ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມູນເຊື້ອການກໍ່ສ້າງຮາກຖານການເມືອງຂອງກອງທັບປະຊາຊົນລາວ ຍິ່ງໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ
ເວລາອອກຂ່າວ: 2021-12-08 11:09:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 399297382 | ຄວາມນິຍົມ:



ການກໍ່ສ້າງຮາກຖານການ ເມືອງ ແລະ ການພັດທະນາຊົນ ນະບົດຮອບດ້ານ ແມ່ນຍຸດທະ ສາດສຳຄັນໜຶ່ງຂອງພັກເຮົາ ທັງ ແມ່ນວິທີປະຕິວັດຂອງມະຫາຊົນ (ທຸກຄົນມີສ່ວນຮ່ວມ) ເຊິ່ງພັກ ເຮົາໄດ້ນຳໃຊ້ເຂົ້າໃນຂະບວນ ການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນ ແລະ ໄດ້ສືບຕໍ່ນຳ ພາປະຕິບັດເຂົ້າໃນ 2 ໜ້າທີ່ຍຸດ ທະສາດຂອງພັກ (ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ) ຕະຫຼອດໄລຍະຜ່ານມາ. ສະເພາະກຳລັງປະກອບອາ ວຸດ ກອງທັບປະຊາຊົນລາວ ແມ່ນ ເລີ່ມຈາກທາດແທ້ຂອງຕົນ ທີ່ ວ່າ: ເກີດມາຈາກປະຊາຊົນ, ສູ້ ຮົບເພື່ອປະຊາຊົນ, ມີປະຊາຊົນ ໃຫ້ການອູ້ມຊູສະໜັບສະໜູນ- ລ້ຽງເກືອ ແລະ ມີພັກປະຕິວັດເປັນ ຜູ້ກໍ່ຕັ້ງ, ສຶກສາອົບຮົມຊີ້ນຳ- ນຳ ພາເດັດຂາດໂດຍກົງຮອບດ້ານ ນັ້ນ, ພັກໄດ້ກຳນົດເອົາວຽກງານ ຂົນຂວາຍກໍ່ສ້າງຮາກຖານການ ເມືອງເປັນ 1 ໃນ 3 ໜ້າທີ່ໃຫຍ່ ຂອງກອງທັບ ທັງໄດ້ຊີ້ນຳ- ມອບ ໝາຍວຽກງານດັ່ງກ່າວໃຫ້ທົ່ວ ກອງທັບ ນຳໄປຈັດຕັ້ງປະຕິບັດ ແຕ່ຫົວທີ ຄືເລີ່ມແຕ່ມື້ສ້າງຕັ້ງ ຂຶ້ນ ເຊິ່ງມີກຳລັງພຽງແຕ່ 25 ຄົນ ເທົ່ານັ້ນ ເຊິ່ງເອີ້ນວ່າ: ກອງໂຄສະ ນາປະກອບອາວຸດ, ດ້ວຍເຫດ ແລະ ຜົນດັ່ງໄດ້ຍົກມານີ້ຈຶ່ງ ເຮັດໃຫ້ຂະບວນການປະຕິວັດ ຂອງມະຫາຊົນ ແລະ ກຳລັງປະ ກອບອາວຸດເຮົານັບມື້ເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງ ເປັນກຳລັງແຮງສັງລວມກ້າວສູ່ ໄຊຊະນະອັນສົມບູນ, ສະຖາປະ ນາລະບອບໃໝ່ ສປປ ລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ, ຄົງຕົວ ແລະ ຂະຫຍາຍຕົວມາຮອດທຸກມື້ນີ້. ເຖິງວ່າການກໍ່ສ້າງຮາກຖານ ການເມືອງຈະເປັນວຽກທີ່ຫຍຸ້ງ ຍາກສັບສົນບໍ່ສາມາດຮັບຮູ້ເຂົ້າ ໃຈ ແລະ ປະຕິບັດແບບກົງຈັກ- ຄຳ ພີຕາຍຕົວກໍຕາມ, ອີງໃສ່ຄວາມ ຮຽກຮ້ອງຕ້ອງການໜ້າທີ່ການ ເມືອງຂອງພັກ-ຂອງການປະຕິ ວັດໃນໄລຍະໃໝ່ ບົນຈິດໃຈຊຸກ ຍູ້ການພັດທະນາໃຫ້ຕິດພັນແໜ້ນ ກັບແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານຂອງພັກນັ້ນ, ພັກ- ລັດໄດ້ມີຄວາມເຊື່ອໝັ້ນໄວ້ວາງ ໃຈ ແລະ ກ້າສືບຕໍ່ມອບໝາຍພາ ລະກຳອັນໜັກໜ່ວງແຕ່ມີກຽດ ສະຫງ່ານີ້ໃຫ້ແກ່ກອງທັບຮັບ ຜິດຊອບນຳໄປຈັດຕັ້ງປະຕິບັດ ຕາມແບບມູນເຊື້ອທີ່ມີມາແລ້ວ ເຮັດແບບຕໍ່ເນື່ອງ ແລະ ຕາມ 2 ຮູບການຄວບຄູ່ກັນໄປ ຄື: ທາງ ກວ້າງ ແລະ ທາງເລິກ ປະຕິບັດ ໃຫ້ໄດ້ຄຳຂວັນທີ່ວ່າ: ກອງທັບ ກັບປະຊາຊົນ ຄືປາກັບນໍ້າທີ່ບໍ່ສາ ມາດຕັດແຍກອອກຈາກກັນໄດ້ ໃນນີ້ ທາງກວ້າງແມ່ນ: ກົມກອງ ໃດຕັ້ງທັບຢູ່ບ່ອນໃດຕ້ອງໄດ້ພົວ ພັນສະໜິດແໜ້ນກັບຄະນະພັກ-ອົງການປົກຄອງ ແລະ ປະຊາຊົນ, ຊຸມຊົນຢູ່ບັນດາຮາກຖານບ້ານ ອ້ອມຂ້າງ, ຊ່ວຍປັບປຸງລະບົບ ການເມືອງຢູ່ຮາກຖານໃຫ້ເຂັ້ມ ແຂງ-ໜັກແໜ້ນ, ຊ່ວຍເຫຼືອປະຊາ ຊົນທຳການຜະລິດ-ສ້າງເສດຖະ ກິດຄອບຄົວ ແກ້ໄຂຜົນກະທົບ ຈາກໄພພິບັດທຳມະຊາດ, ຮັກສາ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມ ແລະ ສ້າງຂະບວນການຕ່າງໆ ທີ່ເປັນປະໂຫຍດຕໍ່ສ່ວນລວມ. ທາງເລິກແມ່ນ: ປະຕິບັດຕາມ ການຕົກລົງມອບໝາຍຈາກພັກ- ລັດ, ຄະນະນຳກະຊວງປ້ອງກັນ ປະເທດ, ຈັດຕັ້ງໃຫ້ມີກອງປະຕິ ບັດງານ, ໜ່ວຍງານລົງເລິກຈຸດ ສຸມຂອງສູນກາງ, ຂອງແຂວງ, ຈັດຕັ້ງໃຫ້ມີການພັດທະນາເສດ ຖະກິດແນວຫຼັງຕາມຊາຍແດນ ເບື້ອງທິດຕາເວັນອອກ, ບໍລິສັດ- ລັດວິສາຫະກິດພັດທະນາຊົນນະ ບົດ, ຈັດຕັ້ງພະນັກງານວິຊາການ ແລະ ພາຫະນະວັດຖຸຕ່າງໆ ສົມ ທົບກັບຂະແໜງການຕ່າງໆ ເບື້ອງລັດລົງກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາຢູ່ເຂດທຸລະ ກັນດານຫ່າງໄກສອກຫຼີກທີ່ເປັນ ຈຸດສຸມຂອງສູນກາງ, ຂອງແຂວງ ແລະ ຂອງເມືອງ, ປະຕິບັດໃຫ້ ບັນລຸໄດ້ຕາມມະຕິ ກໍຄືວຽກງານ 3 ສ້າງທີ່ພັກວາງອອກໃນໄລ ຍະໃໝ່ ບົນພື້ນຖານຮັບປະກັນ ໃຫ້ເປັນຮູບປະທຳຕົວຈິງ ຕາມ 4 ເນື້ອໃນ 4 ຄາດໝາຍ. ຜ່ານພຶດຕິກຳຕົວຈິງມາຮອດ ປັດຈຸບັນສັງລວມໄດ້ວ່າ: ໝາກ ຜົນທີ່ເປັນພື້ນຖານສຳຄັນແມ່ນ ພວກເຮົາສາມາດແກ້ໄຂປະຊາ ຊົນທີ່ເຄີຍທຳມາຫາກິນແບບ ເລື່ອນລອຍ ຫັນມາຕັ້ງພູມລຳ ເນົາ ແລະ ທຳມາຫາກິນແບບຄົງ ທີ່ໄດ້ຫຼາຍຮ້ອຍຄອບຄົວ ລວມທັງ ປະຊາຊົນເຜົ່າມົ້ງທີ່ເຂົ້າເມືອງຜິດ ກົດໝາຍຢູ່ປະເທດໄທ ກັບຄືນປະ ເທດ, ປະຕິບັດໄດ້ຕາມທິດໂຮມ ບ້ານນ້ອຍເຂົ້າເປັນບ້ານໃຫຍ່ ດ້ວຍການສົມທົບກັບຂະແໜງ ການທີ່ກ່ຽວຂ້ອງໂຄສະນາ-ສຶກ ສາອົບຮົມເຂົາເຈົ້າໃຫ້ຮັບຮູ້ເຂົ້າ ໃຈແຈ້ງຕໍ່ແນວທາງນະໂຍບາຍ ດ້ານຕ່າງໆຂອງພັກ-ລັດ ພ້ອມ ນີ້ ລັດຖະບານ ແລະ ທ້ອງຖິ່ນ (ແຂວງ-ເມືອງ) ກໍໄດ້ສຸມທຶນ ຮອນເທົ່າທີ່ຈະເຮັດໄດ້ເຂົ້າໃນ ການຊ່ວຍຈັດສັນພູມລຳເນົາ, ບຸກ ເບີກເນື້ອທີ່ທຳການຜະລິດ, ຊ່ວຍ ວັດຖຸທີ່ຈຳເປັນໃນການປຸກສ້າງ ທີ່ຢູ່ອາໄສ, ສະໜອງເຂົ້າກິນໃຫ້ ໃນເບື້ອງຕົ້ນ ແລະ ກໍ່ສ້າງໂຄງ ລ່າງຕ່າງໆທີ່ຈຳເປັນເຊັ່ນ: ຫົນ ທາງ (ມີຫຼາຍລະດັບ, ປະເພດ), ລະບົບໄຟຟ້າ, ໂທລະຄົມມະນາ ຄົມ, ນໍ້າລິນ, ສຸກສາລາ, ໂຮງ ຮຽນ (ປະຖົມ, ມັດທະຍົມຕົ້ນ, ມັດທະຍົມສົມບູນ), ຕະຫຼາດຊຸມ ຊົນ ແລະ ອື່ນໆ... ເຊິ່ງສ້າງໄດ້ ທ່າແຮງໃນການພັດທະນາ ແລະ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບນັບມື້ດີຂຶ້ນ ແລະ ມີທ່າຂະຫຍາຍຕົວໃນຕໍ່ໜ້າ, ສ້າງ ໄດ້ບ້ານ, ກຸ່ມບ້ານພັດທະນາ, ກາຍ ເປັນຕົວເມືອງນ້ອຍໃນຊົນນະ ບົດນັບມື້ເພີ່ມຂຶ້ນມີໃບໜ້າອັນ ໃໝ່. ໃນນີ້, ອັນທີ່ເປັນບູລິມະສິດ ຂອງກະຊວງປ້ອງກັນປະເທດທີ່ ລັດຖະບານໄດ້ມອບໝາຍໃຫ້ຢູ່ ລຽບຕາມຊາຍແດນທິດຕາເວັນ ອອກ ແລະ ເຂດໃຈກາງ ມີ 12 ກຸ່ມບ້ານຈຸດສຸມ, ແຍກອອກ ມີ 10 ຈຸດສຸມທີ່ໄດ້ຮ່ວມມືກັບຝ່າຍ ຫວຽດນາມ ແລະ 2 ຈຸດສຸມແມ່ນ ນຳໃຊ້ທຶນຂອງລັດຖະບານ 100%, ລວມມີ: ກຸ່ມບ້ານຈຸດ ສຸມຜາຖີ່, ແຈຝາຍ, ເມືອງເປີ້ (ແຂວງຫົວພັນ), ກຸ່ມບ້ານຈຸດ ສຸມຄັງວຽງ, ສັນຫຼວງ, ນໍ້າສຽມ ແລະ ນໍ້າຫງາດ (ແຂວງຊຽງ ຂວາງ), ກຸ່ມບ້ານຈຸດສຸມທອງ ມີໄຊ (ແຂວງບໍລິຄຳໄຊ), ກຸ່ມ ບ້ານຈຸດສຸມເມືອງອອມ, ເມືອງ ອ່າວ ແລະ ຜາລະແວກ (ແຂວງ ໄຊສົມບູນ). ຜ່ານຂະບວນການເຮັດວຽກ ງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຂອງກອງທັບ ໃນຊຸມປີຜ່ານມາ ນັ້ນ ເຖິງແມ່ນຈະໄດ້ປະເຊີນກັບ ຄວາມຫຍຸ້ງຍາກ, ສິ່ງທົດສອບ ຫຼາຍປະການທັງໃນຕົວ ແລະ ນອກຕົວກໍຕາມ ແຕ່ສາມາດສ້າງ ໄດ້ໝາກຜົນທີ່ເປັນພື້ນຖານຫຼາຍ ດ້ານ ເຊິ່ງສັງລວມໄດ້ດັ່ງນີ້: 1. ປະຊາຊົນນັບມື້ຮັບຮູ້ເຂົ້າ ໃຈແຈ້ງ ແລະ ເຊື່ອໝັ້ນຕໍ່ແນວ ທາງນະໂຍບາຍດ້ານຕ່າງໆ ຂອງ ພັກ-ລັດ, ມີຄວາມອຸ່ນອຽນທຸ່ນ ທ່ຽງສ້າງຢູ່ທຳກິນ. 2. ຊີວິດການເປັນຢູ່ດ້ານວັດ ຖຸ-ຈິດໃຈເຂົາເຈົ້າໄດ້ຮັບການ ປັບປຸງຍົກລະດັບ ນັບມື້ດີຂຶ້ນຢ່າງ ຈະແຈ້ງ, ອັດຕາຄວາມທຸກຍາກ ໄດ້ຮັບການແກ້ໄຂຫຼຸດລົງເປັນລຳ ດັບ, ພື້ນຖານໂຄງລ່າງສຳຄັນ ຕ່າງໆ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ. 3. ລະບົບການເມືອງຕາມລະ ບອບປະຊາທິປະໄຕປະຊາຊົນ ໄດ້ ຮັບການປັບປຸງບູລະນະ ແລະ ເຊີດຊູຢ່າງຖືກທິດ, ເຂັ້ມແຂງ- ໜັກແໜ້ນ, ສາມາດເຄື່ອນໄຫວປະ ຕິບັດພາລະບົດບາດຂອງຕົນຢ່າງ ເຕັມເມັດເຕັມໜ່ວຍ, ມີປະສິດທິ ຜົນ, ເຕົ້າໂຮມ-ເສີມຂະຫຍາຍໄດ້ ຄວາມສາມັກຄີປອງດອງບັນດາ ເຜົ່າໃນວົງຄະນະຍາດແຫ່ງຊາດ ຢູ່ອ້ອມຂ້າງພັກ. 4. ບັນດາທ້ອງຖິ່ນເຂດທີ່ສັບ ສົນບໍ່ມີຄວາມສະຫງົບໃນເມື່ອ ກ່ອນໄດ້ມີການຫັນປ່ຽນ, ມີສະ ຖຽນລະພາບ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍດີ ໂດຍພື້ນຖານ, ເຂດເກາະຫ້ອຍ- ເຂດເຄື່ອນໄຫວຂອງພວກກຸ່ມຄົນ ບໍ່ຫວັງດີຕໍ່ລະບອບໃໝ່ໄດ້ຮັບ ການແກ້ໄຂໝົດໄປຢ່າງຈະແຈ້ງ, ປະຊາຊົນເຜົ່າຕ່າງໆຍິ່ງມີຄວາມ ເອກອ້າງທະນົງໃຈຕໍ່ການພັດທະ ນາເສດຖະກິດ-ສັງຄົມ ແລະ ວັດ ທະນະທຳຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນຕໍ່ທ້ອງຖິ່ນ ທີ່ຕົນຕັ້ງພູມລຳເນົາຢູ່ ແລະ ມີ ຄວາມເຊື່ອໝັ້ນຕໍ່ອະນາຄົດທີ່ສະ ຫວ່າງສະໄຫວ. ເຖິງຈະຍາດໄດ້ຜົນສຳເລັດທີ່ ເປັນພື້ນຖານສຳຄັນຫຼາຍດ້ານ ດັ່ງໄດ້ຍົກມາກໍຕາມ ຕ້ອງຍອມ ຮັບວ່າພວກເຮົາຍັງມີຈຸດອ່ອນ ຄົງຄ້າງຫຼາຍປະການທີ່ຈະຕ້ອງ ໄດ້ເປັນເຈົ້າການຖອດຖອນໃຫ້ ໄດ້ບັນດາບົດຮຽນອັນຍອດຍິ່ງ ຈາກພຶດຕິກຳຕົວຈິງໃນຜ່ານມາ, ຊອກໃຫ້ເຫັນດ້ານຕັ້ງໜ້າເພື່ອ ເສີມຂະຫຍາຍ ແລະ ດ້ານອ່ອນ ຄົງຄ້າງເພື່ອມີວິທີການ-ມາດ ຕະການປັບປຸງແກ້ໄຂໃຫ້ສອດ ຄ່ອງໃນຕໍ່ໜ້າ. ໃນນີ້ ຂອດສຳຄັນ ແມ່ນ: 1. ຕ້ອງຖືສຳຄັນການເຝິກອົບ ຮົມ-ບຳລຸງກໍ່ສ້າງຖັນແຖວພະ ນັກງານທີ່ລົງເຮັດວຽກງານກໍ່ ສ້າງຮາກຖານ ເພື່ອໃຫ້ເຂົາເຈົ້າ ເຊື່ອມຊຶມກຳໄດ້ແໜ້ນແນວທາງ, ບັນດາມະຕິຂອງພັກ, ທິດນຳຂອງ ຄະນະນຳກະຊວງປ້ອງກັນປະ ເທດ, ສ້າງໃຫ້ບັນລຸໄດ້ຕາມມາດ ຖານເງື່ອນໄຂທີ່ໄດ້ກຳນົດໄວ້, ມີ ນໍ້າໃຈຄວາມຮັບຜິດຊອບສູງສົ່ງ, ລົງໃຫ້ແທດເຖິງຕົວຈິງ. 2. ຕ້ອງຄົ້ນຄວ້າສະໜອງງົບ ປະມານຢ່າງເໝາະສົມ ເພື່ອຮອງ ຮັບວຽກງານດັ່ງກ່າວ ແລະ ບັນ ດາໂຄງການທີ່ໄດ້ຖືກຮັບຮອງ ເອົາແລ້ວໃຫ້ພຽງພໍ, ທ່ວງທັນ ລວມທັງພາຫະນະເຕັກນິກ ຕ່າງໆ. 3. ຫຼີກເວັ້ນ ແລະ ກຳຈັດໃຫ້ ໄດ້ການນຳໃຊ້ງົບປະມານບໍ່ໃຫ້ ຮົ່ວໄຫຼ, ຟຸມເຟືອຍບໍ່ຖືກເປົ້າໝາຍ, ແຕ່ປະສິດທິຜົນຂອງວຽກງານບໍ່ ສົມຄູ່ກັນ. 4. ເອົາໃຈໃສ່ຕິດຕາມກວດ ກາປະເມີນຜົນຂອງໜ້າວຽກ ຂອງພະນັກງານທີ່ລົງເຮັດຕົວ ຈິງ ເປັນແຕ່ລະໄລຍະ ເພື່ອມີທິດ ຊີ້ນຳໃຫ້ສອດຄ່ອງ ແລະ ປະຕິບັດ ນະໂຍບາຍດ້ານຕ່າງໆຕໍ່ພະນັກ ງານທີ່ລົງກໍ່ສ້າງຮາກຖານ ເຊັ່ນ: ການຍ້ອງຍໍ ແລະ ເລື່ອນຊັ້ນ. ຖ້າເຮັດໄດ້ຄືແນວນີ້, ເຊື່ອໝັ້ນ ວ່າ: ການກໍ່ສ້າງຮາກຖານການ ເມືອງ-ພັດທະນາຊົນນະບົດຮອບ ດ້ານຕິດພັນກັບການລຶບລ້າງ ຄວາມທຸກຍຸກ ແລະ ວຽກງານ 3 ສ້າງທີ່ພັກວາງອອກຈະມີໝາກ ຜົນພົ້ນເດັ່ນຂຶ້ນລື່ນກ່ອນແນ່ ນອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ