ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການປັບປຸງໂຮງງານເກີບທັນວາ ແລະ ສ້າງຕັ້ງໂຮງງານຕັດຫຍິບຫຼັກ 19 ທ່າງ່ອນ
ເວລາອອກຂ່າວ: 2021-12-01 08:53:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 455 | ຄວາມນິຍົມ:



ວັນທີ 29 ພະຈິກ 2021 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີເຊັນບົດບັນທຶກຄວາມ ເຂົ້າໃຈກ່ຽວກັບການສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນ ການຮ່ວມທຸລະກິດ ປັບປຸງໂຮງ ງານເກີບທັນວາ ແລະ ສ້າງຕັ້ງໂຮງງານຕັດຫຍິບຫຼັກ 19 ທ່າ ງ່ອນ ຂອງບໍລິສັດ ພີເອັດສແອວ ເຊີວິດສ໌ ຈຳກັດຜູ້ດຽວ, ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ຄໍາແດງ ແພງ ວິໄລ ຮອງຫົວໜ້າກົມໃຫຍ່ພະລາ ທິການກອງທັບ, ມີ ທ່ານ ນາງ ພວງທອງ ສຸຍະວົງ ປະທານບໍລິ ສັດພີເອັດສແອວ ເຊີວິດສ໌ ຈຳ ກັດຜູ້ດຽວ, ມີຄະນະນໍາຫ້ອງ ການ, ກົມອຸປະໂພກ-ບໍລິໂພກ, ກົມ ເສນາພະລາ, ກົມກໍ່ສ້າງ-ຄຸ້ມຄອງ ຊັບສິນ, ຄະນະອໍານວຍການໂຮງ ງານເກີບທັນວາ, ໂຮງງານຕັດ ຫຍິບເລກ 1 ກອງທັບ, ພະນັກ ງານວິຊາການທັງສອງພາກ ສ່ວນ ເຂົ້າຮ່ວມ. ຜ່ານການປຶກສາຫາລືຢ່າງ ລະອຽດຄົບຖ້ວນ, ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນ ໃນການສ້າງບົດບັນທຶກຄວາມ ເຂົ້າໃຈເພື່ອເປັນບ່ອນອີງໃນການ ສຶກສາຄວາມເປັນໄປໄດ້ຂອງ ການຮ່ວມທຸລະກິດປັບປຸງຍົກ ລະດັບສາຍການຜະລິດຂອງໂຮງ ງານເກີບທັນວາ ແລະ ສ້າງຕັ້ງ ໂຮງງານຕັດຫຍິບຫຼັກ 19 ທ່າ ງອນ. ເຊີ່ງບັນດາໜ້າວຽກຕົ້ນຕໍທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໂດຍ ປະສານສົມທົບກັບໂຮງງານເກີບ ທັນວາ ເພື່ອສຶກສາ ແລະ ເກັບກຳ ຂໍ້ມູນໃນການລົງທຶນປັບປຸງໂຮງ ງານ, ຍົກລະດັບສາຍການຜະລິດ ຂອງໂຮງງານເກີບທັນວາໃຫ້ສາ ມາດຜະລິດເກີບແພທຸກຊະນິດ (ເຄື່ອງແພຕະກຸນແຂງ) ໃຫ້ໄດ້ ຄຸນນະພາບ ແລະ ໄດ້ຕາມມາດ ຕະຖານ, ສາມາດຕອບສະໜອງ ໃຫ້ກອງທັບ ແລະ ທ້ອງຕະຫຼາດ ທົ່ວໄປ, ຄົ້ນຄວ້າອອກແບບການ ກໍ່ສ້າງ ແລະ ປັບປຸງອາຄານຫ້ອງ ການ, ຫໍພັກຂອງໂຮງງານ, ເຊິ່ງ ການອອກແບບການກໍ່ສ້າງອາ ຄານໂຮງງານ, ຫ້ອງການ ແລະ ສະຖານທີ່ກິນຢູ່ພັກເຊົາຂອງພະ ນັກງານ-ກຳມະກອນໂຮງງານ, ການຄຸ້ມຄອງການຜະລິດ ແລະ ການບໍລິຫານໂຮງງານຕັດຫຍິບ ຫຼັກ 19 ທ່າງ່ອນ ແມ່ນຈະຕ້ອງດຳ ເນີນໄປໃຫ້ສອດຄ່ອງຕາມມາດ ຕະຖານ ISO, ແນໃສ່ການຜະ ລິດໃຫ້ໄດ້ມາດຕະຖານ ແລະ ຄຸນ ນະພາບທີ່ດີ ເພື່ອກຽມພ້ອມຮັບ ການສັ່ງຈອງ ແລະ ຜະລິດສົ່ງ ອອກຕ່າງປະເທດ, ຕ້ອງຮັບປະ ກັນໃຫ້ສາມາດດຳເນີນການຜະ ລິດຕະຫຼອດເວລາ, ເມື່ອພາຍຫຼັງ ສອງຝ່າຍເຊັນ MOU ແລະ ສໍາ ເລັດການອະນາໄມສະຖານທີ່ ໂດຍມີການປະສານສົມທົບກັບ ຝ່າຍ “ ກ ”, ຝ່າຍ “ ຂ ” ສາມາດ ດໍາ ເນີນການອອກແບບການກໍ່ສ້າງ ໂດຍສອດຄ່ອງຕາມທີ່ໄດ້ລະບຸ ໄວ້ໃນສັນຍາ, ການກຳນົດສັດ ສ່ວນການຖືຮຸ້ນຂອງແຕ່ລະຝ່າຍ ແມ່ນຢູ່ບົນພື້ນຖານມູນຄ່າຊັບສິນ ແລະ ມູນຄ່າການລົງທຶນຕົວຈິງ, ທັງສອງຝ່າຍຕົກລົງເຫັນດີປຶກສາ ຫາລືຕາມຫຼັກການຕ່າງຝ່າຍຕ່າງ ມີຜົນປະໂຫຍດຮ່ວມກັນບົນພື້ນ ຖານຫຼັກການຄວາມສະເໝີພາບ, ຖືກຕ້ອງ ແລະ ສອດຄ່ອງຕາມ ລະບຽບກົດໝາຍ ແຫ່ງ ສປປ ລາວ. ຈາກນັ້ນ, ທັງສອງຝ່າຍກໍໄດ້ ເຊັບບົດບັນທຶກຄວາມເຂົ້າໃຈ ຮ່ວມກັນກ່ຽວກັບການສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໃນການຮ່ວມທຸລະກິດປັບປຸງໂຮງ ງານເກີບທັນວາ ແລະ ສ້າງຕັ້ງ ໂຮງງານຕັດຫຍິບ ຫຼັກ 19 ທ່າ ງ່ອນ, ຕາງໜ້າກົມໃຫຍ່ພະລາທິ ການກອງທັບໂດຍ ສະຫາຍ ພົນ ຈັດຕະວາ ຄໍາແດງ ແພງວິໄລ ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ ແລະ ທ່ານ ນາງ ພວງທອງ ສຸຍະວົງ ປະທານບໍລິ ສັດພີເອັດສແອວ ເຊີວິດສ໌ ຈຳກັດ ຜູ້ດຽວ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ