ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງອຸດົມໄຊມອບເງິນນະໂຍບາຍ ໃຫ້ພະນັກງານອຸດໜູນ-ບໍານານ
ເວລາອອກຂ່າວ: 2021-12-07 09:36:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 401 | ຄວາມນິຍົມ:



ໃນວັນທີ 3 ທັນວາ 2021 ຢູ່ທີ່ສະໂມສອນກອງບັນຊາການ ທະຫານແຂວງອຸດົມໄຊ ໄດ້ຈັດ ພິທີມອບເງິນນະໂຍບາຍໃຫ້ພະ ນັກງານທີ່ໄດ້ຮັບການປະຕິບັດ ນະໂຍບາຍພັກການເຂົ້າຮັບ ເບ້ຍບຳນານ, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ຄຳຍິນ ແສງສຸລີ ຫົວໜ້າການ ເມືອງ ກອງບັນຊາການທະຫານ ແຂວງອຸດົມໄຊ, ມີຄະນະພັກ- ຄະ ນະບັນຊາກອງບັນຊາການ, ອົງ ການທີ່ກ່ຽວຂ້ອງ ແລະ ພະນັກ ງານທີ່ໄດ້ຮັບອຸດໜູນ-ບຳນານ ເຂົ້າຮ່ວມ. ສະຫາຍ ພັນຕີ ບຸນທັນ ໄຊ ຊົງ ຮັກສາການຫົວໜ້າພະແນກ ພະນັກງານຫ້ອງການເມືອງກອງ ບັນຊາການທະຫານແຂວງອຸດົມ ໄຊ ໄດ້ຜ່ານຂໍ້ຕົກລົງຂອງລັດຖະ ມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍ ທະຫານພັກການກຽມເຂົ້າຮັບ ບຳນານ, ທັງເປັນການປະຕິບັດ ນະໂຍບາຍລວມຂອງພັກ-ລັດທີ່ ມີຕໍ່ນາຍ ແລະ ພົນທະຫານທີ່ຢູ່ໃນ ຖັນແຖວຂອງກອງທັບໂດຍສະ ເພາະແມ່ນມີນະໂຍບາຍຕໍ່ນາຍ ທະຫານກອງບັນຊາການທະ ຫານແຂວງອຸດົມໄຊ ທີ່ໄດ້ພັກ ການກຽມເຂົ້າຮັບບໍານານມອບ ເງິນຈໍານວນ 204.297.500 ກີບ, ໃຫ້ແກ່ພະນັກງານອຸດໜູນ-ບໍານານຈຳນວນ 13 ສະຫາຍ. ສະຫາຍ ພົນຈັດຕະວາ ຄໍາຍິນ ແສງສຸລີ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຄຸນງາມຄວາມດີທີ່ບັນດາພະ ນັກງານອຸດໜູນ-ບຳນານທີ່ໄດ້ປະຕິບັດປະກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າໃນການພັດທະ ນາປະເທດຊາດ, ເວົ້າລວມເວົ້າ ສະເພາະແມ່ນການປະສ່ວນເຂົ້າ ໃນຖັນແຖວຂອງກອງທັບປະຊາ ຊົນລາວທີ່ໄດ້ເຕີບໃຫຍ່ຂຶ້ນເປັນ ກ້າວໆ ພ້ອມນີ້, ຍັງໄດ້ຮຽກຮ້ອງ ໃຫ້ພະນັກງານພັກຜ່ອນກຽມ ເຂົ້າຮັບບຳນານຈົ່ງເປັນຫຼັກແຫຼ່ງ, ເປັນແບບຢ່າງໃຫ້ແກ່ລູກຫຼານ ແລະ ສືບຕໍ່ປະກອບສ່ວນເຂົ້າ ໃນການເຄື່ອນໄຫວນຳອຳນາດ ອົບຮົມໃຫ້ລູກຫຼານ, ພໍ່ແມ່ປະຊາ ຊົນຕັ້ງໜ້າປະກອບສ່ວນວຽກ ງານປ້ອງກັນຊາດ, ປະຕິບັດ ແນວທາງນະໂຍບາຍຂອງພັກ, ລັດ, ເປັນເຈົ້າການປະຕິບັດກົດ ໝາຍບ້ານເມືອງ ພ້ອມກັນພັດ ທະນາເສດຖະກິດ, ຊີວິດການ ເປັນຢູ່ຂອງຄອບຄົວໃຫ້ເຂັ້ມແຂງ ຂຶ້ນເລື້ອຍໆ. ໂດຍ: ສົມພູນ ທໍາມະຕານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ