ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານ ປກຊ-ປກສ ແຂວງໄຊສົມບູນ ລົງຊຸກຍູ້ບັ້ນເຝິກອົບຮົມ-ຫັດແອບຍິງລູກປືນແທ້
ເວລາອອກຂ່າວ: 2021-12-08 10:57:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ:



ປະທານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແຂວງ ໄຊສົມ ບູນ ລົງຊຸກຍູ້ຕິດຕາມບັ້ນເຝີກອົບ ຮົມ-ຫັດແອບຍິງລູກປືນແທ້ຂອງ ກອງບັນຊາການທະຫານແຂວງ ໄຊສົມບູນ ປະຈຳປີ 2021 ເນື່ອງ ໃນໂອກາດ ວັນຊາດທີ 2 ທັນ ວາ ຄົບຮອບ 46 ປີ ແລະ ວັນຄ້າຍ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ທີ່ ຈະມາເຖິງໃນມໍ່ໆນີ້ດັ່ງນັ້ນໃນວັນ ທີ 3 ທັນວາ 2021 ນີ້, ນໍາໂດຍ ສະຫາຍ ພົນຕີ ຄຳລຽງ ອຸທະໄກ ສອນ ກຳມະການສູນກາງພັກປະທານປ້ອງກັນຊາດ- ປ້ອງກັນ ຄວາມສະຫງົບແຂວງ ເລຂາພັກ ແຂວງເຈົ້າແຂວງໄຊສົມບູນ ພ້ອມ ດ້ວຍຄະນະໄດ້ລົງເຄື່ອນໄຫວຕິດ ຕາມຊຸກຍູ້ຢູ່ພາກສະໜາມຫັດ ແອບໂຮງຮຽນການທະຫານ ທ້ອງຖິ່ນ ແຂວງໄຊສົມບູນ ປະຈຳ ປີ 2021. ການຫັດແອບໃນຄັ້ງນີ້, ເປັນ ການປັບປຸງລະບຽບແບບແຜນ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ທັງເປັນການເຝິກຝົນຫຼໍ່ຫຼອມທາງ ດ້ານກຳລັງແຮງກາຍຂອງນາຍ ແລະ ພົນທະຫານ ທົ່ວກອງບັນ ຊາການທະຫານແຂວງໄຊສົມບູນ ເພື່ອກຽມພ້ອມ ປະຕິບັດໜ້າທີ່ ຢ່າງຮອບດ້ານ; ທັງເປັນການຖອດຖອນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເພື່ອເຮັດ ໃຫ້ນັກເຝິກອົບຮົມແຕ່ລະຂັັ້ນມີ ຄວາມຊຳນິຊຳນານຄ່ອງແຄ້ວ ວ່ອງໄວ ໂດຍສະເພາະທາງດ້ານ ທິດສະດີຫຼັກການ ແລະ ພາກ ປະຕິບັດຕົວຈິງ; ທາງດ້ານສິລະ ປະຍຸດ- ຍຸດທະວິທີ; ພ້ອມທັງຮູ້ນຳ ໃຊ້ອາວຸດຊະນິດຕ່າງໆ. ໂດຍ: ສົດນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ