ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງຈັດກອງປະຊຸມກ່ຽວກັບແຜນການປ້ອງກັນທາງລົດໄຟລາວ-ຈີນ
ເວລາອອກຂ່າວ: 2021-11-29 10:46:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 318 | ຄວາມນິຍົມ:



ຄະນະກໍາມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ສູນກາງໄດ້ຈັດກອງປະຊຸມວາງ ແຜນປ້ອງກັນທາງລົດໄຟລາວ-ຈີນ ໃນວັນທີ 26 ພະຈິກ 2021 ນີ້, ຢູ່ທີ່ສະໂມ ສອນຫ້ອງວ່າການ ກະຊວງປ້ອງກັນປະເທດໄດ້ມີ ກອງປະຊຸມຂອງຄະນະກຳມະ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສູນກາງ ແລະ ແຜນການປ້ອງກັນທາງລົດໄຟ ລາວ-ຈີນ (ນະຄອນຫຼວງວຽງ ຈັນ-ບໍ່ເຕັນ) ໂດຍການເປັນປະ ທານຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງ ນາຍົກລັດຖະມົນຕີລັດຖະມົນ ຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນເອກ ວິໄລ ຫຼ້າຄໍາ ຟອງ ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ມີຮອງລັດ ຖະມົນຕີ, ຫົວໜ້າກົມໃຫຍ່, ຫ້ອງ ວ່າການກະຊວງ ແລະ ຄະນະຮັບ ຜິດຊອບທັງ 2 ກະຊວງເຂົ້າຮ່ວມ. ໃນກອງປະຊຸມໄດ້ຜ່ານແຜນ ການ ແລະ ເຫັນດີເປັນເອກະພາບ ແຜນການເຄື່ອນໄຫວຮັບປະກັນ ຄວາມສະຫງົບປອດໄພ ໃນໂອ ກາດລະນຶກ ແລະ ສະເຫຼີມສະ ຫຼອງວັນສ້າງຕັ້ງ ສປປ ລາວ ຄົບ ຮອບ 46 ປີ. ຈາກນັ້ນ, ຄະນະຮັບ ຜິດຊອບທັງ 2 ກະຊວງກໍໄດ້ຜັດ ປ່ຽນກັນຂຶ້ນປະກອບຄໍາຄິດຄໍາ ເຫັນໃສ່ແຜນການຈັດວາງກຳ ລັງປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ ຕະຫຼອດໄລຍະເສັ້ນ ທາງໃນສະເພາະໜ້າ ແລະ ຍາວ ນານ. ໂອກາດດັ່ງກ່າວ, ສະຫາຍປະ ທານ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບປ້ອງກັນ ຈົ່ງພ້ອມກັນ ເອົາໃຈໃສ່ເປັນເຈົ້າການ ແລະ ຈັດວາງກຳລັງເຂົ້າໃສ່ແຕ່ລະ ຈຸດປ້ອງກັນ, ແບ່ງຄວາມຮັບຜິດ ຊອບກັນຢ່າງລະອຽດເຂັ້ມງວດ ເພື່ອຮັບປະກັນໄດ້ຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍເຮັດໃຫ້ມີຜົນສໍາເລັດຕາມ ຄາດໝາຍ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ