ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ຮ່ວມລົງນາມບົດບັນທຶກການກຳນົດກົນໄກປະສານງານ
ເວລາອອກຂ່າວ: 2021-12-09 10:49:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 441 | ຄວາມນິຍົມ:



ວັນທີ 8 ທັນວາ 2021 ນີ້, ຢູ່ທີ່ອົງການໄອຍະການປະຊາ ຊົນສູງສຸດ (ອອປສ) ໄດ້ຈັດພິທີ ລົງນາມບົດບັນທຶກຮ່ວມ ລະ ຫວ່າງ ອອປສ ແລະ ກະຊວງ ປ້ອງກັນຄວາມສະຫງົບ, ໂດຍ ການເປັນປະທານຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນ ກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ໄຊຊະນະ ໂຄດພູທອນ ກໍາ ມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງ ສຸດ, ມີຄະນະພັກ-ຄະນະນໍາ, ຫົວ ໜ້າກົມ ແລະ ພະນັກງານຫຼັກແຫຼ່ງ ທັງສອງພາກສ່ວນເຂົ້າຮ່ວມ. ໃນການລົງນາມບົດບັນທຶກ ສ້າງກົນໄກປະສານງານຮ່ວມກັນ ໃນຄັ້ງນີ້ ແມ່ນເພື່ອເປັນການຈັດ ຕັ້ງປະຕິບັດເນື້ອໃນບົດບັນທຶກ ຮ່ວມ 4 ພາກສ່ວນກ່ຽວກັບການ ດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ VI, ສະບັບລົງວັນທີ 15 ກໍລະກົດ 2021 ເຂົ້າສູ່ວຽກງານ ຕົວຈິງຂອງອົງການໄອຍະການ ປະຊາຊົນສູງສຸດ ແລະ ກະຊວງ ປ້ອງກັນຄວາມສະຫງົບ, ແນ ໃສ່ສະກັດກັ້ນປະກົດການຫຍໍ້ ທໍ້ໃນການດໍາເນີນຄະດີອາຍາ, ເຄົາລົບ ແລະ ປະຕິບັດຕາມພາ ລະບົດບາດ, ໜ້າທີ່ ແລະ ຂອບ ເຂດສິດຂອງແຕ່ລະພາກສ່ວນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ພ້ອມທັງຮັບ ປະກັນຄວາມສັກສິດຂອງກົດ ໝາຍ, ປະຕິບັດຫຼັກການລວມສູນ ແລະ ເປັນເອກະພາບ ຕາມລະບົບ ສາຍຕັ້ງ ຫຼື ສາຍບັນຊາແຕ່ຂັ້ນສູນ ກາງລົງຮອດຂັ້ນທ້ອງຖິ່ນໃນ ຂອບເຂດທົ່ວປະເທດ, ເຮັດໃຫ້ ການດໍາເນີນຄະດີອາຍາໄດ້ດໍາ ເນີນໄປຢ່າງຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຍຸຕິ ທໍາ. ທັງສອງພາກສ່ວນຈຶ່ງໄດ້ປະ ສານສົມທົບກັນ ຄົ້ນຄວ້າຕົກລົງ ເຫັນດີເປັນເອກະພາບສ້າງບົດບັນທຶກກົນໄກດັ່ງກ່າວ ເຊິ່ງປະກອບມີ 7 ຂໍ້ ໂດຍໄດ້ກໍານົດໜ້າທີ່ຄວາມ ຮັບຜິດ ຊອບຂອງແຕ່ລະພາກ ສ່ວນອອກເປັນໜ້າວຽກອັນ ລະອຽດ ເພື່ອຍົກສູງຄວາມຮັບ ຜິດຊອບ ແລະ ຈັດຕັ້ງປະຕິບັດ ເນື້ອໃນຂອງບົດບັນທຶກຮ່ວມໃຫ້ ປະກົດຜົນເປັນຈິງ ປະກອບສ່ວນ ໃຫ້ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ ໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ, ມີປະສິດທິພາບ, ປະສິດ ທິຜົນ, ປະຢັດ ແລະ ປະຕິບັດມາດ ຕະການສະກັດກັ້ນ ແລະ ແກ້ໄຂ ການລະເມີດກົດໝາຍຕາມຂະ ບວນການຍຸຕິທໍາ. ໂດຍ: ອອປສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ