເມືອງກອງຮ້ອຍ 3 ຂຶ້ນເປັນຫົວ ໜ້າການເມືອງກອງຮ້ອຍ 3, ສະຫາຍ ຮ້ອຍເອກ ຈື່ທໍ່ ຕົ່ງເນັ້ງ ຫົວໜ້າໝວດ 1 ກອງຮ້ອຍ 3 ຂຶ້ນເປັນຮອງຫົວໜ້າການທະ ຫານກອງຮ້ອຍ 1, ສະຫາຍ ຮ້ອຍ ເອກ ໄກ່ແກ້ວ ຢ່າຢົງເຢ້ ຮອງ ຫົວໜ້າການເມືອງກອງຮ້ອຍ 2 ມາເປັນຮອງຫົວໜ້າການເມືອງ ກອງຮ້ອຍ 1, ສະຫາຍ ພັນຕີ ຮົວ ລໍ່ ໜໍບີ ຮອງຫົວໜ້າການທະຫານ ກອງຮ້ອຍ 2 ຂຶ້ນເປັນຫົວໜ້າ ການທະຫານກອງຮ້ອຍ 2, ສະ ຫາຍ ຮ້ອຍເອກ ຈັນທະ ນູມົວ ເບຼຍ ຢໍ້ ຮອງຫົວໜ້າການທະຫານ ກອງຮ້ອຍ 1, ມາເປັນຮອງຫົວ ໜ້າການເມືອງກອງຮ້ອຍ 2, ສະ ຫາຍຮ້ອຍເອກ ກົວທໍ່ ໜໍຕູ້ ຫົວ ໜ້າໝວດ 1 ກອງຮ້ອຍ 2 ຂຶ້ນ ເປັນຮອງຫົວໜ້າການທະຫານ ກອງຮ້ອຍ 2, ສະຫາຍ ພັນຕີ ຄຳສີຢ່າ ຢົວຕື ຮອງຫົວໜ້າການ ເມືອງກອງຮ້ອຍ 3 ຂຶ້ນເປັນຫົວ ໜ້າການເມືອງກອງຮ້ອຍ 3, ສະຫາຍ ພັນຕີ ມົວວ່າງ ປາຈູ ຫົວໜ້າການທະຫານກອງຮ້ອຍ 1 ມາເປັນຫົວໜ້າການທະຫານ ກອງຮ້ອຍ 3, ສະຫາຍ ຮ້ອຍເອກ ເຢ້ຢ່າ ຊົວດ່າ ຫົວໜ້າໝວດ 1 ກອງຮ້ອຍ 1 ຂຶ້ນເປັນຮອງຫົວໜ້າ ການທະຫານກອງຮ້ອຍ 3, ສະ ຫາຍ ຮ້ອຍເອກ ຕົງທໍ່ ຈື ເກີເຍຍນູ ຮອງຫົວໜ້າການເມືອງກອງ ຮ້ອຍ 4 ມາເປັນຮອງຫົວໜ້າ ການເມືອງກອງຮ້ອຍ 3 ແລະ ສະຫາຍ ຮ້ອຍເອກ ຕົວຢ່າ ເບຼຍ ຊ້າ ຫົວໜ້າໝວດ 1 ກອງຮ້ອຍ 3 ຂຶ້ນເປັນຮອງຫົວໜ້າການທະ ຫາກອງຮ້ອຍ 4. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດຕະວາ ຂັນທອງ ວົງອຳຄາ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະ ນະບັນຊາກອງພັນ-ກອງຮ້ອຍ ເວົ້າລວມ, ເວົ້າສະເພາະ ຜູ້ທີ່ໄດ້ ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງ ພ້ອມກັນເອົາໃຈໃສ່ປະຕິບັດໜ້າ ທີ່ການເມືອງຂອງຕົນ ໃຫ້ໄດ້ດີ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ເຮັດວຽກເປັນໝູ່ຄະນະພ້ອມກັນ ສຸມໃສ່ໃນການສ້າງສາ ແລະ ພັດ ທະນາກົມກອງໃຫ້ຈະເລີນກ້າວ ໜ້າຍິ່ງຂຶ້ນ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ