ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະຊາຊົນບ້ານທ່ານາ ສາມັກຄີກັນສ້າງຂົວຂ້າມແມ່ນ້ຳພູນ
ເວລາອອກຂ່າວ: 2021-11-30 08:34:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 773 | ຄວາມນິຍົມ:



v ໃນວັນທີ 27 ພະຈິກ 2021 ນີ້, ອຳນາດການປົກຄອງບ້ານ ທ່ານາ ເມືອງປາກລາຍ ແຂວງ ໄຊຍະບູລີ ໄດ້ນໍາພາພໍ່ແມ່ປະຊາ ຊົນພາຍໃນບ້ານຂອງຕົນສ້າງຂະ ບວນການອອກແຮງງານລວມ ດ້ວຍການສ້າງຂົວກະແຕະໄມ້ໄຜ່ ຂ້າມແມ່ນ້ຳພູນ, ເຊິ່ງມີຄວາມ ຍາວ 85 ແມັດ ແລະ ກວ້າງ 1,50 ແມັດ. ທ່ານ ຄຳແສງ ລັດດາວົງ ນາຍບ້ານໆທ່ານາ ໃຫ້ຮູ້ວ່າ: ໃນ ແຕ່ລະປີພາຍຫຼັງສິ້ນສຸດລະດູ ຝົນແລ້ວ, ອຳນາດການປົກຄອງ ບ້ານພວກເຮົາໄດ້ປຸກລະດົມຂົນ ຂວາຍພໍ່ແມ່ປະຊາຊົນພາຍໃນ ບ້ານຂອງຕົນສ້າງຂະບວນການ ອອກແຮງງານລວມໃນການສ້າງຂົວກະແຕະໄມ້ໄຜ່ ຂ້າມແມ່ນ້ຳພູນ ທັງນີ້ກໍເພື່ອອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ແລະ ລູກຫຼານໄດ້ຍ່າງຂ້າມໄປເຂົ້າ ໂຮງຮຽນ ແລະ ໄປມາຫາສູ່ກັບ ບ້ານໃກ້ຄຽງໄດ້ດ້ວຍຄວາມສະ ດວກສະບາຍ ການສ້າງຂົວແຫ່ງ ດັ່ງກ່າວໄດ້ມີພະນັກງານ-ນັກຮົບ ກອງພົນທີ 2 ທີ່ຢູ່ໄຫ້ຄຽງໄດ້ປະ ກອບສ່ວນໃນການສ້າງໃນຄັ້ງນີ້ ດ້ວຍ . ໂດຍ: ເກດ ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ