ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບໜ້າທີ່ ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຸດເກົ່າ ແລະ ຊຸດໃໝ່
ເວລາອອກຂ່າວ: 2021-11-30 08:49:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ:



ຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ຈັດພິທີມອບ-ຮັບ ໜ້າທີ່ ຄະນະບໍລິຫານງານສະມາ ຄົມມິດຕະພາບ ລາວ-ຈີນ ຂັ້ນສູນ ກາງຊຸດເກົ່າ ແລະ ຊຸດໃໝ່ ລະ ຫວ່າງ ທ່ານ ຄຳມະນີ ອິນທິລາດ ອະດີດລັດຖະມົນຕີກະຊວງພະລັງ ງານ ແລະ ບໍ່ແຮ່, ປະທານສະມາ ຄົມມິດຕະພາບ ລາວ-ຈີນ ຂັ້ນສູນ ກາງ ຜູ້ເກົ່າ ແລະ ທ່ານ ເພັດ ພົມ ພິພັກ ກຳມະການສູນກາງພັກ ລັດ ຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ປະທານສະມາຄົມມິດຕະ ພາບ ລາວ-ຈີນ ຜູ້ໃໝ່. ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນ ທີ 29 ພະຈິກ ນີ້ ທີ່ຄະນະພົວພັນ ຕ່າງປະເທດສູນກາງພັກ ໂດຍ ການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ກຳມະ ການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ຄຳມະນີ ອິນທິ ລາດ ໄດ້ສະຫຼຸບຕີລາຄາການນຳ ພາ-ຊີ້ນຳການຈັດຕັ້ງປະຕິບັດ ວຽກງານ ແລະ ການເຄື່ອນໄຫວ ໂດຍຫຍໍ້ຂອງສະມາຄົມມິດຕະ ພາບລາວ-ຈີນໃນໄລຍະຜ່ານ ມາ ໂດຍໄດ້ຍົກໃຫ້ເຫັນເຖິງຜົນ ສຳເລັດໃນການເຄື່ອນໄຫວກິດ ຈະກຳຕ່າງໆຮ່ວມກັບສະຖານ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ, ສະຖານກົງ ສູນໃຫຍ່ແຫ່ງ ສປ ຈີນ ປະຈຳ ບັນດາແຂວງ, ນັກສຶກສາຈີນ ທີ່ສຶກສາຢູ່ລາວ ແລະ ສະມາຄົມ ຊາວຈີນຢູ່ລາວ ເນື່ອງໃນໂອກາດ ວັນສຳຄັນຕ່າງໆ ຂອງສອງພັກ, ສອງຊາດລາວ ແລະ ສປ ຈີນ ແລະ ກິດ ຈະກຳຊ່ວຍເຫຼືອສັງຄົມ ເປັນ ຕົ້ນແມ່ນໄລຍະການລະບາດຂອງ ພະຍາດໂຄວິດ-19 ສະມາຄົມມິດ ຕະພາບ ລາວ-ຈີນ ໄດ້ເປັນເຈົ້າ ການລະດົມທຶນຮອນ ແລະ ອຸປະ ກອນການແພດຢ່າງຫຼວງຫຼາຍ ເພື່ອຊ່ວຍເຫຼືອສັງຄົມ. ນອກນັ້ນ, ຍັງໄດ້ເຄື່ອນໄຫວຊຸກຍູ້ສະໜັບສະ ໜູນ, ສົ່ງເສີມການພົວພັນຮ່ວມມື ຮອບດ້ານ ລະຫວ່າງ ປະຊາຊົນ ສອງຊາດ ລາວ-ຈີນ. ຈາກນັ້ນ ທ່ານ ເພັດ ພົມພິພັກ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ ຮັບຕຳແໜ່ງດັ່ງກ່າວ ແລະ ໃຫ້ຄຳ ໝັ້ນໝາຍວ່າຈະພະຍາຍາມທຸ່ມເທ ເຫື່ອແຮງ, ສະຕິປັນຍາ ແລະ ເຮັດ ໜ້າທີ່ຢ່າງສຸດຄວາມສາມາດ ເພື່ອ ນຳພາການເຄື່ອນໄຫວຂອງສະ ມາຄົມມິດຕະພາບ ລາວ-ຈີນ ຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍ-ຊົມ ເຊີຍຜົນງານຂອງປະທານສະມາ ຄົມມິດຕະພາບ ລາວ-ຈີນ ຜູ້ເກົ່າ ພ້ອມດ້ວຍຄະນະ ທີ່ໄດ້ສຸມສະຕິ ປັນຍາ, ເຫື່ອແຮງນຳພາ-ຊີ້ນຳ ການເຄື່ອນໄຫວວຽກງານຂອງ ສະມາຄົມມິດຕະພາບ ລາວ-ຈີນ ໃຫ້ມີຜົນສຳເລັດຫຼາຍດ້ານ ໂດຍ ສະເພາະການເຄື່ອນໄຫວສ້າງ ກິດຈະກຳຕ່າງໆເພື່ອສົ່ງເສີມໃຫ້ ປະຊາຊົນສອງຊາດ ລາວ-ຈີນ ມີການພົວພັນໄປມາຫາສູ່ນັບມື້ ຫຼາຍຂຶ້ນ ແລະ ການສຶກສາອົບ ຮົມປະຊາຊົນ ກໍຄືຄົນຮຸ່ນໜຸ່ມຂອງ ສອງປະເທດ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອອັນດີ ງາມຂອງສອງຊາດ ລາວ-ຈີນ. ພ້ອມນັ້ນ ຍັງໄດ້ມີຄຳເຫັນຊີ້ນຳໃຫ້ ປະທານສະມາຄົມມິດຕະພາບ ລາວ-ຈີນ ຜູ້ໃໝ່ ສືບຕໍ່ປະຕິບັດ ໜ້າທີ່ສໍາຄັນ ແລະ ມີກຽດນີ້ ເພື່ອ ນໍາພາສະມາຄົມມິດຕະພາບ ລາວ-ຈີນ ເຄື່ອນໄຫວຢ່າງຫ້າວ ຫັນ ແລະ ມີຄວາມປະດິດສ້າງ ຕາມພາລະບົດບາດ, ຂອບເຂດ ສິດ ແລະ ໜ້າທີ່ ທີ່ພັກ-ລັດ ມອບ ໝາຍໃຫ້ ເພື່ອປະກອບສ່ວນປົກ ປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບ ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນ ຄົງຍາວນານ ຕາມທິດ 4 ດີ, ຄູ່ ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ແໜ້ນແຟ້ນຈະ ເລີນງອກງາມ ແລະ ໝັ້ນຄົງທະ ນົງແກ່ນ ເພື່ອພ້ອມກັນສ້າງສາ ພັດທະນາປະເທດຊາດໃຫ້ຈະ ເລີນຮຸ່ງເຮືອງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ