ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງເຈົ້າແຂວງໄຊສົມບູນຕ້ອນຮັບຄະນະ ກອງຂຸດຄົ້ນອັດຖິທະຫານແຂວງເຫງ້ອານ ສສ ຫວຽດນາມ
ເວລາອອກຂ່າວ: 2021-11-30 08:44:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 702 | ຄວາມນິຍົມ:



ໃນວັນທີ 27 ພະຈິກ 2021 ນີ້, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຮອງເຈົ້າແຂວງ ທັງເປັນຫົວໜ້າ ຄະນະປະຕິບັດງານພິເສດແຂວງ ໄຊສົມບູນ ພ້ອມດ້ວຍຄະນະ ໄດ້ ຕ້ອນຮັບ ສະຫາຍ ພັນເອກ ຫງຽນ ວັນນາມ ຫົວໜ້າການທະຫານ ກອງຂຸດຄົ້ນອັດຖິກອງບັນຊາ ການທະຫານແຂວງເຫງ້ອານ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ທະ ຫານແຂວງໄຊສົມບູນ. ໃນການພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ທະ ຫານແຂວງໄຊສົມບູນ ໃນຄັ້ງນີ້ ສະຫາຍ ພັນເອກ ຫງຽນຈໍເງິນ ໄດ້ລາຍງານສະພາບການເຄື່ອນ ໄຫວເກັບກໍາຊອກຄົ້ນອັດຖິທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍສະຫຼະຊີ ວິດແຕ່ປາງສົງຄາມຢູ່ຂອບເຂດແຂວງໄຊສົມບູນ ເພື່ອສົ່ງກັບຄືນ ປະເທດໃຫ້ຍາດຕິພີ່ນ້ອງໄດ້ປະ ກອບພິທີຕາມຮີດຄອງປະເພນີ. ພ້ອມທັງສະແດງຄວາມຂອບໃຈ ທີ່ໄດ້ຮັບການເຫຼືອຈາກຄະນະ ປະຕິບັດງານພິເສດແຂວງໄຊສົມ ບູນໃນໄລຍະຜ່ານມາ, ບໍ່ວ່າຈະ ເປັນການຊ່ວຍເຫຼືອທາງດ້ານກໍາ ລັງ, ພ້ອມທັງອໍານວຍຄວາມສະ ດວກດ້ານສະຖານທີ່ພັກ, ການ ລໍາລຽງຂົນສົ່ງ, ຂົງເຂດວຽກ ງານຮັບປະກັນຄວາມປອດໄພ ແລະ ວຽກງານອື່ນໆທີ່ທັງສອງຝ່າຍໄດ້ປະສານແລກປ່ຽນທາງ ການນໍາແຂວງ ກໍຄືກອງບັນຊາ ການໄດ້ໃຫ້ການຊ່ວຍເຫຼືອຢ່າງ ຈິງໃຈ. ໃນໂອກາດດຽວກັນນີ້, ສະຫາຍ ພັນເອກ ຫງຽນວັນນາມ ກໍໄດ້ມອບໃບຍ້ອງຍໍຜົນງານລວມ ໝູ່ ໃນການປະຕິບັດໜ້າທີ່ຊອກຄົ້ນ ອັດຖິ ແລະ ໃບຍ້ອງຍໍຜົນງານບຸກຄົນແລະກົມກອງທີ່ໄດ້ປະກອບ ສ່ວນສໍາຄັນເຂົ້າໃນພາລະກິດປະ ຕິບັດໜ້າທີ່ຊອກຄົ້ນອັດຖິຂອງ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີ ວິດແຕ່ປາງສົງຄາມຢູ່ບໍລິເວນ ແຂວງໄຊສົມບູນ ໃຫ້ຢ່າງສົມ ກຽດ. ຈາກນັ້ນ, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຫົວໜ້າຄະນະປະຕິບັດງານພິເສດແຂວງໄຊສົມບູນ ກໍໄດ້ສະແດງຄວາມຮູ້ບຸນຄຸນເປັນ ຢ່າງສູງ ແລະ ພ້ອມທັງຈະປະ ກອບສ່ວນສໍາຄັນເຂົ້າໃນວຽກ ງານດັ່ງກ່າວ, ອໍານວຍຄວາມ ຊ່ວຍເຫຼືອດ້ານຕ່າງໆເພື່ອເຮັດ ໃຫ້ການປະຕິບັດໜ້າທີ່ຂອງພະ ນັກງານຊອກຄົ້ນອັດຖິສໍາເລັດ ຕາມແຜນການທີ່ວາງໄວ້. ທ້າຍນີ້, ສະຫາຍຫົວໜ້າການເມືອງ ກອງ ຂຸດຄົ້ນອັດຖິທະຫານແຂວງເຫງ້ ອານ ສສ ຫວຽດນາມ ຕາງໜ້າ ໃຫ້ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບທະຫານແຂວງ ເຫງ້ອານ ໄດ້ກ່າວຄໍາອວຍພອນ ໄຊອັນປະເສິດມາຍັງການນໍາ ແຂວງ ກໍຄືຄະນະພັກ-ຄະນະ ບັນຊາກອງບັນຊາການ ທະຫານ ແຂວງໄຊສົມບູນ ຈົ່ງມີສຸກະພາບ ແຂງແຮງ ປະສົບຜົນສໍາເລັດໃນ ໜ້າທີ່ວຽກງານທຸກປະການ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ, ພ້ອມ ກັນເສີມຂະຫຍາຍມູນເຊື້ອຄວາມ ສາມັກຄີພິເສດ, ໃຫ້ສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ຊາດ, ສອງພັກ, ສອງກອງທັບ ລາວ- ຫວຽດນາມ ຈົ່ງໝັ້ນຄົງທະ ນົງແກ່ນຕະຫຼອດໄປ. ໂດຍ: ມະລິ ສຸພັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ