ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະນຳກອງພົນທີ 2 ວາງພວງມາລາ ເນື່ອງໃນໂອກາດວັນຊາດທີ 2 ທັນວາ
ເວລາອອກຂ່າວ: 2021-12-07 09:32:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ:



ວັນທີ 2 ທັນວາ 2021, ຄະນະພັກ-ຄະນະບັນຊາກອງພົນ ທີ 2 ເຊິ່ງນໍາໂດຍ ສະຫາຍ ພົນ ຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງ ກອງພົນທີ 2 ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໄດ້ນໍາເອົາພວງມາລາໄປວາງຢູ່ ທີ່ອານຸສາວະລີຂອງກອງພົນ ເພື່ອສະແດງຄວາມຮູ້ບຸນຄຸນ ຄຸນງາມຄວາມດີ ແລະ ເພື່ອໄຫວ້ ອາໄລລ້ໍາລຶກເຖິງດວງວິນຍານ ຂອງພະນັກງານສະມາຊິກພັກ- ນັກຮົບທີ່ໄດ້ອຸທິດຊີວິດ ເພື່ອ ພາລະກິດຕໍ່ສູ້ກູ້ຊາດ ແລະ ພາ ລະກິດປົກປັກຮັກສາພັດທະນາ ປະເທດຊາດ ເຮັດໃຫ້ປະເທດ ຊາດຈະເລີນຮຸ່ງເຮືອງ. ສັງຄົມ ສີວິໄລມັ່ງຄັ່ງເຂັ້ມແຂງປະຊາ ຊົນມີຄວາມຢູ່ເຢັນເປັນສຸກ, ມີຊີວິດການເປັນຢູ່ທີ່ດີ ຕະຫຼອດ ໄລຍະ 46 ປີ ຜ່ານມານັ້ນ ແລະ ເພື່ອສະແດງຄວາມກະຕັນຍູຮູ້ ບຸນຄຸນຕໍ່ຜູ້ນຳທີ່ແສນເຄົາລົບ ຮັກທີ່ໄດ້ສຸມສະຕິປັນຍາເຂົ້າໃນ ການນຳພາຂະບວນການຕໍ່ສູ້ ຕ້ານການຮຸກຮານຂອງພວກ ຕ່າງດ້າວສາມາດຍາດໄດ້ໄຊຊະ ນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາ ເຜົ່າ, ເຊິ່ງຜົນງານ ແລະ ຄຸນງາມ ຄວາມດີດັ່ງກ່າວ ໄດ້ຈາລຶກໃນ ຄວາມຊົງຈໍາຂອງປະຊາຊົນ ລາວບັນດາເຜົ່າຕະຫຼອດໄປ. ໂດຍ ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ