ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນະຄອນຫຼວງວຽງຈັນຕ້ອງການງົບປະມານ 5 ຕື້ກີບເພື່ອສ້ອມແປງລະບົບຊົນລະປະທານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ
ເວລາອອກຂ່າວ: 2018-11-13 22:52:22 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:



ທ່ານ ສາຍຄຳ ແພງຄຳມີ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ (ນວ) ໃຫ້ສຳພາດໃນຕົ້ນເດືອນຕຸລາ ວ່າ: ອີງຕາມສະພາບຝົນຕົກ ປີ 2018 ນີ້ເປັນປີຄົບຮອບ 10 ປີ ທີ່ມີຝົນຕົກຢ່າງໜັກໜ່ວງ ເກີດ ມີນໍ້າຖ້ວມຂັງຢູ່ຫລາຍເມືອງໃນ ນວ ເປັນຕົ້ນແມ່ນເມືອງນາຊາຍ ທອງ, ໄຊທານີ ແລະ ເມືອງປາກ ງື່ມ ມີຊົນລະປະທານ ຈໍາ ນວນໜຶ່ງ ໄດ້ຮັບຜົນກະທົບ ໂດຍສະເພາະ ແມ່ນຄອງທີ່ຕິດກັບ ແຄມນໍ້າງື່ມ ເຊັ່ນ: ໂຄງການຊົນລະປະທານ ຢູ່ບ້ານແສນດິນ, ຊົນລະປະທານ ນໍ້າຫຸມ-ນໍ້າຊ່ວງ ເມືອງນາຊາຍ ທອງ, ຊົນລະປະທານຢູ່ບ້ານ ໜອງໂນ, ໜອງເຂັງ, ຈະເລີນໄຊ, ນໍ້າເຄັມ, ດວງ ບຸດດີ, ນາແຖ ແລະ ບ້ານລາດຄວາຍເກົ່າ ເມືອງໄຊ ທານີ ແລະ ຊົນລະປະທານຢູ່ບ້ານ ໂນນຊາຍ ເມືອງປາກງື່ມ ຈາກ ນໍ້າຂອງຍຶ່ງຂຶ້ນຖ້ວມເຮັດໃຫ້ ເນື້ອທີ່ທໍາການຜະລິດໄດ້ຮັບ ຄວາມເສຍຫາຍ. ຈາກນັ້ນ, ຄະນະຂະແໜງ ຊົນລະປະທານ ໄດ້ປະຊຸມປຶກ ສາຫາລື ແຕ່ງຕັ້ງພະນັກງານວິ ຊາການສົມທົບກັບອຳນາດ ການປົກຄອງເມືອງ ແລະ ບັນ ດາໂຄງການລົງກວດກາຜົນເສຍ ຫາຍຕົວຈິງກ່ອນທີ່ຈະໄດ້ເປີດ ນໍ້າຊົນລະປະທານສະໜອງນໍ້າ ໃຫ້ແກ່ເນື້ອທີ່ທໍາການຜະລິດ ຂອງປະຊາຊົນເຂດພື້ນທີ່ຖືກ ນໍ້າຖ້ວມ ໂດຍສະເພາະແມ່ນສະ ໜອງນ້ຳໃຫ້ແກ່ການຕົກກ້າເຂົ້າ ນາແຊງ ເພື່ອເຮັດການຜະລິດທົດ ແທນເນື້ອທີ່ນາປີ ທີ່ຖືກນ້ຳຖ້ວມ ເສຍຫາຍໄປນັ້ນສ່ວນແຜນການ ເປີດ ນ້ຳຊົນລະປະທານໃນວັນຊົນ ລະປະທານແຫ່ງຊາດປີນີ້ ໄດ້ຈັດ ພິທີເປີດນໍ້າຢ່າງເປັນທາງການ ໃນວັນທີ 3 ພະຈິກ 2018. ຈາກສະພາບເລັ່ງດ່ວນເຖິງ ວ່າຈະບໍ່ທັນມີຄວາມພ້ອມກໍຕາມ ແຕ່ກໍໃຫ້ໄດ້ເປີດນ້ຳສະໜອງໃຫ້ ແກ່ການຜະລິດເຂດພື້ນທີ່ນໍ້າ ຖ້ວມກ່ອນ. ປັດຈຸບັນໄດ້ຂຶ້ນແຜນ ຂໍງົບປະມານນຳກົມຊົນລະປະ ທານ ແລະ ນວ ເພື່ອມາສ້ອມແປງ ລະບົບຊົນລະປະທານທີ່ເປ່ເພ ປະມານ 5 ຕື້ກີບ ເປັນຕົ້ນການ ສ້ອມແປງລະບົບຈັກສູບນໍ້າ ທີ່ເກົ່າແກ່ໃຊ້ງານມາໄດ້ຫລາຍ ສິບປີ, ລະບົບທໍ່ສົ່ງນໍ້າ ແລະ ແພມີ ການຮົ່ວຊຶມ, ໃບພັດ ແລະ ລູກປືນ ຈັກຈ່ອຍເຮັດໃຫ້ພຽງການດູດ ນ້ຳໄດ້ປະມານ 60-70% ຖ້າບໍ່ ມີການປັບປຸງແກ້ໄຂຈະເຮັດ ໃຫ້ເນື້ອທີ່ທໍາການຜະລິດນັບ ມື້ນັບຫລຸດໜ້ອຍຖອຍລົງ. ຖ້າ ຫາກໄດ້ງົບທີ່ສະເໜີຂຶ້ນໄປນັ້ນ ມາສ້ອມແປງ ກໍຈະສາມາດສະ ໜອງນໍ້າໃຫ້ແກ່ເນື້ອທີ່ທໍາການ ຜະລິດໃນລະດູແລ້ງໄດ້ທັນຕາມ ແຜນການສູ້ຊົນປູກເຂົ້ານາແຊງ ເນື້ອທີ່ 19.500 ເຮັກຕາ ແລະ ເນື້ອທີ່ປູກພືດຜັກ 1.900 ເຮັກຕາ ທີ່ວາງໄວ້. ພ້ອມນີ້, ຮຽກຮ້ອງມາຍັງ ປະຊາຊົນ ກຸ່ມຜູ້ນຳໃຊ້ນໍ້າ, ບຸກ ຄົນ ແລະ ນິຕິບຸກຄົນທີ່ນຳໃຊ້ ນໍ້າທຳການຜະລິດບໍ່ວ່າຈະເປັນ ຫົວໜ່ວຍທຸລະກິດຕ່າງໆໃຫ້ເອົາ ໃຈໃສ່ໃນການອັດຫ້ວຍຮ່ອງ ຄອງບຶງເພື່ອເກັບກັກນ້ຳຮັບໃຊ້ ການຜະລິດ, ເອົາໃຈໃສ່ຕິດຕາມ ກວດກາສະພາບເຄື່ອງຈັກສູບ ນໍ້າເພື່ອກຽມຄວາມພ້ອມ ແລະ ອະນາໄມລ່ວງຄອງເໝືອງຊ່ວຍ ກັນ ນອກນີ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ບັນດາ ໂຄງການກໍໃຫ້ເປັນເຈົ້າການ ນຳກັນໃນການເອົາໃຈໃສ່ຊຸກຍູ້ ປະຊາຊົນເຮັດການຜະລິດໃຫ້ໄດ້ ປະສິດທິຜົນສູງ. ໂດຍ: ໂຊກໄຊ ໄຕແດງເມືອງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ