ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 46 ປີ
ເວລາອອກຂ່າວ: 2021-12-03 09:00:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 389 | ຄວາມນິຍົມ:



ມື້ນີ້, ວັນທີ 2 ທັນວາ 2021 ທີ່ພວກເຮົາ ກຳລັງສະເຫລີມສະຫລອງຄົບຮອບ 46 ປີ ຢູ່ນີ້, ພວກເຮົາຈົ່ງພ້ອມກັນຫວນຄືນ ພິທີ ທີ່ເປັນເຫດການປະຫວັດສາດຂອງມື້ນີ້. ກ່ອນໜ້ານີ້ 46 ປີ ຄື ວັນທີ 2 ທັນວາ 1975, ເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຢ່າງກ້ອງກັງວານ ວ່າ: “ ນັບແຕ່ມື້ນີ້ ເປັນຕົ້ນໄປ ປະຊາຊົນລາວທຸກໆເຜົ່າ, ທຸກຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ຈະໄດ້ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນ ຂອງຕົນ...” ສຽງປະກາດອັນສະຫງ່າລາສີ ແລະ ສົມກຽດນັ້ນ, ເຮັດໃຫ້ຊາດລາວ ເປັນຊາດໜຶ່ງທີ່ມີກຽດສັກສີ ເທົ່າທຽມກັບຊາດອື່ນໆ ໃນອາຊີ ແລະ ໃນໂລກ. ພວກເຮົາ ພ້ອມກັນສະຫລອງວັນຊາດ ທີ 2 ທັນວາ ທຸກໆປີ ແມ່ນການສະຫລອງວັນມະຫາໄຊ ອັນເຕັມໄປດ້ວຍຄວາມພາກພູມໃຈຂອງຄົນໃນຊາດ, ເຊິ່ງໄດ້ມາຈາກການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານ ຂອງບັນພະບູລຸດເຮົາ, ໄດ້ມາຈາກເລືອດ, ຢາດເຫຶື່ອ ແລະ ນໍ້າຕາຂອງນັກຮົບຜູ້ກ້າຫານ, ຈາກປະຊາຊົນລາວຜູ້ຮັກຊາດບັນດາເຜົ່າ ທີ່ໄດ້ຕໍ່ສູ້ດ້ວຍນຳໃຈເສຍສະຫລະ ຈຶ່ງໄດ້ນຳເອົາວັນນີ້ມາໃຫ້ຊາດ, ມາໃຫ້ປະຊາ ຊົນເຮົາ. ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ ! ເຖິງວ່າປີນີ້, ພວກເຮົາບໍ່ມີເງື່ອນໄຂ ສະຫລອງວັນຊາດ ທີ 2 ທັນວາ ດ້ວຍການໂຮມຊຸມນຸມມິດຕິ່ງໃຫຍ່ໂຕ, ຍ້ອນພະຍາດ Covid-19 ລະບາດຮ້າຍແຮງກໍ່ຕາມ, ແຕ່ຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າໃຫ້ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ຮ່ວມກັບປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ສະເຫລີມສະຫລອງໃນຮູບແບບໃໝ່, ໂດຍໄດ້ກ່າວສູນທອນພົດ ເພື່ອເປັນການສະດຸດີວັນສຳຄັນຂອງຊາດເຮົາ, ໂດຍຜ່ານສື່ມວນຊົນມານະທີ່ນີ້ ເພື່ອເປັນການຂໍ່ານັບຊົມເຊີຍ ແລະ ອວຍພອນໄຊ ວັນຊາດທີ 2 ທັນວາ ຄົບຮອບ 46 ປີ ມານະໂອກາດນີ້ ແລະ ຂ້າພະເຈົ້າຂໍໃຫ້ຜູ້ຟັງ, ຜູ້ຊົມໃນທົ່ວປະເທດ ຈົ່ງຮັບເອົາພອນໄຊອັນປະເສີດ ແລະ ຄວາມປາຖະໜາດີ ຂອງຂ້າພະເຈົ້າ ໄປຍັງການນຳທຸກຂັ້ນ, ພະນັກງານ, ທະຫານ, ຕຳຫລວດ ຕະຫລອດເຖິງປະຊາຊົນທຸກໆຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າໃນໜ້າ ທີ່ວຽກງານຂອງທຸກໆຄົນ ດ້ວຍເທີ້ນ. ພີ່ນ້ອງ ຮ່ວມຊາດ ທີ່ເຄົາລົບຮັກ, ເພື່ອນມິດສະຫາຍ ທີ່ນັບຖື ທັງຫລາຍ, ການສະເຫລີມສະຫລອງວັນບຸນໃຫຍ່ ຂອງຊາດເຮົາທຸກໆຄັ້ງ, ພວກເຮົາຍາມໃດກໍ່ຈົດຈຳລໍ້າລຶກ ເຖິງ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຜູ້ນຳທີ່ເຄົາລົບຮັກຂອງພັກ, ຂອງຊາດເຮົາ ຈົດຈໍາບຸນຄຸນອັນໃຫຍ່ຫລວງລໍ້າຄ່າຂອງບັນດາຜູ້ນໍາຂອງພັກ, ຂອງລັດເຮົາລຸ້ນກໍ່ຕັ້ງ ແລະ ລຸ້ນຕໍ່ໆມາ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ, ເຫື່ອແຮງຂອງຕົນດ້ວຍຄວາມເສຍສະ ຫລະເພື່ອປະເທດຊາດ, ເພື່ອການປະຕິວັດ ໄດ້ນຳເອົາເອກະລາດແຫ່ງຊາດ ມາໃຫ້ພວກເຮົາໄດ້ດຳລົງຄົງຢູ່ ຈົນເທົ່າທຸກວັນນີ້. ຈົດຈຳລໍ້າລຶກເຖິງນັກຮົບ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ອຸທິດຕົນ, ເສຍສະຫລະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນເຮົາ ໃນເວລາທີ່ຜ່ານມາ. ພວກເຮົາທີ່ມີຊີວິດຢູ່ໃນແຜ່ນດິນແຫ່ງນີ້ ຈົ່ງພ້ອມກັນອາໄລຮັກເຖິງພວກເພິ່ນ ແລະ ຈົດຈຳວິລະກຳອັນລໍ້າເລີດຂອງພວກເພິ່ນໄວ້ໃນສ່ວນເລິກ ຂອງຫົວໃຈຂອງພວກເຮົາຕະຫລອດໄປ. ບັນດາທ່ານ ເພື່ອນມິດ ທີ່ຮັກແພງທັງຫລາຍ ! ເພື່ອທົບທວນຄືນປະຫວັດສາດ ເປັນທີ່ຮັບຮູ້ກັນຢູ່ສະເໝີແລ້ວວ່າ: ຊາດລາວເຮົາ ເຊິ່ງເປັນຊາດໜຶ່ງ ທີ່ມີອະລິຍະທຳອັນຮຸ່ງເຮືອງ ແລະ ຄົນລາວ ໄດ້ດໍາລົງຄົງຕົວຢູ່ບົນດິນແດນອັນແສນສັກກາລະບູຊາ ແລະ ຫວງແຫນແຫ່ງນີ້ ມາຕັ້ງແຕ່ບູຮານນະການຢ່າງຍາວນານ ສືບຕໍ່ມາເປັນຫລາຍພັນປີ ແລະ ໄດ້ຜ່ານຫລາຍຍຸກປະຫວັດສາດອັນລະອິດລະອ້ຽວ ນັບແຕ່ເຈົ້າຟ້າງຸ່ມມະຫາລາດ ໄດ້ທ້ອນໂຮມແຜ່ນດິນລາວ ທີ່ກະແຈກກະຈາຍ ເປັນອານາຈັກລາວລ້ານຊ້າງ ທີ່ຂຶ້ນຊື່ລືນາມ ເມື່ອປີ ຄສ. 1353 ເປັນຕົ້ນມາ, ຊາດລາວ ໄດ້ຜ່ານໄລຍະແຫ່ງຄວາມເປັນເອກະພາບພາຍໃນຊາດ, ມີທັງຄວາມຈະເລີນຮຸ່ງເຮືອງ; ແຕ່ກໍ່ມີໄລຍະແຫ່ງຄວາມເສົ້າໝອງ, ແຜນດິນໄດ້ຖືກຕັດແບ່ງ ທັງມີຄວາມແບ່ງແຍກແຕກແຫງ ເປັນເຫດໃຫ້ຖືກຊາດອື່ນສວຍໃຊ້ ເປັນໂອກາດເຂົ້າມາຮຸກຮານ, ຄອບຄອງເອົາເປັນເມືອງຂຶ້ນ, ເມືອງສ່ວຍຕະຫລອດມາ ເປັນເວລາຍາວນານ ແຕ່ບໍ່ວ່າຍຸກໃດສະໄໝໃດ ກໍລ້ວນໄດ້ເກີດມີວິລະບູລຸດ ທີ່ປີຊາສາມາດ ແລະ ໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫລວງໃຫ້ແກ່ຊາດລາວ ເຊິ່ງໄດ້ຈາລຶກໄວ້ໃນໜ້າປະຫວັດສາດຂອງຕົນ. ບັນພະບູລຸດລາວ ໄດ້ພ້ອມກັບປະຊາຊົນລາວບັນດາເຜົ່າ ສ້າງສາພັດທະນາບ້ານເມືອງ ແລະ ປົກປັກຮັກສາຜືນແຜ່ນດິນແຫ່ງນີ້ ດ້ວຍການຕໍ່ສູ້ຢ່າງອົງອາດກ້າແກ່ນ ຕ້ານສັດຕູຜູ້ຮຸກຮານ ໃນແຕ່ລະໄລຍະປະຫວັດສາດ ເພື່ອຮັກສາໄວ້ ເຊິ່ງຄວາມເປັນຊາດລາວ ເພື່ອສ້າງຄວາມຍືນຍົງໃຫ້ປະເທດຊາດ.. ຂະບວນການຕໍ່ສູ້ເພື່ອຄວາມເປັນເອກະລາດ ມີອິດສະຫລະພາບຂອງຊາດລາວ ທີ່ຈາລຶກໄວ້ໄດ້ແກ່ : ເຈົ້າໄຊເສດຖາ, ເຈົ້າອານຸວົງ... ໃນສະໄໝບູຮານ, ຕໍ່ມາກໍ່ມີນັກຕໍ່ສູ້ທີ່ອົງອາດກ້າຫານ ຄື: ອົງແກ້ວ, ອົງກົມມະດຳ, ເຈົ້າຟ້າປັດໃຈ ແລະ ອື່ນໆ ທີ່ຍອມຕາຍ ແຕ່ບໍ່ຍອມເປັນຂ້ອຍຂ້າ, ຕໍ່ສູ້ບໍ່ຍອມຈຳນົນຕໍ່ສັດຕູໃດໆ. ນັບແຕ່ ປີ 1930 ເປັນຕົ້ນມາ, ພາຍໃຕ້ແສງສະຫວ່າງ ຈາກທວນໄຟປະຕິວັດຂອງລັດທິມາກ-ເລນິນ, ພາຍໃຕ້ການນໍາພາ ຂອງຄະນະພັກແຄວ້ນລາວ ຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ຕໍ່ມາໄດ້ສ້າງເປັນພັກປະຊາຊົນລາວ ຄື: ພັກປະຊາຊົນປະຕິວັດລາວໃນປະຈຸບັນ, ປະຊາຊົນລາວບັນດາເຜົ່າ ໄດ້ດຳ ເນີນການຕໍ່ສູ້ຢ່າງຍືດເຍື້ອຍາວນານ ດ້ວຍການເສຍສະຫລະອັນໃຫຍ່ຫລວງຂອງພະນັກງານ, ນັກຮົບປະຕິ ວັດ ແລະ ປະຊາຊົນລາວຜູ້ຮັກເຊື້ອແພງຊາດ ຈົນໄດ້ຮັບໄຊຊະນະຢ່າງສົມບູນ, ສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ ປີ 1975 ເຊິ່ງໄດ້ໄຂສັງກາດໃໝ່ ແລະ ຂຽນປະຫວັດສາດໜ້າໃໝ່ ຂອງຊາດລາວຍຸກໃໝ່ ຢ່າງເອກອ້າງທະນົງໃຈ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ພາລະກິດປະຕິວັດພາຍໃຕ້ການນຳພາຂອງພັກ ກ້າວສູ່ໄລຍະໃໝ່ ເຊິ່ງເລີ່ມຕົ້ນຈາກການຮໍາບາດແຜສົງຄາມ, ຟື້ນຟູການຜະລິດ, ຂະຫຍາຍວັດທະນະທໍາ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນເຮົາ ໃຫ້ເປັນປົກກະຕິ, ແລ້ວດໍາເນີນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງ ຄົມນິຍົມ. ເຖິງຈະຢືນຕໍ່ໜ້າຄວາມຫຍຸ້ງຍາກ ແລະ ການທົດສອບອັນຂ້ຽວຂາດ, ສັບສົນນາໆປະການ ເຊິ່ງເກີດຈາກການເຄື່ອນໄຫວມ້າງເພຢ່າງຮອບດ້ານ ແລະ ລຽນຕິດຂອງອິດທິກຳລັງເປັນປໍລະປັກ; ຄວາມດ້ອຍພັດທະນາຫລ້າຫລັງ ດ້ານເສດຖະກິດ-ສັງຄົມ ຂອງລະບອບເກົ່າ ແລະ ຜົນຮ້າຍຈາກສົງຄາມທໍາລາຍຢ່າງໜັກໜ່ວງເປັນຫລາຍສິບປີ, ແຕ່ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ກໍໄດ້ເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈທັບມ້າງກົນອຸບາຍ ທໍາລາຍມ້າງເພ ແລະ ການປິດລ້ອມໂຈມຕີ ຂອງອິດທິກໍາລັງປໍລະປັກ, ທັງເປັນເຈົ້າການເຂົ້າຮ່ວມ ຂະບວນການສ້າງສາພັດທະນາປະເທດຊາດ ຕາມແນວ ທາງຂອງພັກ ຈົນສາມາດປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໄດ້ ແລະ ພັດທະນາສ້າງສາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ຈົນມາຮອດເທົ່າທຸກວັນນີ້. ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫລາຍ! ພວກເຮົາເຫັນແຈ້ງນໍາກັນແລ້ວວ່າ: ວັນທີ 2 ທັນວາ 1975 ໄດ້ຂຽນໜ້າປະຫວັດສາດຍຸກໃໝ່ ຂອງຊາດລາວ, ແມ່ນໝາກຜົນແຫ່ງກໍາລັງແຮງສັງລວມຂອງຊາດ, ສົມທົບກັບກໍາລັງແຮງຂອງຍຸກສະໄໝ ຜ່ານຂະບວນວິວັດ ແຫ່ງການຕໍ່ສູ້ອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ ໃນແຕ່ລະໄລຍະປະ ຫວັດສາດ ກໍຄື ໃນໄລຍະເຮັດການປະຕິວັດຊາດ-ປະຊາທິປະໄຕ ແລະ ໄດ້ຊຸບຫລໍ່ ກາຍເປັນມູນເຊື້ອ ອັນສັກກາລະບູຊາຂອງຊາດລາວວິລະຊົນ ເຊິ່ງມູນເຊື້ອດັ່ງກ່າວ ໄດ້ຖືກຍຶດໝັ້ນ ແລະ ເສີມຂະຫຍາຍເຂົ້າສູ່ຊີ ວິດຕົວຈິງຂອງສັງຄົມລາວ ຕະຫລອດໄລຍະແຫ່ງການປະຕິບັດ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງພວກເຮົາ ໃນ 46 ປີຜ່ານມາ, ນັ້ນແມ່ນ: - ປະຊາຊົນເຮົາໄດ້ເສີມຂະຫຍາຍນໍ້າໃຈຮັກຊາດ, ຫວງແຫນຄວາມເປັນເອກະລາດ ບໍ່ຍອມຈໍານົນ; - ປະຊາຊົນເຮົາຍາມໃດ ກໍປົກປັກຮັກສາຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ ຢູ່ອ້ອມຂ້າງພັກ, ຢູ່ພາຍໃຕ້ຄັນທຸງ ແນວໂຮມເອກະພາບແຫ່ງຊາດ, ສ້າງເປັນເຫງົ້າພະລັງແຮງ ເພື່ອຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ; - ປະຊາຊົນລາວບັນດາເຜົ່າຍາມໃດ ກໍມີຄວາມເສຍສະຫລະອັນສູງສົ່ງ ເພື່ອປະເທດຊາດເພື່ອຜົນປະໂຫຍດລວມຂອງຊາດລາວ, ເຊິ່ງຍາມໃດກໍເປັນເຈົ້າການປະກອບສ່ວນດ້ານສະຕິປັນຍາ, ກໍາລັງເຫື່ອ ແຮງ, ຊັບສິນເງິນຄໍາ, ແມ້ນກະທັ້ງເສຍສະຫລະຊີວິດ-ເລືອດເນື້ອຂອງຕົນເພື່ອຄວາມຢູ່ລອດຂອງຊາດ; - ມູນເຊື້ອແຫ່ງຄວາມອົດທົນ, ບາກບັ່ນດຸໝັ່ນຂະຫຍັນພຽນຂອງຄົນລາວເຮົາ ຍັງສືບຕໍ່ຮັກສາໄວ້ໄດ້ ເປັນຢ່າງດີ, ນີ້ຄືກຳລັງແຮງແຫ່ງການຕໍ່ສູ້ເອົາຊະນະກັບຄວາມຫຍຸ້ງຍາກນາໆປະການ ທີ່ເກີດຂຶ້ນເພື່ອຜ່ານຜ່າ ແລະ ກໍ່ຜ່ານຜ່າມາໄດ້ ເປັນແຕ່ລະໄລຍະຂອງເຫດການທີ່ຫລໍ່ແຫລມ; - ປະເທດເຮົາ ມີພັກປະຕິວັດນໍາພາດ້ວຍແນວທາງອັນຖືກຕ້ອງ, ເປັນຕົວແທນອັນບໍລິສຸດຜຸດຜ່ອງ, ຈົງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ຖືຜົນປະໂຫຍດສ່ວນລວມຂອງປະເທດຊາດ, ຂອງປະຊາ ຊົນ ເປັນຈຸດໝາຍ ແລະ ເປັນເປົ້າໝາຍຂອງການນໍາພາ; - ພວກເຮົາ ໄດ້ມີການກໍ່ສ້າງ, ບູລະນະອົງການອໍານາດລັດຢ່າງເປັນປະຈຳ ແລະ ເປັນລະບົບ ໃຫ້ສົມບູນເທື່ອລະກ້າວ ປົກຄອງດ້ວຍກົດໝາຍໃຫ້ເປັນລັດມາຈາກປະຊາຊົນໂດຍປະຊາຊົນ ແລະ ເພື່ອປະຊາ ຊົນຢ່າງແທ້ຈິງ; - ຍ້ອນແນວທາງການຕ່າງປະເທດຖືກຕ້ອງ ແລະ ສະເໝີຕົ້ນສະເໝີປາຍ ແລະ ຄ່ອງຕົວ, ພວກເຮົາຈຶ່ງໄດ້ຮັບການສະໜັບສະໜູນຊ່ວຍເຫລືອ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຢ່າງກວ້າງຂວາງ. ປັດໃຈສຳຄັນຍິ່ງອັນໜຶ່ງ ແມ່ນພັກເຮົາໄດ້ສະດຸ້ງໄວ, ກ້າຫານ, ໄດ້ວາງແນວທາງປ່ຽນແປງ ໃໝ່ຮອບດ້ານມີຫລັກການ ອັນມີ ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ເປັນສະຖາປະນິກຫລັກ ຂອງນະໂຍບາຍນີ້ ນັບແຕ່ ປີ 1986 ເປັນຕົ້ນມາ, ການພັດທະນາ ຂອງ ສປປ ລາວ ໄດ້ມີຜົນສໍາເລັດອັນ ສໍາຄັນ ແລະ ເປັນບາດລ້ຽວປະຫວັດສາດ ທີ່ນໍາເອົາຄວາມຈະເລີນກ້າວໜ້າມາສູ່ສັງຄົມລາວ. ຜົນງານອັນ ສໍາຄັນ ແລະ ເປັນພື້ນຖານກວ່າໝູ່, ແມ່ນຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາ ຊົນເຮົາ ມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ; ສ້າງສະພາບແວດລ້ອມທີ່ສະຫງົບສັນຕິ ແລະ ສ້າງເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການດຳລົງຊີວິດ, ການທໍາມາຫາກິນ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ສ້າງຄວາມເຊື່ອໝັ້ນ ໃຫ້ນັກລົງທຶນ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ, ເຮັດໃຫ້ເສດຖະກິດ-ສັງຄົມ ໄດ້ມີການຂະຫຍາຍຕົວໃນຈັງຫວະທີ່ໄວ, ຕໍ່ເນື່ອງ ແລະ ໝັ້ນທ່ຽງ; ອັດຕາການເຕີບໂຕຂອງເສດຖະກິດ ສະເລ່ຍເພີ່ມຂຶ້ນໃນແຕ່ລະໄລຍະ (GDP) ຕໍ່ຫົວຄົນໄດ້ເພີ່ມຂຶ້ນ ຈາກ 114 ໂດລາສະຫະລັດ ໃນປີ 1985 ມາເປັນ 2.664 ໂດລາສະຫະລັດ ໃນປີ 2020. ບັນຫາສໍາຄັນ ແມ່ນພວກເຮົາ ສາມາດບຸກທະລຸ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໃນປີ 2019 ຄອບຄົວທຸກຍາກຍັງເຫລືອ 62.384 ຄອບຄົວ ເທົ່າກັບ 5,16% ຂອງຄອບຄົວ ໃນທົ່ວປະເທດ; ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນຢ່າງຕັ້ງໜ້າ ໄປຕາມທິດພັດທະນາກະສິກໍາເປັນສິນຄ້າ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິ ການ; ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໃນຂະແໜງການທີ່ປະເທດເຮົາ ມີທ່າແຮງໄດ້ປຽບເປັນຕົ້ນ: ແມ່ນການພັດທະນາພະລັງງານໄຟຟ້ານໍ້າຕົກ ໄດ້ມີການຂະຫຍາຍຕົວຢ່າງກະໂດດຂັ້ນ, ປັດຈຸບັນ ສປປ ລາວ ມີແຫລ່ງຜະລິດໄຟຟ້າແລ້ວ 80 ກວ່າແຫ່ງ; ການພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງ ຄົມ ໄດ້ມີບາດກ້າວຂະຫຍາຍຕົວ ຢ່າງບໍ່ເຄີຍມີມາກ່ອນ, ບໍ່ວ່າຢູ່ໃນຕົວເມືອງ ກໍຄື ຊົນນະບົດ. ສປປ ລາວ ເຮົາໄດ້ຮັບຜົນສໍາເລັດເປັນສ່ວນໃຫຍ່ ແລະ ມີການຫັນປ່ຽນຢ່າງຈະແຈ້ງ ໃນການປະຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາ (MDGs) ແລະ ສືບຕໍ່ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຮອດ ປີ 2030 ຢ່າງຕັ້ງໜ້າ. ໃນວັນທີ 24 ພະຈິກ 2021 ຜ່ານມານີ້, ກອງປະຊຸມສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຕົກລົງໃຫ້ ສປປ ລາວ ສາມາດເປັນປະເທດຫລຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້, ຍ້ອນຮັບຮູ້ວ່າປະຕິບັດໄດ້ຄົບເງື່ອນໄຂ, ແຕ່ພວກເຮົາຍັງຕ້ອງໄດ້ສືບຕໍ່ປະຕິບັດໄລຍະຂ້າມຜ່ານຕື່ມອີກ 5 ປີ ໃນຕໍ່ໜ້າ. ໄດ້ສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ ເສັ້ນທາງດ່ວນ ຊ່ວງທີ 1 ວຽງຈັນ-ວັງວຽງ ໃນປີ 2020, ໂຄງການສ້າງທາງລົດໄຟ ທີ່ເຊື່ອມຕໍ່ ສປ ຈີນ ແລະ ສປປ ລາວ ທັງນອນໃນແຜນເຊື່ອມຈອດກັບປະເທດໃກ້ຄຽງ ໃນພາກພື້ນອາຊີອາຄະເນ ກໍໄດ້ຮັບຜົນສໍາເລັດ ແລະ ຈະເປີດນໍາໃຊ້ຢ່າງເປັນທາງການ ໃນມື້ອື່ນນີ້ ວັນທີ 3 ທັນວາ 2021, ເຊິ່ງຖືເປັນຄວາມເອກອ້າງ ແລະ ເປັນບາດກ້າວກະໂດດ ໃນການນໍາໃຊ້ພື້ນຖານວັດຖຸ-ເຕັກນິກ ທີ່ທັນສະໄໝ ແລະ ໄດ້ສ້າງພື້ນຖານໃຫ້ແກ່ການຄົມມະນາ ຄົມຂົນສົ່ງ ຂອງປະເທດເຮົາໄດ້ສະດວກຍິ່ງຂຶ້ນ “ເປັນຂອງຂວັນ” ທີ່ມີຄວາມໝາຍສໍາຄັນປະຫວັດສາດ ໃນການປະຕິບັດຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມຈອດ” ໂດຍສະເພາະແມ່ນ ການເຊື່ອມຈອດ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງຕາມແລວເສດຖະກິດເໜືອ-ໃຕ້, ຕາເວັນອອກ-ຕາເວັນຕົກ, ເຊິ່ງເປັນທ່າແຮງດ້ານການບໍລິການທາງຜ່ານ ຢູ່ປະເທດເຮົາ... ເປັນການສ້າງເງື່ອນໄຂ ໃຫ້ປະເທດເຮົາກ້າວສູ່ບາດກ້າວສຳຄັນຂອງການກ້າວຂຶ້ນ ເປັນປະເທດກຳລັງພັດທະນາ ໄດ້ບາດກ້າວເບື້ອງຕົ້ນ. ດ້ານວັດທະນາທໍາ-ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍຖືເອົາການພັດທະນາຊັບພະຍາກອນມະນຸດ ເປັນເປັນບູລິມະສິດສໍາຄັນ, ຫລາຍທ້ອງຖິ່ນໄດ້ປະກາດຈົບຊັ້ນມັດ ທະຍົມຕອນຕົ້ນ, ຖັນແຖວປັນຍາຊົນ, ນັກຮຽນຮູ້, ບັນດາຊ່ຽວຊານດ້ານຕ່າງໆ ກໍຄືແຮງງານທີ່ໄດ້ຮັບການຝຶກສີມື ນັບມື້ນັບຫລາຍຂຶ້ນ, ຕາໜ່າງສາທາລະນະສຸກ ກໍໄດ້ຮັບການປັບປຸງ ແລະ ຂະຫຍາຍອອກໄປສູ່ເຂດຫ່າງໄກສອກຫລີກ, ເຮັດໃຫ້ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນ; ຄຸນຄ່າດ້ານວັດທະນາທໍາ, ຮີດຄອງປະເພນີທີ່ເປັນມູນເຊື້ອດີງາມຂອງຊາດລາວ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍໃຫ້ອຸດົມຮັ່ງມີ ໄປພ້ອມກັບການຈໍາກັດ ແລະ ລົບລ້າງວັດທະນາທໍາ ທີ່ເຊື່ອມຊາມ-ຊອດກະ ຈາ, ການເຊື່ອຖືງົມງວາຍ ໄດ້ຫລຸດລົງເປັນກ້າວໆ; ບົດບາດຍິງຊາຍ ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດເຈນ. ການພົວພັນລະຫວ່າງປະເທດ ແລະ ການທູດ ໄດ້ຮັບການເປີດກວ້າງ ແລະ ສາມາດຍົກບົດບາດ, ອິດທິພົນຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີສາກົນຢ່າງບໍ່ຢຸດຢັ້ງ. ທັງໝົດເຫລົ່ານັ້ນ, ເປັນການສ່ອງແສງໃຫ້ເຫັນລັກສະນະດີເດັ່ນຂອງລະບອບໃໝ່ ກໍຄື ສັງຄົມລາວເຮົາຕະຫລອດ 46 ປີ ຜ່ານມາ. ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ! ຜ່ານພຶດຕິກໍາຕົວຈິງ ຕະຫລອດໄລຍະ 46 ປີ ຂອງລະບອບປະຊາທິປະໄຕ ປະຊາຊົນ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ: ຊາດລາວເຮົາບໍ່ພຽງແຕ່ຈາກເປັນປະເທດນ້ອຍ, ຫລ້າຫລັງ, ຊໍ້າຍັງຖືກເສດເຫລືອ ຂອງແນວຄິດສັກດີນາ-ຂຸນເສິກ ແລະ ລ່າເມືອງຂຶ້ນກົດໜີບ, ປະເທດຊາດໄດ້ຖືກທໍາລາຍມ້າງເພ ຈາກສົງ ຄາມຢ່າງໜັກໜ່ວງ ແລະ ການບີບຮັດຢ່າງອັດຕະຂັດທີ່ສຸດຂອງສະພາບແວດລ້ອມ ທັງພາຍໃນ ແລະ ພາຍນອກ, ແຕ່ຍ້ອນມູນເຊື້ອອັນພິລະອາດຫານ ມູນເຊື້ອວິລະຊົນຂອງຊາດລາວ, ຄວາມດຸໝັ່ນພາກພຽນ, ການປະດິດສ້າງ, ຄວາມສະດຸ້ງໄວຂອງທົ່ວພັກເຮົາ ທີ່ຊີ້ນຳ-ນຳພາ ລັດ ແລະ ປັບປຸງການບໍລິຫານປະເທດ ໃນແຕ່ລະໄລຍະ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ຈຸດພິເສດ ຂອງປະເທດເຮົາ, ເຕົ້າໂຮມທຸກກຳລັງແຮງ ແລະ ສະຕິປັນຍາຂອງປະຊາຊົນທັງປະເທດ ໃຫ້ເປັນຈິດໜຶ່ງໃຈດຽວ ຈຶ່ງໄດ້ເຮັດໃຫ້ ສປປ ລາວ ສາມາດດໍາລົງຄົງຕົວ, ນັບມື້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນຢ່າງບໍ່ຢຸດຢັ້ງ ມາເຖິງປັດຈຸບັນນີ້. ຮຽນ ບັນດາທ່ານ, ບັນດາສະຫາຍ, ພີ່ນ້ອງຊາວລາວ ທົ່ວປະເທດ ທີ່ນັບຖືຮັກແພງ ! ພວກເຮົາໄດ້ຮັບຮູ້, ເຂົ້າໃຈອະດີດ, ກຳແໜ້ນມູນເຊື້ອໃນອະດີດ ແລະ ສາມາດຮັບຮູ້ປັດຈຸບັນ ໄດ້ເປັນຢ່າງດີແລ້ວ. ດັ່ງນັ້ນ, ໃນໂອກາດນີ້ ຂ້າພະເຈົ້າຢາກຂໍສະເໜີ ບາງຄວາມເຫັນທີ່ເປັນທັດສະນະ ເພື່ອເປັນທິດຈະສືບຕໍ່ເສີມຂະຫຍາຍ ແລະ ແກ້ໄຂ ບົນເສັ້ນທາງກ້າວໄປໜ້າ ຂອງປະເທດເຮົາ ເພື່ອໃຫ້ປວງຊົນລາວ ທຸກຄົນຮ່ວມກັນຄິດ, ຮ່ວມກັນແກ້ ແລະ ຮ່ວມກັນສ້າງດັ່ງນີ້ : ໜຶ່ງ : ຖ້າພວກເຮົາ ໄດ້ທົບທວນຄືນປະຫວັດສາດ ອັນຍາວນານຂອງຊາດເຮົາ, ທົບທວນຄືນວິລະກຳຂອງບັນດາວິລະບູລຸດ ທີ່ມີຄວາມອົງອາດ, ກ້າຫານຕໍ່ສູ້ເພື່ອຄວາມເປັນຊາດລາວ, ເພື່ອຄົນລາວ ໃຫ້ໄດ້ມີຊາດ, ມີປະເທດ, ຕ້ານກັບການກົດຂີ່ຂົ່ມເຫັງ, ຕ້ານກັບການຮຸກຮານ, ກືນກິນລາວ ໃນເວລານັ້ນ, ພວກເຮົາຄົນລຸ້ນນີ້ ຕ້ອງເພີ່ມທະວີຄວາມຮັກເຊື້ອແພງຊາດ ໃຫ້ນັບມື້ນັບສູງຂຶ້ນ, ຮຽນເອົາແບບຢ່າງອັນດີເລີດ, ຮູ້ບຸນຄຸນ, ຄຸນງາມຄວາມດີຂອງບັນພະບູລຸດເຮົາ ໃນແຕ່ລະຍຸກ, ແຕ່ລະສະໄໝ ໄວ້ເປັນຄະຕິເຕືອນໃຈ ເພື່ອພວກເຮົາໄດ້ສ້າງຄວາມດີຂອງພວກເຮົາໄວ້ໃຫ້ລູກຫລານ ສືບທອດມູນເຊື້ອອັນນັ້ນໄວ້ບໍ່ໃຫ້ໜ້າປະຫວັດສາດເຫລົ່ານັ້ນ, ບໍ່ພຽງແຕ່ຖືກຫລົງລືມໄປ, ແຕ່ຍັງເປັນກຳລັງແຮງ, ກຳລັງໃຈ ແຫ່ງການສ້າງຊາດເຮົາ ໃຫ້ເປັນຊາດ ທີ່ໄດ້ຮັບການພັດທະນາກ້າວໜ້າ ເປັນຊາດທີ່ມີກຽດສັກສີ ຕໍ່ໄປໜ້າຢ່າງບໍ່ຢຸດຢັ້ງ; ສອງ : ພວກເຮົາ ໄດ້ທົບທວນຄືນເບິ່ງຢ່າງມີການສະຫລຸບທີ່ຊັດເຈນແລ້ວວ່າ: ການຕໍ່ສູ້ປະຕິວັດປົດປ່ອຍຊາດນັ້ນ, ຖ້າບໍ່ມີພັກປະຕິວັດນຳພາ ແມ່ນບໍ່ສາມາດເຮັດໃຫ້ການປະຕິວັດ ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບໄຊຊະນະສົມບູນໄດ້, ໃນທີ່ສຸດຂະບວນການທີ່ມີຄວາມຮັກຊາດຢ່າງດຽວເທົ່ານັ້ນ ກໍ່ຈະຖືກປາບປາມ, ດັບສູນໃນທີ່ສຸດ... ແຕ່ພາຍຫລັງມີພັກປະຕິວັດ, ພັກຂອງລັດທິມາກສຊິດ-ເລນິນນິດ ນຳພາຈຶ່ງສາ ມາດວາງແນວທາງທີ່ຖືກຕ້ອງ, ສາມາດເຕົ້າໂຮມກ້ອນກຳລັງຂອງຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນຕໍ່ສູ້ຢ່າງທໍລະຫົດ, ອົດທົນ ຈຶ່ງສາມາດໄດ້ຮັບໄຊຊະນະສຸດທ້າຍນັ້ນ...ພວກເຮົາຜູ້ທີ່ໄດ້ມີຊີວິດຢູ່, ທີ່ກຳ ລັງສ້າງສາພັດທະນາປະເທດເຮົາ ແລະ ໄດ້ມີເງື່ອນໄຂດຳລົງຊີວິດຢ່າງສະຫງົບສັນຕິ ຢູ່ທຸກມື້ນີ້ ຈະຄິດເຖິງອະນາຄົດ ໃຫ້ຕິດພັນກັບເສັ້ນທາງເດີນຂອງຕົນແຕ່ລະຄົນ ແລະ ເສັ້ນທາງເດີນຂອງປະເທດຂອງພວກເຮົາ. ຄື : ບໍ່ສະເພາະແຕ່ພວກເຮົາ ຕ້ອງປົກປັກຮັກສາລະບອບໃໝ່, ປົກປັກຮັກສາໝາກຜົນ ຂອງການປະຕິວັດ ໃຫ້ໝັ້ນຄົງເທົ່ານັ້ນ, ແຕ່ພວກເຮົາ ຕ້ອງເຮັດທຸກສິ່ງທຸກຢ່າງຮ່ວມກັນ ເພື່ອສ້າງປະເທດເຮົາ, ສ້າງລະບອບປະຊາທິປະໄຕປະຊາຊົນ ຂອງປະເທດເຮົາ ໄດ້ສືບຕໍ່ໝັ້ນຄົງ, ເຂັ້ມແຂງ ແລະ ພັດທະນາ ຈາກກ້າວນີ້ ໄປສູ່ກ້າວຕໍ່ໄປຢ່າງບໍ່ຢຸດຢັ້ງ ເພື່ອເປົ້າໝາຍໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ ມີຄວາມສີວິໄລ, ກ້າວໜ້າ ແລະ ກ້າວໄປສູ່ ເປັນປະເທດຮັ່ງມີເຂັ້ມແຂງ ສູ່ຈຸດໝາຍສັງຄົມນິຍົມ. ເປົ້າໝາຍ ທີ່ໄດ້ກ່າວມານັ້ນ, ແມ່ນສູງສົ່ງແຕ່ເສັ້ນທາງເດີນສຸດທິລະອິດລະອ້ຽວ, ຂ້ຽວຂາດ, ເສັ້ນທາງເດີນເສັ້ນນີ້ ບໍ່ຄືກັບ “ ເສັ້ນ ທາງ ທີ່ໂຮຍດ້ວຍດອກໄມ້ ” ແຕ່ຢ່າງໃດ, ເສັ້ນທາງນີ້ ຕ້ອງມີອຸປະສັກ ແລະ ທຸລະກັນດານ, ແຕ່ພວກເຮົາ ຕ້ອງສ້າງໃຫ້ມີຄວາມສາມາດຜ່ານໄປໄດ້, ຕ້ອງເດັດດ່ຽວ “ ໄປໃຫ້ສຸດ, ຂຸດໃຫ້ເຖິງ ” ເດີນໃຫ້ເຖິງຈຸດໝາຍ, ນີ້ເປັນພາລະທີ່ທ້າທາຍຕໍ່ຄົນລຸ້ນໃໝ່ຂອງພວກເຮົາ. ແຕ່ພວກເຮົາຄົນລຸ້ນນີ້ ຈະສະໜັບສະໜູນຊີ້ສ່ອງທາງເດີນໃຫ້ ແລະ ພວກເຮົາທີ່ກຳລັງມີໜ້າທີ່ຢູ່ດຽວນີ້ ຕ້ອງເຊື່ອໝັ້ນ ໃນຄວາມສາມາດ ຂອງຄົນລຸ້ນ ຕໍ່ໆໄປ. ພວກເຮົາຕ້ອງກ້າຫານຝາກອະນາຄົດຂອງປະເທດຊາດ ໄວ້ນຳເຂົາເຈົ້າ, ພຽງແຕ່ຮຽກຮ້ອງໃຫ້ເຂົາເຈົ້າ ຕ້ອງເປັນລຸ້ນຄົນທີ່ໜັກແໜ້ນ, ຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ ທີ່ແທ້ຈິງ, ໃຫ້ເຂົາສ້າງຕົນເອງ ໃຫ້ເປັນຄົນລາວ ທີ່ໜັກແໜ້ນເຂັ້ມແຂງຂອງຊາດ ໃຫ້ເປັນລຸ້ນຄົນທີ່ : “ ຄິດໃຫ້ກວ້າງ, ມອງໃຫ້ໄກ, ໄປໃຫ້ຖືກ ” ເທົ່ານັ້ນ. ສາມ : 46 ປີ ຜ່ານມາ ຖ້າພວກເຮົາຮຽນຮູ້ໄດ້ຈາກທິດສະດີ ແລະ ພຶດຕິກຳ ໃນການພັດທະນາປະເທດ ທີ່ເລິກເຊິ່ງ, ພວກເຮົາຈະເຫັນວ່າ: ເສັ້ນທາງເດີນຂອງການພັດທະນາປະເທດ ໃນໄລຍະໃໝ່ ນັບແຕ່ 2 ທັນວາ 1975 ມານີ້, ແມ່ນເສັ້ນທາງ ທີ່ເຕັມໄປດ້ວຍຄວາມລະອິດລະອ້ຽວຂ້ຽວຂາດ, ເຕັມໄປດ້ວຍຂວາກໜາມ, ແຕ່ພັກເຮົາໄດ້ວາງແນວທາງປະຕິບັດອອກແຕ່ລະໄລຍະ, ປັບປຸງປ່ຽນແປງເປັນແຕ່ລະໄລຍະ ໃຫ້ສອດຄ່ອງກັບສະຖານະການທີ່ຜັນແປ ເຊັ່ນ: ໄລຍະຮຳບາດແຜສົງຄາມໄດ້ປົກຄອງປະເທດ ແລະ ວາງແນວທາງອອກແນວໜຶ່ງ, ໄລຍະແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ກໍ່ໄດ້ວາງແນວທາງນະໂຍບາຍ ແລະ ວາງແຜນພັດທະນາອອກໃຫ້ໄປຄຽງຄູ່ກັບການສ້າງ ໃຫ້ລັດເຮົາປົກຄອງດ້ວຍລັດຖະທຳມະນູນ ແລະ ກົດໝາຍ ໃຫ້ນັບມື້ນັບຄົບຊຸດ ແລະ ຮັດກຸມ... ແລະ ໄລຍະຕໍ່ມາ ກໍ່ເປັນໄລຍະແຫ່ງການເປີດກວ້າງ ປະ ເທດອອກສູ່ໂລກ... ທັງໝົດເຫລົ່ານີ້, ພວກເຮົາຈະເຫັນວ່າ ປະເທດເຮົາ, ຊາດເຮົາ ໄດ້ມີການປ່ຽນແປງໄປໃນທາງທີ່ດີ ແລະ ກ້າວໜ້າຢ່າງເຫັນໄດ້ປະຈັກຕາ...ແຕ່ພວກເຮົາ ກໍ່ຍັງຕ້ອງໄດ້ຄິດຕໍ່ຄຳເວົ້າ ທີ່ເຄີຍໄດ້ຍິນ ຈາກປະຊາຊົນລາວ ທີ່ເປັນການສະແດງອອກໃນລັກສະນະສົມທຽບວ່າ : “ ເຮືອນຕ້ອງມີຂື່-ມີແປ ” ຫລື ຈົ່ມວ່າ: “ເຮືອນບໍ່ມີຂື່-ບໍ່ມີແປ ”... ຄຳເວົ້ານີ້ສະທ້ອນເຖິງການປົກຄອງຂອງປະເທດ, ຂອງສັງຄົມ ທີ່ສະທ້ອນໃຫ້ເຫັນວ່າ ປະຊາຊົນຢາກໃຫ້ມີການປົກຄອງທີ່ດີນັ້ນເອງ... ຕໍ່ກັບເລື່ອງນີ້ ຂ້າພະເຈົ້າ ຢາກຂໍໃຫ້ທຸກຄົນ ໄດ້ຄິດ ແລະ ສຳນຶກວ່າ: ພາບຂອງເຮືອນຫລັງໜຶ່ງ ທີ່ຄົນລາວມັກປຸກຂຶ້ນເປັນທີ່ຢູ່ອາໃສນັ້ນ, ຈິງຢູ່ວ່າຕ້ອງ ມີຂື່-ມີແປ ທີ່ທົນທານແຂງແຮງ, ແຕ່ຢາກໃຫ້ເຮືອນສາມາດ ເປັນເຮືອນທີ່ແຂງແຮງທົນທານ, ເປັນທີ່ເພິ່ງ ຂອງຜູ້ຢູ່ອາໄສທີ່ໝັ້ນໃຈໄດ້, ເຮືອນຫລັງນັ້ນຕ້ອງມີເສົາຫລາຍເສົາ ແຕ່ຕ້ອງມີເສົາຫລັກທີ່ແຂງແຮງທົນທານ. ມີເສົາທົນທານ, ມີຂື່-ມີແປທີ່ເຂັ້ມແຂງ ແລະ ຍັງຕ້ອງມີພື້ນທີ່-ຖານທີ່ກວ້າງຂວາງ, ແໜ້ນໜາຮອງຮັບທີ່ໄວ້ໃຈໄດ້. ຖ້າພື້ນບໍ່ທົນທານ, ບໍ່ກວ້າງຂວາງ ກໍ່ຈະເຮັດໃຫ້ເຮືອນບໍ່ຢູ່ດົນ, ທົນບໍ່ໄດ້ນານ. ອີກສຳຄັນອັນໜຶ່ງ, ຂ້າພະເຈົ້າຂໍສະເໜີວ່າ ຜູ້ຢູ່ອາໃສຕ້ອງໝັ່ນກວດກາ, ສ້ອມແຊມຫລັງຄາ ບໍ່ໃຫ້ແຕກແຫງ ບໍ່ໃຫ້ຮົ່ວ ໃນຍາມຝົນຕົກລົງມາ.. ເພາະຖ້າເປັນເຊັ່ນນັ້ນ, ຄົນໃນເຮືອນຈະຢູ່ບໍ່ເປັນສຸກ..ຂໍໃຫ້ແຕ່ລະຄົນນຳໄປວິໄຈເອົາເອງ ວ່າສ່ວນປະກອບຂອງເຮືອນຫລັງໜຶ່ງນີ້ ມັນທຽບກັບປະເທດໜຶ່ງ, ທຽບກັບສັງຄົມໜຶ່ງ, ໂດຍສະເພາະສັງຄົມເຮົາໄດ້ຄືແນວໃດແດ່, ຂໍຝາກໄວ້ກັບຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປ ຈະເສີມສ້າງ “ ເຮືອນຫລັງໃຫຍ່ ” ຂອງພວກເຮົາໃຫ້ໝັ້ນຄົງຖາວອນ, ໃຫ້ປອດໄພ ແລະ ໃຫ້ກ້າວໜ້າໄດ້ຄືແນວໃດ. ສີ່ : ພວກເຮົາໂຊກດີ ທີ່ປະເທດເຮົາມີທີ່ຕັ້ງທີ່ປອດໄພ. ບັນພະບູລຸດເຮົາ ໄດ້ປະມໍລະດົກອັນລໍ້າຄ່າ ຢ່າງຫລວງຫລາຍ ເຊິ່ງຄວາມສວຍສົດງົດງາມ, ຄວາມອຸດົມຮັ່ງມີ ຂອງຊັບພະຍາກອນທຳມະຊາດ ໄວ້ໃຫ້ພວກເຮົາ ປົກປັກຮັກສາ ແລະ ນຳໃຊ້ ເພື່ອຊີວິດທີ່ດີ ແລະ ການພັດທະນາ ທີ່ຍືນຍົງ... ພວກເຮົາສາມາດຮຽນຮູ້ ຈາກພຶດຕະກຳຕົວຈິງ ໃນຂະບວນວິວັດແຫ່ງການພັດທະນາປະເທດເຮົາ ຜ່ານ 46 ປີ ຜ່ານມາ, ຮຽນຮູ້ທັງບົດຮຽນທີ່ດີ, ຕັ້ງໜ້າ, ແຕ່ເວລາດຽວກັນ ພວກເຮົາກໍ່ຮຽນຮູ້ຈາກຄວາມຜິດພາດ ແລະ ຂໍ້ບົກຜ່ອງ ໄດ້ເປັນຢ່າງດີແລ້ວ. ຂ້າພະເຈົ້າ ຢາກຂໍຝາກຂໍ້ຄິດໄວ້ກັບຄົນຮຸ່ນນີ້ ແລະ ຄົນ ຮຸ່ນຕໍ່ໆໄປວ່າ : ຮຽນໃຫ້ຮູ້ຈາກການນຳໃຊ້ຊັບພະຍາກອນທຳມະຊາດຢ່າງກຸ້ມຄ່ານັ້ນ, ຈະເຮັດແນວໃດ ຈຶ່ງສ້າງໄດ້ທັດສະນະຄະຕິ ທີ່ດີກວ່າ ເພື່ອປ້ອງກັນການສູນເສຍອັນໃຫຍ່ຫລວງ ຂອງຊັບພະຍາກອນຂອງພວກເຮົາໄປຢ່າງໜ້າເສຍດາຍ ທີ່ບໍ່ສາມາດເອົາຄືນມາໄດ້...ຂໍຝາກໄວ້ນຳທຸກຄົນ, ທັງຮຸ່ນປັດຈຸບັນ ແລະ ຮຸ່ນຕໍ່ໄປວ່າ: ໃຫ້ຕັດສິນໃຈປ່ຽນແປງທັດສະນະຄະຕິ ແລະ ໃຫ້ຄິດສະເໝີວ່າ: “ ເຮົາຈະເອົາຊີວິດເຮົາ ເປັນເດີມພັນ ເພື່ອປົກປ້ອງຊັບພະຍາກອນອັນລໍ້າຄ່າຂອງຊາດໄວ້ໃຫ້ໄດ້ນຳໃຊ້ຍາວນານ, ໄດ້ຜົນປະໂຫຍດ ແຕ່ບໍ່ທຳລາຍໃຫ້ເສຍຫາຍ, ພວກເຮົາຈະບໍ່ປ່ອຍໃຫ້ຄົນເອົາຊັບພະຍາກອນ ທີ່ອຸດົມຮັ່ງມີເຫລົ່ານີ້ໄປໃຊ້ໂດຍຂາດຄວາມຮັບຜິດຊອບ, ຂາດຈັນຍາທຳ, ຂາດຈັນຍາບັນ ເພື່ອທຳລາຍໄປ, ສູນຫາຍໄປຢ່າງໜ້າເສຍດາຍອີກຕໍ່ໄປໄດ້ແນວໃດ ”. ຂໍໃຫ້ນໍາເອົາບັນຫານີ້ ເຂົ້າສູ່ການຄົ້ນຄວ້າສົນທະນາ ແລະ ນໍາໄປສູ່ການມີມາດຕະການທີ່ດີກວ່າ ເພື່ອສ້າງອະນາຄົດອັນດີງາມໃຫ້ປະເທດຊາດຂອງພວກເຮົາຍືນຍົງຕໍ່ໄປ ແລະ ພັດທະນາໄປຕາມແນວທາງນະໂຍບາຍຂອງພັກ ຄື: “ພັດທະນາທີ່ຍືນຍົງ ແລະ ສີຂຽວ”. ຫ້າ : ຖ້າພວກເຮົາ ເຫັນວັດທະນະທຳອັນດີງາມ, ລໍ້າຄ່າ ຮີດຄອງປະເພນີອັນໜ້າປົກປ້ອງ, ຫວງແຫນ ແລະ ສາມາດພັດທະນາໃຫ້ເປັນເອກະລັກຂອງຊາດ ອອກສູ່ສາກົນນັ້ນ... ພວກເຮົາ ຕ້ອງຮ່ວມກັນເສີມຂະຫຍາຍມັນໃຫ້ສຸດຂີດ ເພື່ອຮັກສາໄດ້ເອກກະລັກ, ແຕ່ໃຫ້ເອົາສິ່ງເຫລົ່ານັ້ນ ມາຮັບໃຊ້ຊີວິດການເປັນຢູ່ທີ່ດີກວ່າຂອງປະຊາຊົນເຮົາ ນຳເອົາຜົນປະໂຫຍດໃຫ້ຊາດ ແລະ ໃຫ້ປະຊາຊົນ, ສືບຕໍ່ເປັນຄວາມເອກອ້າງສືບຕໍ່ໄປ. ຂ້າພະເຈົ້າ ຂໍຝາກໄວ້ເປັນຂໍ້ຄິດທີ່ວ່າ ເຖິງວ່າໂລກຈະປ່ຽນໄປ, ຄ່ານິຍົມຂອງຄົນຫລາຍປະເທດປ່ຽນໄປ, ຜົນສະທ້ອນຂອງການປ່ຽນແປງຂອງໂລກນັ້ນ, ຂໍຢ່າໃຫ້ມາປ່ຽນແປງວັດທະນະທໍາ ແລະ ປະເພນີອັນດີງາມຂອງຊາດລາວເຮົາໄດ້. ການຮັກສາຄຸນຄ່າຂອງຄວາມເປັນລາວທາງດ້ານປະເພນີຮີດຄອງ ເອົາໄວ້ໄດ້ ຈົນເທົ່າໃດໆນັ້ນ, ເປັນການຮັກສາຄວາມເປັນຊາດລາວ ໄວ້ຈົນເທົ່າໃດໆເໝືອນກັນ. ຫົກ : ມູນເຊື້ອອັນດີງາມ ເປັນທີ່ໂດດເດັ່ນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຮົາໃນ 46 ປີ ຜ່ານມານັ້ນ, ແມ່ນນະໂຍບາຍການຕ່າງປະເທດ ທີ່ສະເໝີຕົ້ນສະເໝີປາຍ, ເປີດກວ້າງ, ຫລາຍຮູບ, ຫລາຍສີ, ພົວພັນຫລາຍຝ່າຍ, ຫລາຍລະດັບທີ່ສະຫລາດພິກໄຫວ ແລະ ຄ່ອງຕົວ ຂອງພັກ ແລະ ລັດ ທີ່ໄດ້ສືບທອດມໍລະດົກມາແຕ່ສະໄໝຕໍ່ສູ້ກູ້ຊາດ. ພວກເຮົາຄົນຮຸ່ນນີ້ ແລະ ຄົນຮຸ່ນຕໍ່ໄປ ບໍ່ສະເພາະແຕ່ຮັກສາມູນເຊື້ອອັນດີງາມນີ້ ໄວ້ເປັນບົດຮຽນເທົ່ານັ້ນ, ຫາກຍັງຕ້ອງເຊີດຊູຄວາມຮັບຜິດຊອບ, ພັດທະນາວຽກງານການພົວພັນຕ່າງປະເທດ ແລະ ການທູດໃຫ້ສືບຕໍ່ໜັກແໜ້ນ, ກວ້າງໄກ, ມີໄຫວພິບ, ຮູ້ເລິກ, ຮູ້ຕື້ນ, ຮູ້ໜາ, ຮູ້ບາງ, ຮູ້ມິດ, ຮູ້ສັດຕູ ແລະ ສືບຕໍ່ປະຕິບັດ “ ນະໂຍບາຍການທູດປ້ອງກັນເຫດ, ບຸກທະລຸ ເພື່ອພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດເຮົາ ” ການທູດທີ່ດີ ຈະຊ່ວຍວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ດີ, ການທູດທີ່ດີ ຈະຊ່ວຍການພັດທະນາເສດຖະກິດ, ການທູດທີ່ດີຈະຊ່ວຍສ້າງບົດບາດໜ້າຕາຂອງປະເທດ... ນີ້ຄື ບົດຮຽນຕົວຈິງ ຂອງ 46 ປີ ຜ່ານມາ ຫລື ຫລຽວຄືນໄປອະດີດ, ການທູດສ້າງເງື່ອນໄຂ ໃຫ້ການຕໍ່ສູ້ທີ່ເປັນທຳ ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນຂັ້ນໆມາ. ສຸດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກການຈັດຕັ້ງໃນລະບົບການເມືອງ, ສະມາຊິກພັກ, ພະ ນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ພີ່ນ້ອງປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງເພີ່ມທະ ວີຄວາມສາມັກຄີເປັນປຶກ ແຜ່ນ, ຄວາມຮັບຜິດຊອບການເມືອງ, ເປັນເຈົ້າການຫັນເອົາມູນເຊື້ອ ແລະ ນໍ້າໃຈວັນຊາດ ທີ 2 ທັນວາ, ພ້ອມກັນເສີມຂະຫຍາຍໝາກຜົນ ທີ່ຍາດມາໄດ້ໃນພາລະກິດປ່ຽນແປງໃໝ່, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ເປັນຮູບປະທໍາຕົວຈິງ ເພື່ອສືບຕໍ່ບູລະນະລະ ບອບປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ ກ້າວຂຶ້ນບໍ່ຢຸດຢັ້ງ. ຂໍອວຍພອນອັນປະເສີດ, ໃຫ້ແກ່ປວງຊົນລາວທັງຊາດ ຜູ້ທີ່ດຳລົງຊີວິດຢູ່ພາຍໃນ ແລະ ຢູ່ຕ່າງ ປະເທດ ແລະ ຊາວຕ່າງປະເທດທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ ທຸກໆທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມສຸກ, ມີຄວາມສຳເລັດ ໃນໜ້າທີ່ວຽກງານທຸກປະການ ມານະທີ່ນີ້ດ້ວຍ ! ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫມັ້ນຍືນ ! ພັກປະຊາຊົນປະຕິວັດລາວ ຜູ້ຈັດຕັ້ງນຳພາທຸກໄຊຊະນະ ຂອງການປະຕິວັດລາວ ໝັ້ນຍືນ ! ນ້ຳໃຈ ວັນຊາດ ທີ 2 ທັນວາ ຫມັ້ນຍືນ ! ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງປະຊາຊົນລາວ ຕະຫລອດໄປ ! (ຂໍຂອບໃຈ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ