ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 11 ສຸມໃສ່ແຜນການ ອົບຮົມຫັດແອບ-ຊ້ອມຮົບຍິງລູກປືນແທ້
ເວລາອອກຂ່າວ: 2021-11-30 08:47:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 370 | ຄວາມນິຍົມ:



ວັນທີ 26 ພະຈິກ 2021 ນີ້, ກອງພັນໃຫຍ່ 11 ໄດ້ຈັດຕັ້ງປະຕິ ບັດແຜນການອົບຮົມຫັດແອບ- ຊ້ອມຮົບຍິງລູກປືນແທ້ (ກໍາປັ້ນ ເຫຼັກ 02), ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະ ວາ ພັນແສງ ບຸນພັນ ຮອງຫົວ ໜ້າກົມໃຫຍ່ເສນາທິການ ກອງ ທັບ, ມີຄະນະພັກ-ຄະນະບັນ ຊາ, ພະນັກງານ-ນັກຮົບ ເຂົ້າ ຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ກໍໄດ້ຮັບຟັງການ ລາຍງານຈາກຄະນະບັນຊາຊີ້ນໍາ ແຕ່ລະເຫຼົ່າຮົບກ່ຽວກັບແຜນ ການຈັດຕັ້ງປະຕິບັດຍິງລູກປືນແທ້ແມ່ນເຫັນວ່າແຕ່ລະພາກ ສ່ວນມີຄວາມພ້ອມ ແລະ ຮັບ ປະກັນໄດ້ຄວາມປອດໄພ, ພະ ນັກງານ-ນັກຮົບກໍາແໜ້ນບົດ ຮຽນແຜນການອົບຮົບ-ຫັດແອບ ເປັນຢ່າງດີ. ຍ້ອນໄດ້ຮັບການຊີ້ ນໍາຢ່າງໃກ້ຊິດຈາກຄະນະນໍາກົມ ໃຫຍ່ເສນາທິການກອງທັບ ກໍຄື ກົມອົບຮົມ ແລະ ຄະນະພັກ-ຄະນະ ບັນຊາກອງພັນໃຫຍ່ 11 ຕະຫຼອດຮອດຄະນະບັນຊາກົມກອງຮາກຖານເຂົ້າຮ່ວມ. ໃນໂອກາດທີ່ເຂົ້າ ຮ່ວມຕິດຕາມຊີ້ນໍາບັ້ນອົບຮົມ-ຫັດແອບຍິງລູກປືນແທ້ກໍາປັ້ນ ເຫຼັກ 02 ໃນຄັ້ງນີ້, ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ນາຍ ແລະ ພົນທະຫານ ທົ່ວກອງພັນໃຫຍ່11 ທີ່ເອົາໃສ່ ໃນການຫັດແອບ, ກໍາແໜ້ນບັນ ດາບາດກ້າວຈັງຫວະບັນຊາ, ບຸກ ຕີແບບເຄື່ອນທີ່ໄວ, ລົບຫຼີກ, ຜ່ານ ສິ່ງກີດຂວາງ, ໄຫວພິກຕ່າງໆ ຕາມວິຊາສະເພາະຂອງຕົນ ໂດຍລວມແລ້ວແມ່ນເຫັນວ່າ ພະນັກງານ-ນັກຮົບກໍາແໜ້ນບົດ ຮຽນຈັງຫວະຂັ້ນພື້ນຖານຂອງ ທະຫານຮາບໃນການນໍາໃຊ້ສິລະ ປະຍຸດ-ຍຸດທະວິທີ ແລະ ຮັບປະ ກັນໄດ້ຄວາມປອດໄພໄດ້ 100%.ພ້ອມນັ້ນ, ຍັງເນັ້ນໃຫ້ຄະນະພັກ- ຄະນະບັນຊາທຸກພາກສ່ວນຕ້ອງ ເປັນເຈົ້າການຊີ້ນໍາບັ້ນອົບຮົບ- ຫັດແອບໃນຄັ້ງນີ້ບັນລຸໝາກຜົນ ສູງ ແລະ ຮຽກຮ້ອງແຕ່ລະພາກ ສ່ວນສືບຕໍ່ເອົາໃຈໃສ່ເພີ່ມທະວີຫັດແອບໃຫ້ເລິກເຊິ່ງກວ່າເກົ່າ ສຸມໃສ່ບັ້ນຊ້ອມຮົບຍິງລູກປືນ ແທ້ມື້ຊ້ອມໃຫຍ່ ໃນວັນທີ 11 ທັນວາ 2021 ທີ່ຈະມາເຖິງນີ້ ໄດ້ ຮັບໝາກຜົນສູງ, ຮັກສາໄດ້ກຽດ ສັກສີຂອງກົມກອງໃຫ້ສົມກັບ ນາມມະຍົດທີ່ວ່າກໍາປັ້ນເຫຼັກຂອງ ກະຊວງປ້ອງກັນປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ