ເຈົ້າອະທິການວັດບ້ານນານົກຂຽນ ມອບວັດສະດຸກໍ່ສ້າງໃຫ້ກອງພັນ 227
ເວລາອອກຂ່າວ: 2021-12-09 10:59:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 467 | ຄວາມນິຍົມ:
ໃນວັນທີ 6 ທັນວາ 2021 ນີ້,
ພະອາຈານ ເສດແກ້ວ ໂສມນະ
ລີນໂທ ເຈົ້າອະທິການວັດບ້ານນາ ນົກຂຽນ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ພ້ອມດ້ວຍ
ພິຂຸສາມະເນນ ເຂົ້າມອບເຄື່ອງ ຊ່ວຍເຫຼືອວັດສະດຸກໍ່ສ້າງໃຫ້ ກອງ
ພັນ 227 ກອງພົນທີ 4, ໂດຍມີ ຄະນະພັກ-ຄະນະບັນຊາພ້ອມ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ ເປັນສັກຂີພະຍານ.
ສໍາລັບວັດສະດຸກໍ່ສ້າງມາ ມອບໃນຄັ້ງນີ້ມີ ເສົາຊີມັງ ຂະໜາດ
15x15 ຊັງຕີແມັດ, ຍາວ 4,5
ແມັດ ຈໍານວນ 40 ຕົ້ນ, ລວມ
ມູນຄ່າທັງໝົດ 14 ລ້ານກີບ.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ພູຂົງ ເພັດພູທອນ ຫົວໜ້າ
ການທະຫານ ກອງພັນ 227
ໄດ້ຕາງໜ້າຄະນະພັກ-ຄະນະ ບັນຊາ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງ ກ່າວສະແດງ
ຄວາມຂອບໃຈ ແລະ ຮູ້ບຸນຄຸນມາ
ຍັງເຈົ້າອະທິການວັດນານົກຂຽນ ທີ່ໃຫ້ການຊ່ວຍເຫຼືອວັດສະດຸກໍ່ ສ້າງແກ່ ກອງພັນ 227 ເພື່ອປະ ກອບສ່ວນເຂົ້າໃນການກໍ່ສ້າງ ຫ້ອງການຫຼັງໃໝ່ຂອງກົມກອງ ທີ່ຈະເລີ່ມກໍ່ສ້າງໄວໆນີ້. ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາເອົາ
ອຸປະກອນດັ່ງກ່າວນໍາໃຊ້ເຂົ້າ ໃນການສ້າງສາພັດທະນາກົມ ກອງຂອງຕົນໃຫ້ມີຄວາມເຂັ້ມ ແຂງ ໜັກແໜ້ນ ແລະ ພັດທະນາ ຂຶ້ນເລື້ອຍໆ.
ໂດຍ: ສຸລິວັນ ແສນບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ