ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດໂຄງການສະໜັບສະໜູນ ກະຊວງສາທາລະນະສຸກ ໃນການບໍລິການວັກຊີນ
ເວລາອອກຂ່າວ: 2021-11-30 08:46:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 650 | ຄວາມນິຍົມ:



ໃນວັນທີ 29 ພະຈິກ 2021, ສະຫະລັດອາເມຣິກາ ສະໜັບສະ ໝູນເງິນ 2,4 ລ້ານໂດລາສະຫະ ລັດ, ໂດຍຜ່ານອົງການ USAID ເຊິ່ງຈັດຕັ້ງປະຕິບັດໂດຍອົງການ ຢູນິເຊັບ ແລະ ອົງການອະນາໄມ ໂລກ ເພື່ອສ້າງຄວາມເຂັ້ມແຂງ ໃນວຽກງານການສັກວັກຊີນກັນ ພະຍາດໂຄວິດ-19 ໃນ ສປປ ລາວ. ທຶນຈໍານວນ 1 ລ້ານໂດ ລາສະຫະລັດ ຂອງຈໍານວນທຶນ ທັງໝົດຈາກອົງການ USAID ຈະປະກອບສ່ວນເຂົ້າໃນການ ຊ່ວຍເຫຼືອອົງການອະນາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃຫ້ ເເກ່ລະບົບສາທາລະນະສຸກ ເພື່ອ ຮັບປະກັນການສັກວັກຊີນທີ່ປອດ ໄພສໍາລັບປະຊາຊົນລາວ, ຈັດຊື້ ວັດສະດຸ ແລະ ອຸປະກອນ ເພື່ອ ຊ່ວຍຕິດຕາມ ແລະ ແກ້ໄຂອາ ການຜົນຂ້າງຄຽງພາຍຫຼັງ, ການ ພັດທະນາອຸປະກອນການສຶກສາ ແລະ ການຈັດການເຝິກອົບຮົມໃຫ້ ແກ່ພະນັກງານສາທາລະນະສຸກ, ປັບປຸງຄຸນນະພາບ ແລະ ການເຂົ້າ ເຖິງຂໍ້ມູນສໍາລັບການວາງແຜນ ກ່ຽວກັບການສັກວັກຊີນເພື່ອ ຊ່ວຍໃຫ້ສາມາດເຂົ້າເຖິງປະຊາ ຊົນໃນເຂດຫ່າງໄກສອກຫຼີກທີ່ຢູ່ ໃນກຸ່ມສ່ຽງ ເພື່ອໃຫ້ໄດ້ຮັບການ ສັກຢາວັກຊີນ ສຳລັບເງິນທຶນຈຳ ນວນ 1,4 ລ້ານໂດລາສະຫະລັດ, ເຊິ່ງຈັດຕັ້ງປະຕິບັດໂດຍອົງການ ຢູນິເຊັບ ໃນການໃຫ້ຄໍາແນະນໍາ ດ້ານວິຊາການຕໍ່ລັດຖະບານກ່ຽວ ກັບການຕິດຕາມກວດກາລະບົບ ຄວາມເຢັນ ແລະ ການຂົນສົ່ງວັກ ຊີນ, ການສື່ສານກັບຊຸມຊົນເພື່ອ ສ້າງຄວາມເຂົ້າໃຈຕໍ່ການສັກວັກ ຊີນປ້ອງກັນພະຍາດໂຄວິດ-19 ແລະ ຕິດຕາມເຫດການປະຕິບັດ ພາຍຫຼັງການສັກວັກຊີນ, ສະ ໜອງອຸປະກອນອະນາໄມໃຫ້ເເກ່ ສູນກັກກັນ ເພື່ອຮັບມືກັບຈໍານວນ ຄົນເຈັບທີ່ເພີ່ມຂຶ້ນ ແລະ ຜົນລະ ເມືອງທີ່ກັບຄືນເຂົ້າ ສປປ ລາວ ຈາກຕ່າງປະເທດ. ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ກ່າວວ່າ: ການສະ ໜັບສະໜູນດັ່ງກ່າວ, ແມ່ນຈະສຸມ ໃສ່ການກຽມຄວາມພ້ອມ ແລະ ການຈັດຕັ້ງປະຕິບັດການສັກວັກ ຊີນປ້ອງກັນພະຍາດໂຄວິດ-19 ໃນ ສປປ ລາວ ພ້ອມທັງຕິດຕາມ ອາການພາຍຫຼັງການສັກວັກຊີນ, ປັດຈຸບັນ ສປປ ລາວ ພົບຜູ້ຕິດ ເຊື້ອໂຄວິດ-19 ໃນຊຸມຊົນນັບມື້ ນັບບຫຼາຍຂຶ້ນ, ສະນັ້ນໂຄງການ ດັ່ງກ່າວຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃນການສັກວັກຊີນ ກໍຄື ບູລິມະສິດອັນດັບໜຶ່ງຂອງລັດຖະ ບານໃຫ້ບັນລຸຕາມເປົ້າໝາຍ. ນອກຈາກນີ້, ທ່ານ ຮອງລັດຖະ ມົນຕີກະຊວງສາທາລະນະສຸກ ຍັງ ໄດ້ສະແດງຄວາມຂອບໃຈຕໍ່ອົງ ການ USAID ແລະ ລັດຖະບານ ສະຫະລັດອາເມຣິກາ, ອົງການ ຢູນິເຊັບ ແລະ ອົງການອະນາ ໄມໂລກ ທີ່ໄດ້ໃຫ້ການສະໝັບສະໜູນອັນລໍ້າຄ່າແກ່ປະຊາຊົນລາວ ໃນຊ່ວງການລະບາດພະຍາດໂຄ ວິດ-19. ໃນໂອກາດນີ້, ທ່ານ ດຣ ບີເຕີ ເຮມອນ ເອກອັກຄະລັດຖະທູດສະ ຫະລັດອາເມຣິກາ ປະຈໍາ ສປປ ລາວ ກ່າວວ່າ: ການຊ່ວຍເຫຼືອຄັ້ງ ນີ້, ໄດ້ສະທ້ອນໃຫ້ເຫັນເຖິງການ ເປັນຄູ່ຮ່ວມງານທີ່ແໜ້ນແຟ້ນ ລະຫວ່າງລັດຖະບານ ແລະ ປະ ຊາຊົນຂອງສະຫະລັດອາເມຣິກາ ແລະ ສປປ ລາວ, ມາຮອດປັດ ຈຸບັນ, ສະຫະລັດອາເມຣິກາ ໄດ້ ໃຫ້ການສະໜັບສະໜູນທຶນຈໍາ ນວນທັງໝົດ 13 ລ້ານກວ່າໂດ ລາສະຫະລັດ ແກ່ ສປປ ລາວ ເພື່ອ ຮັບມືກັບພະຍາດໂຄວິດ-19. ນອກຈາກວຽກງານສາທາລະ ນະສຸກເເລ້ວ, ສະຫະລັດອາເມ ຣິກາຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ເພື່ອແກ້ໄຂຜົນກະ ທົບຈາກພະຍາດໂຄວິດ-19 ຕໍ່ ລະບົບການສຶກສາ, ເສດຖະກິດ ແລະ ລະບຽບກົດໝາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ