ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງເຈົ້າແຂວງໆຫຼວງພະບາງຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 161
ເວລາອອກຂ່າວ: 2021-12-01 09:07:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 579 | ຄວາມນິຍົມ:



ໃນວັນທີ 25 ພະຈິກ ປີ 2021 ນິ້ ສະຫາຍ ມອນໄຊ ລາວມົວຊົ່ງ ຮອງເຈົ້າແຂວງຫຼວງພະບາງ ພ້ອມຄະນະໄດ້ເຄື່ອນໄຫວ ພົບປະ ຢ້ຽມຢາມກອງຮ້ອຍທະຫານ ຊາຍແດນ 161 ທະຫານແຂວງ ຫຼວງພະບາງ, ໂດຍການຕ້ອນຮັບ ຂອງສະຫາຍ ພັນຕີ ສົມຈີນ ທຳ ມະວົງ ຫົວໜ້າການເມືອງກອງ ຮ້ອຍທະຫານຊາຍແດນ 161 ພ້ອມດ້ວຍຄະນະ. ສະຫາຍ ຮ້ອຍເອກ ບຸນຄໍາ ໄຊຍະສິດ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 161 ໄດ້ລາຍງານສະພາບຂອບ ເຂດກົມກອງຮັບຜິດຊອບໃຫ້ ສະຫາຍຮອງເຈົ້າແຂວງຮັບ ຊາບໂດຍຫຍໍ້, ໂດຍຍົກໃຫ້ເຫັນ ຜົນງານອັນພົ້ນເດັ່ນໃນການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າ ທີ່ວຽກງານທີ່ຮັບປະກັນເຮັດໃຫ້ ສະພາບມີຄວາມສະຫງົບ ຕິດ ພັນກັບການຫັນເອົາກຳລັງກໍ່ ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍໂດຍລວມ ແລ້ວເຫັນ ວ່າ: ຂອບເຂດກົມກອງ ຮັບຜິດຊອບແມ່ນມີຄວາມສະ ຫງົບປອດໄພ, ປະຊາຊົນສອງ ຊາດລາວ-ຫວຽດນາມ ໄດ້ເຄື່ອນ ໄຫວໄປມາຫາສູ່ກັນແລກປ່ຽນ ສິນຄ້າ ບົນພື້ນຖານແມ່ນເຄົາລົບ ກົດລະບຽບເຊິ່ງກັນ ແລະ ກັນຢ່າງ ເຂັ້ມງວດຂອງຊາຍແດນທີ່ສອງ ພັກ-ສອງລັດວາງອອກຢ່າງເຂັ້ມ ງວດ. ໂອກາດນີ້ ສະຫາຍ ຮອງເຈົ້າ ແຂວງ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະ ບັນຊາຕະຫຼອດຮອດ ພະນັກງານ- ນັກຮົບຈົ່ງມີສະຕິໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ 19 ຢ່າງ ເຂັ້ມງວດ, ສືບຕໍ່ປົກປັກຮັກສາ ເຂດນ້ຳແດນດິນໃຫ້ມີຄວາມ ສະຫງົບປອດໄພ, ເອົາໃຈໃສ່ ສຶກສາອົບຮົບການເມືອງ-ນຳ ພາແນວຄິດໃຫ້ປະຊາຊົນບັນ ດາເຜົ່າຮັບຮູ້ເຂົ້າໃຈແຈ້ງຕໍ່ແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢ່າງຕັ້ງໜ້າ, ໃນໂອກາດທີ່ສະຫາຍຮອງເຈົ້າ ແຂວງໄດ້ລົງມາຢ້ຽມຢາມໃນ ຄັ້ງນີ້ສະຫາຍຍັງໄດ້ມອບຄອມ ພິວເຕີ ຕັ້ງໂຕະຈໍານວນ 1 ຊຸດ ລວມມູນຄ່າ 5.000.000 ກວ່າກີບມາມອບໃຫ້ກອງຮ້ອຍ ດັ່ງກ່າວຕື່ມອີກ. ຂໍ້ມູນ: ເກດແກ້ວ ໄຊທະພອນ; ຮຽບຮຽງ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ