ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງທັບປະຊາຊົນລາວ ເຂົ້າຮ່ວມ ພິທີເປີດການເຝິກຊ້ອມທາງທະເລ ອາຊຽນ-ຣັດເຊຍ
ເວລາອອກຂ່າວ: 2021-12-03 09:11:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 398 | ຄວາມນິຍົມ:



ໃນ ວັນທີ 01 ທັນວາ 2021, ຄະນະຜູ້ແທນກອງທັບປະຊາຊົນ ລາວ ນຳໂດຍ ທ່ານ ພັນເອກ ທອງ ວັນ ແສງວົງຈິດ, ຮອງຫົວໜ້າ ກົມພົວພັນຕ່າງປະເທດ, ຫົວໜ້າ ໜ່ວຍງານວິຊາການເຈົ້າໜ້າທີ່ ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ພ້ອມກັບບັນ ດາຫົວໜ້າໜ່ວຍງານວິຊາການ ເຈົ້າໜ້າທີ່ອາວຸໂສປ້ອງກັນປະ ເທດອາຊຽນ ຈາກບັນດາປະ ເທດສະມາຊິກອາຊຽນ, ບັນດາ ທີ່ປຶກສາທູດປ້ອງກັນຊາດ ອາ ຊຽນ ປະຈຳ ອິນໂດເນຊເຍ ແລະ ຜູ້ແທນທີ່ກ່ຽວຂ້ອງຈາກສະຫະ ພັນ ຣັດເຊຍ ໄດ້ເຂົ້າຮ່ວມພິທີເປີດການເຝິກຊ້ອມທາງທະເລ ອາຊຽນ-ຣັດເຊຍ ໂດຍຜ່ານລະ ບົບທາງໄກ, ພາຍໃຕ້ການເປັນ ປະທານຮ່ວມຂອງ ທ່ານ ພົນຕີ ທະຫານເຮືອ ອາຊິອັດ ອັບດຸນລາ, ຜູ້ບັນຊາການກອງເຮືອທີ 1 ຂອງ ອິນໂດເນເຊຍ ແລະ ທ່ານ ອາ ເລັກຊານເດີ ເອ.ອີວານນົບ ເອກ ອັກຄະລັດຖະທູດແຫ່ງ ສ.ຣັດເຊຍ ປະຈຳອາຊຽນ ແລະ ທ່ານ ນາງ ລຸດມິລາ ໂວຣົບເຢຍວາ ເອກອັກ ຄະລັດຖະທູດ ແຫ່ງ ສ.ຣັດເຊຍ ປະຈຳ ອິນໂດເນເຊຍ. ການເຝິກ ຊ້ອມພາກສະໜາມ ແມ່ນຈັດຂຶ້ນຢູ່ທີ່ເຂດນ່ານນໍ້າຕອນເໜືອຂອງເກາະສຸມາດຕາ ອິນໂດເນເຊຍ, ເຊິ່ງການເຝິກຊ້ອມດັ່ງກ່າວ ແມ່ນ ໄດ້ເລີ່ມຕົ້ນແຕ່ວັນທີ 28 ພະຈິກ 2021 ແລະ ຈະສິ້ນສຸດລົງໃນວັນ ທີ 3 ທັນວາ 2021 ນີ້. ການເຝິກຊ້ອມຄັ້ງນີ້ໄດ້ກຳນົດເອົາຫົວຂໍ້ “ການປະຕິບັດ ການຮ່ວມກັນເພື່ອຮັບປະກັນ ຄວາມປອດໄພຂອງກິດຈະກໍາ ດ້ານເສດຖະກິດທາງທະເລ ແລະ ການເດີນທະເລຂອງພົນລະ ເຮືອນ”. ການເຝິກຊ້ອມຈະສຸມໃສ່ ດ້ານຄວາມໝັ້ນຄົງທາງທະເລ ໂດຍສະເພາະແມ່ນ ການຮັບມືກັບ ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງ ທະເລ ເປັນຕົ້ນ: ການປຸ້ນສະດົມ ທາງທະເລ, ການລັກລອບເຂົ້າ ປະເທດແບບຜິດກົດໝາຍ, ການ ຄ້າຂາຍຢາເສບຕິດ ແລະ ເຫດ ການອື່ນໆທາງທະເລທີ່ເປັນ ອັນຕະລາຍ. ໃນຂະນະດຽວກັນ ກໍເປັນການສ້າງທັກສະ ແລະ ເພີ່ມທະວີຄວາມອາດສາມາດໃນການເຮັດວຽກຮ່ວມກັນລະຫວ່າງ ກອງທັບເຮືອບັນດາປະ ເທດສະມາຊິກອາຊຽນ ແລະ ກອງທັບເຮືອຣັດເຊຍ ເພື່ອຮັບປະ ກັນຄວາມປອດໄພຂອງກິດຈະ ກໍາດ້ານເສດຖະກິດທາງທະເລ ແລະ ການເດີນເຮືອຂອງພົນລະ ເຮືອນ. ນອກຈາກນັ້ນ, ການເຝິກ ຊ້ອມທາງທະເລໃນຄັ້ງນີ້ຍັງໄດ້ ກຳນົດແຜນການເຮັດວຽກເພື່ອ ຮັບປະກັນຄວາມປອດໄພຂອງ ກິດຈະກຳທາງດ້ານເສດຖະກິດ ທາງທະເລ ແລະ ການເດີນທະເລ ຂອງພົນລະເຮືອນ, ເພື່ອຮັບປະ ກັນຄວາມສາມາດໃນການເຮັດ ວຽກຮ່ວມກັນຂອງຜູ້ທີ່ເຂົ້າຮ່ວມ ການເຝິກຊ້ອມ ແລະ ເພີ່ມທະວີ ການພົວພັນຮ່ວມມື ລະຫວ່າງ ກອງທັບເຮືອ ຣັດເຊຍ ແລະ ກອງ ທັບເຮືອຂອງບັນດາປະເທດສະ ມາຊິກອາຊຽນໃຫ້ເຂົ້າສູ່ລວງ ເລິກ. ໃນພິທີດັ່ງກ່າວ, ທ່ານ ອາເລັກ ຊານເດີ ເອ.ອີວານນົບ ຍັງໄດ້ເນັ້ນ ໜັກເຖິງຄວາມສຳຄັນຂອງການ ພົວພັນ ແລະ ການຮ່ວມມືລະ ຫວ່າງ ອາຊຽນ ແລະ ຣັດເຊຍເວົ້າ ລວມ, ເວົ້າສະເພາະການຮ່ວມມື ດ້ານຄວາມໝັ້ນຄົງທາງທະເລ ໃນພາກພຶ້ນ. ພ້ອມກັນນັ້ນ, ທ່ານ ຍັງໄດ້ສະແດງຄວາມຂອບໃຈມາຍັງບັນດາປະເທດສະມາຊິກອາຊຽນທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການຈັດຕັ້ງການ ເຝິກຊ້ອມທາງທະເລໃນຄັ້ງນີ້, ເຊິ່ງເປັນການເຝິກຊ້ອມທາງທະ ເລຄັ້ງທຳອິດ ລະຫວ່າງ ອາຊຽນ ແລະ ຣັດເຊຍ ທີ່ຈະປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກ ພຶ້ນ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ