ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ
ເວລາອອກຂ່າວ: 2021-12-01 08:57:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 563 | ຄວາມນິຍົມ:



ໂດຍຕອບສະໜອງຕາມ ຄຳເຊີນຂອງ ສົມເດັດ ອັກຄະມະ ຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກກໍາປູເຈຍ, ທ່ານ ພັນ ຄໍາ ວິພາວັນ, ນາຍົກລັດຖະມົນ ຕີແຫ່ງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມດ້ວຍ ຄະນະໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ຢ່າງ ເປັນທາງການ ໃນລະຫວ່າງ ວັນ ທີ 29-30 ພະຈິກ 2021. ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ທີ່ນໍາໂດຍທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງ ເຖິງນະຄອນຫຼວງພະນົມເປັນ ໃນວັນທີ 29 ພະຈິກ 2021 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການຢ່າງສົມກຽດ ໂດຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະ ມົນຕີ ແຫ່ງຣາຊະອານາຈັກກໍາ ປູເຈຍ, ທີ່ຫໍສັນຕິພາບ. ຫຼັງຈາກສໍາເລັດພິທີຕ້ອນ ຮັບຢ່າງເປັນທາງການ, ສອງ ນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະຜູ້ແທນທັງສອງຝ່າຍໄດ້ມີ ການປະຊຸມພົບປະສອງຝ່າຍ ຮ່ວມກັນ. ໃນໂອກາດດັ່ງກ່າວນີ້, ທ່ານ ພັນຄໍາ ວິພາວັນ ນາຍົກ ລັດຖະມົນຕີໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ການຕ້ອນ ຮັບອັນອົບອຸ່ນດ້ວຍໄມຕິຈິດມິດ ຕະພາບອັນດູດດື່ມ, ຄວາມສາ ມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງ ກັນ ແລະ ກັນ ຂອງລັດຖະບານ ແລະ ປະຊາຊົນສອງຊາດລາວ- ກໍາປູເຈຍ. ການຢ້ຽມຢາມ ຣາ ຊະອານາຈັກກໍາປູເຈຍຄັ້ງນີ້ ແມ່ນການເຄື່ອນໄຫວຢ້ຽມຢາມ ຄັ້ງທໍາອິດ ແລະ ປະເທດທໍາອິດ ນັບແຕ່ດໍາລົງຕໍາແໜ່ງເປັນນາ ຍົກລັດຖະມົນຕີ, ພ້ອມທັງເປັນ ການຢືນຢັນອີກເທື່ອໜຶ່ງເຖິງ ຄວາມມຸ່ງໝັ້ນ ແລະ ເຈດຈໍາ ນົງທີ່ສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ແລະ ປະຊາ ຊົນລາວ ໃນການສືບຕໍ່ມູນເຊື້ອ ສາຍພົວພັນມິດຕະພາບ ຖານ ເພື່ອນມິດສະໜິດສະໜົມ, ຖານ ບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງ ນ້ອງ ບ້ານແກ່ວເມືອງດອງມາ ແຕ່ບູຮານນະການກໍຄື ຄູ່ຮ່ວມມື ຍຸດທະສາດຮອບດ້ານໝັ້ນຄົງ ຍາວນານລະຫວ່າງສອງປະເທດ ລາວ-ກໍາປູເຈຍ. ພ້ອມດຽວກັນນີ້, ທ່ານ ພັນ ຄໍາ ວິພາວັນ ກໍໄດ້ສະແດງ ຄວາມຂອບໃຈຢ່າງສູງມາຍັງ ສົມເດັດເຕໂຈ ຮຸນ ແຊນ ກໍຄື ລັດ ຖະບານ ແລະ ປະຊາຊົນກໍາປູ ເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະ ຍາດໂຄວິດ-19 ພ້ອມທັງໃຫ້ ການຊ່ວຍເຫຼືອຈາກລັດຖະບານ ໃນໄລຍະຜ່ານມາ ທັງອຸປະກອນ ການແພດ ແລະ ວັກຊີນ, ພ້ອມ ທັງປຸກລະດົມພາກເອກະຊົນ ຂອງກໍາປູເຈຍຊ່ວຍເຫຼືອຕື່ມອີກ. ສອງຝ່າຍໄດ້ຮ່ວມກັນທົບ ທວນຄືນການພົວພັນຮ່ວມມືໃນ ໄລຍະຜ່ານມາ ແລະ ຮ່ວມກັນ ວາງທິດທາງຮ່ວມມືໃນຕໍ່ໜ້າ, ໂດຍສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊຶ້ອຖານ ບ້ານໃກ້ເຮືອນຄຽງທີ່ມີມາແຕ່ ດົນນານລະຫວ່າງລາວ ແລະ ກໍາປູເຈຍ ທີ່ນັບມື້ນັບໄດ້ຮັບການ ຂະຫຍາຍຕົວແໜ້ນແຟ້ນຍິ່ງໆ ຂຶ້ນ, ໂດຍສະເພາະນັບຕັ້ງແຕ່ ສອງປະເທດໄດ້ຍົກລະດັບສາຍ ພົວພັນການຮ່ວມມື ເປັນຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງ ຍາວນານໃນປີ 2019, ການ ພົວພັນຮ່ວມມືຂອງສອງປະເທດ ກໍມີບັນຍາກາດອັນໃໝ່ ເຖິງວ່າ ສະພາບການສາກົນ ແລະ ພາກ ພື້ນຍັງສືບຕໍ່ມີຄວາມສັບສົນ, ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນແຕ່ລະ ປະເທດຍັງມີຄວາມຫຍຸ້ງຍາກ ແຕ່ການພົວພັນຂອງສອງປະ ເທດລາວ-ກໍາປູເຈຍ ຍັງສືບຕໍ່ ໄດ້ຮັບການເສີມຂະຫຍາຍຢ່າງ ບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກ ໃນທຸກຂົງເຂດ, ເຊິ່ງສະແດງ ອອກຄື: ຜູ້ນໍາສອງປະເທດລາວ- ກໍາປູເຈຍ ໄດ້ມີການພົບປະກັນ ຢ່າງເປັນປົກກະຕິ ທັງໃນໂອກາດ ເຂົ້າຮ່ວມກອງປະຊຸມສາກົນ ຕ່າງໆ ແລະ ພົບປະສອງຝ່າຍ ໃນຮູບແບບທາງໄກ. ການພົວ ພັນຮ່ວມມືຂອງສອງປະເທດ ໃນດ້ານຕ່າງໆແມ່ນໄດ້ຮັບການ ເສີມຂະຫຍາຍ, ເປັນຕົ້ນການ ຮ່ວມມືດ້ານການເມືອງແມ່ນຢູ່ ໃນລະດັບດີ, ການຮ່ວມມືດ້ານ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ວຽກງານ ຕ້ານຢາເສບຕິດ ກໍມີຄວາມໃກ້ຊິດ ແລະ ໄດ້ຮັບຄວາມເອົາໃຈໃສ່ ຈາກການນໍາທັງສອງປະເທດ. ການຮ່ວມມືດ້ານການລົງທຶນ, ດ້ານເສດຖະກິດ, ການຄ້າ, ວັດ ທະນະທໍາ-ສັງຄົມ, ສຶກສາ ແລະ ການຮ່ວມມືໃນທ້ອງຖິ່ນ ກໍເຫັນວ່າມີການຂະຫຍາຍຕົວ ເປັນກ້າວໆ, ສອງຝ່າຍສະແດງ ຄວາມຍິນດີທີ່ເຫັນວ່າ ການຄ້າ ການລົງທຶນສອງຝ່າຍມີທ່າຂະ ຫຍາຍຕົວດີຂຶ້ນ, ການລົງທຶນ ຂອງກໍາປູເຈຍຢູ່ລາວ ແລະ ຂອງນັກລົງທຶນລາວ ຢູ່ກໍາປູ ເຈຍ ກໍນັບມື້ນັບເພີ່ມຂຶ້ນ, ພ້ອມ ທັງຢືນຢັນຈະຮ່ວມກັນສືບຕໍ່ ສ້າງເງື່ອນໄຂສະດວກໃຫ້ແກ່ ການສົ່ງເສີມການຮ່ວມມືດ້ານ ເສດຖະກິດ, ການຄ້າຂອງສອງ ຝ່າຍໃຫ້ນັບມື້ນັບຫຼາຍຂຶ້ນ. ພິ ເສດແມ່ນເສີມຂະຫຍາຍການ ຮ່ວມມືດ້ານພະລັງງານທີ່ລາວ ມີທ່າແຮງໃນການຜະລິດ ແລະ ສົ່ງອອກ ແລະ ກໍາປູເຈຍກໍມີ ຄວາມຕ້ອງການສູງ. ນອກນີ້, ສອງຝ່າຍຍັງໄດ້ແຈ້ງໃຫ້ເຊິ່ງ ກັນ ແລະ ກັນຊາບກ່ຽວກັບສະ ພາບການພັດທະນາເສດຖະກິດ- ສັງຄົມ ແລະ ການສະກັດກັ້ນ ການລະບາດຂອງພະຍາດໂຄ ວິດ-19. ສອງຝ່າຍໄດ້ສະເໜີ ໃຫ້ມີການປຶກສາຫາລືກັນກ່ຽວ ກັບການຟື້ນຟູເສດຖະກິດ ຫຼັງ ການລະບາດຂອງພະຍາດໂຄ ວິດ-19 ໂດຍສະເພາະການຟື້ນ ຟູການທ່ອງທ່ຽວ. ສອງຝ່າຍຈະສືບຕໍ່ຮ່ວມກັນ ເຮັດໃຫ້ສໍາເລັດແຜນແມ່ບົດການ ຈັດຕັ້ງປະຕິບັດຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວ ນານ ເພື່ອຈະເປັນບ່ອນອີງໃນ ການຈັດຕັ້ງຜັນຂະຫຍາຍໃຫ້ເປັນ ຮູບປະທໍາ, ພ້ອມທັງຮ່ວມກັນ ຊຸກຍູ້ໃຫ້ມີການພົບປະກັນຫຼາຍ ຂຶ້ນຕື່ມ ລະຫວ່າງຂະແໜງການ ກ່ຽວຂ້ອງ ບົນພື້ນຖານກົນໄກ ທີ່ທັງສອງຝ່າຍມີແລ້ວ ເປັນຕົ້ນ ການຮ່ວມມືສອງຝ່າຍ (JC), (JBC) ແລະ ອື່ນໆ ແນໃສ່ປຶກ ສາຫາລື ແລະ ຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງທີ່ການນໍາຂອງ ສອງປະເທດໄດ້ລົງນາມ ແລະ ຕົກລົງເປັນເອກະພາບກັນແລ້ວ ລວມທັງບັນຫາຊາຍແດນ ລະ ຫວ່າງ 2 ປະເທດ. ໃນໂອກາດດຽວກັນນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີໄດ້ຖືໂອກາດນີ້ເຊື້ອເຊີນ ສົມເດັດເອກອັກຄະມະຫາເສນາ ບໍດີ ເຕໂຈ ຮຸນ ແຊນ ພ້ອມດ້ວຍ ພັນລະຍາໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ. ໃນມື້ຕໍ່ມາ, ທ່ານ ພັນຄໍາ ວິ ພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພຣະ ບາດສົມເດັດພຣະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ເຈົ້າຊີວິດ ແຫ່ງຣາຊະອານາຈັກກໍາປູເຈຍ, ພົບປະກັບ ສົມເດັດ ອັກຄະມະຫາ ໂປເນຍ ຈັກໄກຣ ເຮັງ ຊໍາຣິນ, ປະທານສະພາແຫ່ງຊາດ ແລະ ສົມເດັດ ວິບຸນ ເສນາ ພຽກໄດ ຊາຍຊຸມ, ປະທານສະພາສູງ ແຫ່ງຣາຊະອານາຈັກກໍາປູເຈຍ. ນອກນີ້, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າວາງ ພວງມາລາທີ່ອານຸສາວະລີນັກ ຮົບນິລະນາມ ແລະ ອານຸສາວະ ລີເຈົ້າໂນໂຣດົມສີຫານຸ. ໃນໂອກາດການຢ້ຽມຢາມຄັ້ງ ນີ້, ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ໄດ້ມອບເງິນສົດ ເພື່ອ ຊ່ວຍ ສປປ ລາວ ໃນການຕ້ານໂຄ ວິດ-19 ຈໍານວນ 3.000.000 ໂດ ລາສະຫະລັດ, ວັກຊີນ 500.000 ໂດສ ແລະ ລົດຂົນສົ່ງວັກຊີນ 2 ຄັນ, ນອກນີ້ ພາກເອກະຊົນຂອງ ກໍາປູເຈຍ ຫຼາຍບໍລິສັດກໍໄດ້ມອບ ເງິນສົມທົບເພີ່ມອີກ 10.000.000 ໂດລາສະຫະລັດລວມເປັນເງິນ ທັງໝົດ ຈໍານວນ 13.000.000 ໂດລາສະຫະລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ