ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບອຸປະກອນການແພດ ໃຫ້ບັນດາແຂວງພາກເໜືອ
ເວລາອອກຂ່າວ: 2021-12-03 09:23:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 346 | ຄວາມນິຍົມ:



ວັນທີ 23 ພະຈິກ 2021 ນີ້, ຢູ່ທີ່ຄະນະກໍາມະການຊາຍແດນ ລາວ-ຈີນ, ຫ້ອງການປົກຄອງ ເຂດພິເສດບໍຫານໄດ້ມອບເຄື່ອງ ອຸປະກອນການແພດໃຫ້ 3 ແຂວງ ພາກເໜືອຂອງລາວປະກອບມີ: ແຂວງຫຼວງນໍ້າທາ, ຜົ້ງສາລີ ແລະ ແຂວງອຸດົມໄຊ ເພື່ອນໍາ ໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງ ພະຍາດ ໂຄວິດ-19 ໂດຍອຸປະ ກອນການແພດທີ່ມອບຄັ້ງນີ້ລວມ ມີ: ເຄື່ອງກວດພະຍາດໂຄວິດ- 19, ນໍ້າຢາກວດພະຍາດໂຄວິດ- 19, ເຄື່ອງລະບາຍອາກາດ, ເຄື່ອງຜະລິດອົກຊີ ແລະ ເຄື່ອງ ຄອມພິວເຕີລວມມູນຄ່າທັງໝົດ 3 ລ້ານຢວນ( ສະກຸນເງິນຈີນ). ກ່າວມອບໂດຍ ທ່ານ ຫວັງເຟີຍ ຮອງເຈົ້າແຂວງສິບສອງພັນນາ ແລະ ກ່າວຮັບໂດຍ ທ່ານ ນາງ ມະນີລາ ສົມບັນດິດ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນ ຄຸນມິງ. ຂ່າວແຈ້ງຕື່ມວ່າ: ວັນທີ 25 ພະຈິກ 2021, ທີ່ຫ້ອງການປົກ ຄອງແຂວງຢູນນານໄດ້ມີພິທີ ມອບ-ຮັບ ເຄື່ອງຊ່ວຍເຫຼືອໃຫ້ ແກ່ລັດຖະບານລາວ ແລະ 5 ແຂວງພາກເໜືອ ໃນຮູບແບບ ການມອບ-ຮັບແບບທາງໄກ ລວມມູນຄ່າທັງໝົດ 90 ລ້ານ ຢວນ( ສະກຸນເງິນຈີນ) ປະ ກອບມີ: ວັກຊີນ 2,5 ລ້ານ ໂດສ ແລະ ອຸປະກອນການແພດ ມູນຄ່າ 10 ລ້ານຢວນ. ໃນນີ້, ວັກຊີນ 700.000 ໂດສ ແລະ ອຸປະກອນການແພດມູນຄ່າ 4 ລ້ານຢວນແມ່ນມອບໃຫ້ 5 ແຂວງພາກເໜືອຂອງລາວ ປະ ກອບມີ: ແຂວງຫຼວງນໍ້າທາ, ຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ ແລະ ແຂວງຫຼວງພະບາງ. ຕໍ່ການຊ່ວຍເຫຼືອດັ່ງກ່າວ, ທ່ານ ນາງ ມະນີລາ ສົມບັນດິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວກ່າວສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງສູງຕໍ່ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ຍາມໃດກໍໃຫ້ ການຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານຕ່າງໆ ໂດຍສະເພາະ ວຽກງານຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ອັນໄດ້ເຮັດໃຫ້ວຽກ ງານດັ່ງກ່າວໄດ້ຮັບການຈັດຕັ້ງ ປະຕິບັດ ແລະ ມີຜົນສໍາເລັດດີ ສົມຄວນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ