ໂຮງໝໍທະຫານແຂວງເຊກອງ ປິ່ນປົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ຫາຍດີຕື່ມອີກ 28 ຄົນ
ເວລາອອກຂ່າວ: 2021-12-07 09:46:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:
ໃນລະຫວ່າງວັນທີ 3-5
ທັນວາ 2021 ນີ້, ຢູ່ສູນປິ່ນປົວ
ພະຍາດ ໂຄວິດ-19 ໂຮງໝໍທະ
ຫານແຂວງເຊກອງ ໄດ້ຈັດພິທີ
ສົ່ງຜູ້ທີ່ເຂົ້າມາປິ່ນປົວຫາຍດີ ຈາກພະຍາດ ໂຄວິດ-19 ກັບຄືນ
ສູ່ຄອບຄົວ ຈຳນວນ 28 ຄົນ, ໂດຍ
ເປັນກຽດເຂົ້າຮ່ວມຂອງ ທ່ານ
ດຣ ລຳພັນ ໄຊຄຳມີ ຮອງຫົວໜ້າ
ພະແນກສາທາລະນະສຸກແຂວງ, ກອງເລຂາຄະນະສະເພາະກິດ ຂັ້ນແຂວງ, ສະຫາຍ ພັນໂທ
ວິຊຽນ ໄຊຍະສັກ ຮອງຫົວໜ້າ ພະແນກເສນາຮັກ ແລະ ສະຫາຍ
ພັນໂທ ໝີຄຳ ສຸລິຍະແສງ, ຮອງຫົວໜ້າການເມືອງໂຮງໝໍ ທະຫານແຂວງ, ມີພະນັກງານ ແພດ-ໝໍໃນກົມກອງເຂົ້າຮ່ວມ.
ອີງຕາມການລາຍງານຈາກ ຂະແໜງປິ່ນປົວຢູ່ສູນປິ່ນປົວ ພະຍາດ ໂຄວິດ-19 ໂຮງໝໍທະ ຫານແຂວງເຊກອງໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບການປິ່ນປົວຄົນ ເຈັບຫາຍດີອອກໂຮງໝໍ ແລະ ສົ່ງກັບຄືນສູ່ຄອບຄົວໄປແລ້ວໃນ ທ້າຍເດືອນພະຈິກ 2021 ຈຳ
ນວນ 46 ຄົນ ແລະ ຄົນເຈັບຍັງ ຄ້າງສືບຕໍ່ປິ່ນປົວ ຈຳນວນ 28
ຄົນ, ມາຮອດວັນທີ 3/12/2021
ແລະ ວັນທີ 5/12/2021 ຢູ່ສູນ
ປິ່ນປົວໂຄ ວິດ-19 ໂຮງໝໍທະ ຫານແຂວງເຊກອງ ໄດ້ສືບຕໍ່ ຈັດພິທີສົ່ງຄົນເຈັບທີ່ໄດ້ຮັບການ ປິ່ນປົວຫາຍດີອອກຈາກໂຮງໝໍ ຈຳນວນ 28 ຄົນຕື່ມອີກ, ຕະຫຼອດ
ໄລຍະການຈັດຕັ້ງປະຕິບັດ ການປິ່ນປົວຄົນເຈັບ, ຄະນະອຳ ນວຍການ ກໍຄືພະນັກງານ
ແພດ-ໝໍແຕ່ລະສະຫາຍໄດ້ພ້ອມ ກັນສຸມທຸກສະຕິປັນຍາເອົາໃຈ ໃສ່ເຂົ້າໃນການເບິ່ງແຍງດູແລ ຄົນເຈັບຢ່າງຕັ້ງໜ້າຈົນຄົບ 14 ວັນ, ໂດຍນຳໃຊ້ເຕັກນິກການປິ່ນ ປົວຕາມຫຼັກການວິຊາສະເພາະ ທີ່ຕົນເອງໄດ້ຮຽນມາໝູນໃຊ້ ເຂົ້າໃນການຈັດຕັ້ງປະຕິບັດຕົວ ຈິງ ເຊິ່ງສາມາດເຮັດໃຫ້ຄົນເຈັບ ຫາຍດີຈາກພະຍາດດັ່ງກ່າວ ແລະ ສາມາດຢືນຢັນໃຫ້ກັບຄືນສູ່ຄອບ ຄົວ, ເປັນຕົ້ນແມ່ນປະຕິບັດລະ ບຽບຂອງການປິ່ນປົວ, ການໃຫ້ ຂໍ້ມູນລາຍງານອາການຂອງຕົນ ໃນແຕ່ລະໄລຍະ, ພ້ອມທັງປະ
ຕິບັດຂໍ້ກຳນົດລະບຽບຕ່າງໆ ຂອງ
ໂຮງໝໍວາງອອກຢ່າງເຂັ້ມງວດ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ
ວັນທີ 4-5 ທັນວາ 2021 ຢູ່ສູນປິ່ນ ປົວພະຍາດໂຄວິດ-19 ໂຮງໝໍທະ
ຫານແຂວງເຊກອງ ຍັງໄດ້ຮັບ ຄົນ ເຈັບຜູ້ທີ່ຕິດເຊື້ອພະຍາດໂຄ ວິດ-19 ມາໃໝ່ ຈຳນວນ 23 ຄົນ,
ເຊິ່ງໃນປັດຈຸບັນໄດ້ຮັບການຕິດ
ຕາມກວດກາ ແລະ ໄດ້ຮັບການ
ເບິ່ງແຍງດູແລ ຈາກພະນັກງານ ແພດ-ໝໍຢ່າງເປັນທີ່ຮຽບຮ້ອຍ.
ໂດຍ: ທອງມີ ຈັນທະວີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ