ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກທີ III ຫ້ອງການເມືອງ ກອງພົນທີ 4 ສະຫຼຸບວຽກງານນຳພາ
ເວລາອອກຂ່າວ: 2021-12-01 09:03:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2106 | ຄວາມນິຍົມ:



ໃນວັນທີ 23 ພະຈິກ 2021 ນີ້, ໜ່ວຍພັກທີ III ຫ້ອງການ ເມືອງ ກອງພົນທີ 4 ສະຫຼຸບວຽກງານນຳພາ 06 ເດືອນທ້າຍປີ 2021 ແລະ ວາງ ທິດທາງ 06 ເດືອນຕົ້ນ ປີ 2022, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ພຸດທາ ສູນທອງແດງ ຄະນະພັກຮາກ ຖານຫ້ອງການເມືອງ ຫົວໜ້າພະ ແນກໂຄສະນາອົບຮົມ ກອງພົນທີ 4, ມີ ສະຫາຍ ພັນໂທ ໄມວັນ ຍ້ອມອຸທິດ ເລຂາໜ່ວຍພັກທີ III ຫົວໜ້າພະແນກຊາວໜຸ່ມກອງ ພົນທີ 4, ພະນັກງານ ສະມາຊິກ ພັກສົມບູນເຂົ້າຮ່ວມ. ສະຫາຍ ພັນໂທ ໄມວັນ ຍ້ອມອຸທິດ ເລຂາໜ່ວຍພັກທີ III ຫົວໜ້າພະແນກຊາວໜຸ່ມກອງ ພົນທີ 4 ຜ່ານບົດສະຫຼຸບນຳພາຂອງຄະນະໜ່ວຍພັກທີ III ໃນ 06 ເດືອນ ທ້າຍປີ 2021 ແລະ ທິດທາງແຜນການ 06 ເດືອນຕົ້ນ ປີ 2022 ໄດ້ຍົກໃຫ້ເຫັນດ້ານ ດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ເປັນ ຕົ້ນຄະນະພັກໜ່ວຍທີ III ໄດ້ເປັນ ເຈົ້າການສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໃຫ້ພະນັກ ງານສະມາຊິກພັກພາຍໃນໜ່ວຍ ເປັນປົກກະຕິ, ເຊື່ອມຊຶມກຳແໜ້ນ ແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ວັນສຳຄັນອື່ນໆ...ເຄື່ອນໄຫວ ແລະ ປະກອບສ່ວນເຂົ້າໃນວຽກ ງານລວມຂອງກົມກອງຢ່າງເຕັມ ເມັດເຕັມໜ່ວຍ ຕິດພັນກັບ 4 ໜ້າ ທີ່ໃຫຍ່ 26 ແຜນງານ ຂອງກະ ຊວງປ້ອງກັນປະເທດວາງອອກ, ສຸມໃສ່ສ້າງພະລາທິການກັບທີ່ ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົວເອງ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ