ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 4 ສ້າງຜົນງານຫຼາຍດ້ານ ຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ
ເວລາອອກຂ່າວ: 2021-12-07 09:40:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 396 | ຄວາມນິຍົມ:



ສະຫາຍ ພົນຈັດຕະວາ ສົມ ຈິດ ກິດຕິຍະລາດ ຫົວໜ້າການ ເມືອງກອງພົນທີ 4 ໄດ້ໃຫ້ສໍາ ພາດຕໍ່ຜູ້ສື່ຂ່າວ ວ່າ: ເນື່ອງໃນ ໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ ( 2/12/1975 - 2/12/2021) ແລະ ວັນຄ້າຍວັນ ເກີດ ປະທານ ໄກສອນ ຄົບຮອບ 101 ປີ ( 13/12/1920-13/ 12/2021) ທີ່ໝູນວຽນມາບັນ ຈົບຄົບຮອບອີກວາລະໜຶ່ງ. ຄະ ນະພັກ - ຄະນະບັນຊາກອງພົນທີ 4 ສຸດທີ່ພາກພູມໃຈຕໍ່ຜົນງານໄຊ ຊະນະທີ່ການນໍາພັກ-ລັດ ຕະ ຫຼອດເຖິງພໍ່ແມ່ປະຊາຊົນບັນດາເຜົ່າທີ່ໄດ້ພ້ອມພຽງກັນປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 46 ປີ ໃຫ້ມີ ຄວາມສະຫງົບປອດໄພເຮັດໃຫ້ ປະເທດຊາດມີຄວາມເຕີບໃຫຍ່ ຂະຫຍາຍຕົວ, ຍາດໄດ້ຜົນສໍາເລັດ ໃນຫຼາຍດ້ານ, ນໍາພາປະເທດຊາດ ໄປສູ່ຄວາມຈະເລີນຮຸ່ງເຮືອງສີ ວິໄລ ແລະ ນໍາພາກອງທັບຂອງ ພວກ ເຮົາມີຄວາມເຕີບໃຫຍ່ເຂັ້ມ ແຂງທັນສະໄໜຂຶ້ນຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດປະທານ ໄກ ສອນ ພົມວິຫານ ຄົບຮອບ 101 ປີ, ກອງພົນທີ 4 ກໍໄດ້ປຸກລະ ດົມຊຸກຍູ້ນາຍ ແລະ ພົນທະຫານ ທົ່ວກົມກອງສ້າງຂະບວນການ ດ້ານຕ່າງໆເພື່ອຂໍ່ານັບຮັບຕ້ອນ 2 ວັນສໍາຄັນດັ່ງກ່າວຢ່າງກວ້າງ ຂວາງ ເປັນຕົ້ນວຽກງານເຝິກຝົນ ຮໍ່າຮຽນການເມືອງ, ຫັດແອບ ການທະຫານ, ພະລາທິການເຕັກ ນິກເຮັດໃຫ້ສະພາບພາຍໃນກົມ ກອງ ແລະ ຂອບເຂດຮັບຜິດຊອບ ມີຄວາມສະຫງົບປອດໄພໂດຍພື້ນ ຖານ, ກຽມພ້ອມປະຕິບັດໜ້າທີ່ ປ້ອງກັນຊາດເຮັດໃຫ້ກົມກອງ ມີສະຖຽນລະພາບທາງດ້ານການ ເມືອງ, ມີຄວາມເປັນລະບຽບ ຮຽບຮ້ອຍ, ປະກອບສ່ວນຢ່າງ ຕັ້ງ ໜ້າໃນການພັດທະນາເສດຖະ ກິດ-ສັງຄົມ ປັບປຸງກໍ່ສ້າງກົມ ກອງພື້ນຖານໂຄງລ່າງປະຕິບັດ ຕາມເນື້ອໃນຈິດໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ເຊິ່ງຫຼາຍກົມ ກອງໄດ້ສໍາເລັດການສ້າງເຮືອນ ນອນ, ເຮືອນຄົວລວມ, ສະໂມສອນ ແລະ ເສັ້ນທາງເຂົ້າ-ອອກຄ້າຍ ທີ່ໄດ້ມາດຕະຖານຖາວອນ, ພ້ອມ ກັນນັ້ນຍັງໄດ້ຍົກສູງວຽກງານ ເພີ່ມພູນຜະລິດຜົນສ້າງພະລາ ທິການກັບທີ່ສົ່ງເສີມການປູກຝັງ- ລ້ຽງສັດເປັນຕົ້ນການປູກເຂົ້ານາ ປີຫຼາຍກົມກອງສາມາດກຸ້ມຕົນ ເອງໄດ້ 2-3 ເດືອນຕໍ່ປີ, ລ້ຽງສັດ ປະເພດ ງົວ, ຄວາຍ, ແບ້, ໝູ, ເປັດ-ໄກ່ ເພື່ອແກ້ໄຂຊີວິດການ ເປັນຢູ່ຂອງນາຍ ແລະ ພົນທະຫານ ໃນເວລາຈໍາເປັນ, ນອກນັ້ນຍັງ ໄດ້ປົກປັກຮັກສາບົວລະບັດຜັດ ເຊັດພາຫະນະເຕັກນິກ, ອາວຸດ ແລະ ລູກກະສຸນໃຫ້ມີປະສິດທິ ພາບສູງຮັບປະກັນຄວາມປອດໄພ 100% ສາມາດນໍາໃຊ້ໄດ້ສະ ເພາະໜ້າ ແລະ ຍາວນານ. ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍຄວາມສໍາ ຄັນນີ້, ຄະນະພັກ-ຄະນະບັນຊາ ກອງພົນທີ 4 ຮຽກຮ້ອງມາຍັງ ນາຍ ແລະ ພົນທະຫານທົ່ວກົມກອງຈົ່ງພ້ອມກັນເສີມຂະຫຍາຍ ມູນເຊື້ອອັນສະຫງ່າງາມຂອງ ຊາດ, ຂອງພັກ ແລະ ຂອງກອງ ທັບ ເຊື່ອມຊຶມກໍາແໜ້ນຕໍ່ແນວ ທາງປ່ຽນແປງໃໝ່ຂອງພັກ-ລັດ ຖືເອົາວຽກງານການເມືອງ-ນຳ ພາແນວຄິດເປັນກົກສອດຫ້ອຍ ເຂົ້າໃນທຸກຂົງເຂດວຽກງານຂະ ບວນການຕ່າງໆຂອງກົມກອງ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກ, ປົກ ປັກຮັກສາຂອບເຂດຮັບຜິດ ຊອບຂອງຕົນໃຫ້ມີຄວາມສະ ຫງົບປອດໄພໂດຍພື້ນຖານ, ປົກ ປ້ອງເອກະລາດ, ອໍານາດອາທິ ປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນເພື່ອເຮັດໃຫ້ພະນັກງານ- ນັກຮົບ ແລະ ປະຊາຊົນບັນດາ ເຜົ່າທໍາການຜະລິດແກ້ໄຂຊີວິດ ການເປັນຢູ່, ເອົາໃຈໃສ່ປົກປັກຮັກ ສາບົວລະບັດຜັດເຊັດພາຫະນະ ເຕັກນິກ, ອາວຸດ-ລູກກະສຸນໃຫ້ ມີຄວາມຮັບປະກັນ, ມີປະສິດທິ ພາບສູງສາມາດນໍາໃຊ້ໄດ້ສະ ເພາະໜ້າ ແລະ ຍາວນານ, ພ້ອມ ກັນພັດທະນາປະເທດ ຊາດໃຫ້ ມີຄວາມຈະເລີນກ້າວໜ້າຮັ່ງມີສີ ວິໄລເປັນເຈົ້າການໃນການສ້າງ ຜົນງານປະດັບໄວ້ໃນ ສອງ ວັນສໍາຄັນດັ່ງກ່າວໃຫ້ເຕັມໄປ ດ້ວຍຄວາມໝາຍຄວາມສໍາຄັນ ແລະ ເປັນຂະບວນຟື້ນຕໍ່ເນື່ອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ