ຫົວໜ້າຄຸ້ມຄອງການກໍ່ສ້າງໂຮງຮຽນການທະຫານທ້ອງຖິ່ນແຂວງ ອວຍພອນກອງບັນຊາການທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2021-12-01 09:03:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 865 | ຄວາມນິຍົມ:
ວັນທີ 30 ພະຈິກ 2021, ສະຫາຍ ຫງວຽນ ເທວິງ ຫົວ
ໜ້າຄຸ້ມຄອງ ການກໍ່ສ້າງໂຮງ
ຮຽນການທະຫານທ້ອງຖິ່ນ ແຂວງໄຊສົມບູນ ພ້ອມດ້ວຍຄະ ນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າ
ອວຍພອນ ຄະນະພັກ-ຄະນະ
ບັນຊາ ກອງບັນຊາການທະ ຫານ
ແຂວງໄຊສົມບູນ; ເນື່ອງໃນໂອ
ກາດ ວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ ທີ່ຈະມາເຖິງໃນມໍ່ໆນີ້; ພ້ອມນີ້ ສະຫາຍ ຫງວຽນ ເທວິງ
ກໍໄດ້ຂຶ້ນກ່າວຈຸດປະສົງ ການເຂົ້າ
ອວຍພອນໃນຄັ້ງນີ້ ກໍເພື່ອສະ ແດງເຖິງຄວາມສາມັກຄີຮັດ ແໜ້ນ ລະຫວ່າງສອງກອງທັບ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມໂດຍຕະຫຼອດໄລຍະທີ່ຜ່ານມາ.
ສະຫາຍ ພັນເອກ ຄໍາອິ້ງ ກິ່ງແກ້ວ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ໄຊສົມບູນ ໄດ້ຕາງໜ້າໃຫ້ຄະ
ນະພັກ-ຄະນະບັນຊາ ຕະຫຼອດ
ຮອດ ນາຍ ແລະ ພົນທະຫານ ທົ່ວ ກອງບັນຊາການທະຫານແຂວງ ໄຊສົມບູນ ໄດ້ກ່າວສະແດງຄວາມ ຂອບໃຈຢ່າງສູງມາຍັງ ສະຫາຍ ຫງວຽນ ເທວິງ ພ້ອມຄະນະ ໃນການເຂົ້າອວຍພອນຄັ້ງນີ້
ພ້ອມທັງຕີລາຄາສູງຕໍ່ການຮ່ວມ ມືລະຫວ່າງ ສອງກອງທັບ ລາວ-ຫວຽດນາມ ໃນຂະບວນການ
ຕໍ່ສູ້ກູ້ຊາດ ຕະຫຼອດໄລຍະ 46
ປີຜ່ານມາ ທັງເປັນສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການ
ຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາ ຊົນ ສອງຊາດ ລາວ-ຫວຽດນາມ ນັບມືໄດ້ຮັບການຖະນຸຖະໜອມ ບໍາລຸງສ້າງ ແລະ ໄດ້ຮັບການເຊີດ ຊູຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ສົດ ນາມໄຕ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ