ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບເລກ 1 ຖອດຖອນບົດຮຽນຂະບວນການກໍ່ສ້າງກອງ 3 ປອດ
ເວລາອອກຂ່າວ: 2021-12-09 11:00:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 29591911 | ຄວາມນິຍົມ:



ໃນວັນທີ 7 ທັນວາ 2021 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຈັດກອງປະຊຸມສະຫຼຸບ ຖອດຖອນບົດຮຽນຂະບວນການ ກໍ່ສ້າງກອງ 3 ປອດ: ປອດໃສ ປອດໄພ ປອດຄະດີ ປະຈຳສົກ ປີ 2020-2021, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ສີລາວົງ ບຸນມີໄຊ ຫົວໜ້າການ ເມືອງໂຮງຮຽນ, ມີຄະນະພັກ-ຄະນະອຳນວຍການ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງໃນທົ່ວກົມ ກອງເຂົ້າຮ່ວມ. ສະຫາຍ ພັນຕີ ໄຊພອນ ພົມມະສອນ ຮອງຫົວໜ້າພະ ແນກປ້ອງກັນພາຍໃນ ໄດ້ຜ່ານ ບົດສະຫຼຸບ ເຊິ່ງຍົກໃຫ້ເຫັນດ້ານ ດີ, ດ້ານອ່ອນ ແລະ ບາງບົດຮຽນ ທີ່ຖອດຖອນ ໄດ້ໃນໄລຍະຜ່ານ ມາຄະນະພັກ-ຄະນະອຳນວຍ ການ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ໃກ້ຊິດຕິດແທດຕົວຈິງ ແລະ ໄດ້ຊີ້ນຳດ້ານເນື້ອໃນເອກະສານ ເພື່ອເປັນບ່ອນອີງໃຫ້ແກ່ການ ຈັດຕັ້ງດຳເນີນການກໍ່ສ້າງກອງ ປອດໃສ ປອດໄພ ປອດຄະດີ ຕາມແຜນການ ແຕ່ຕົ້ນຕະຫຼອດ ປາຍ. ແຕ່ງຕັ້ງ ອະນຸກຳມະການ ເປັນເຈົ້າການຕິດຕາມກວດກາ ປະສານສົມທົບໃຫ້ຂໍ້ມູນເອກະ ສານຈຳນວນໜຶ່ງສົ່ງໃຫ້ແຕ່ລະ ໜ່ວຍກົມກອງດ້ວຍຄວາມຮັບຜິດ ຊອບສູງ, ອົງການຈັດຕັ້ງມະຫາ ຊົນທຸກຂັ້ນ ນາຍ ແລະ ພົນທະ ຫານໄດ້ປະກອບສ່ວນເຂົ້າຮ່ວມ ຂະບວນການປ້ອງກັນພາຍໃນ ຢ່າງກວ້າງຂວາງ ເຮັດໃຫ້ກົມ ກອງມີຄວາມສະຫງົບ ປອດໃສ ປອດໄພ ປອດຄະດີຕໍ່ເນື່ອງ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ຄຳໄມ ບຸນລ້ອມ ຫົວໜ້າ ຫ້ອງການໂຮງຮຽນ ໄດ້ຜ່ານຂໍ້ຕົກ ລົງຂອງຄະນະອຳນວຍການ ວ່າດ້ວຍການມອບໃບຢັ້ງຢືນໃຫ້ກົມກອງປອດໃສ ປອດໄພ ປອດຄະດີ ຄະນະອຳນວຍການຕົກລົງມອບ ໃບຍັ້ງຢືນໃຫ້ແກ່ກົມກອງທີ່ມີ ຄວາມສະຫງົບ ປອດໃສ ປອດໄພ ປອດຄະດີ ປະເພດ I ຈຳນວນ 1 ກົມກອງ ຄື: ໂຮງໝໍ 20 ຕຽງ. ຈາກນັ້ນ, ສະຫາຍ ພັນໂທ ສີສະຫວັດ ພັນທະວົງ ຫົວໜ້າພະ ແນກປ້ອງກັນພາຍໃນ ໄດ້ຜ່ານ ແຜນການ, ເນື້ອໃນມາດຖານຂໍ້ ແຂ່ງຂັນ ແລະ ຂໍ້ຕົກລົງ ຂອງອຳ ນວຍການ ວ່າດ້ວຍ ການແຕ່ງຕັ້ງ ຄະນະຊີ້ນຳອະນຸກຳມະການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ປະຈຳສົກປີ 2021-2022. ໃນຊຸມປີຕໍ່ໜ້າຈະເລັ່ງ ໃສ່ເດັດດ່ຽວປ້ອງກັນພັກ, ພະນັກ ງານ-ນັກຮົບປ້ອງກັນກົມກອງ ຂອງຕົນໃຫ້ມີຄວາມສະຫງົບປອດໄພທາງດ້ານການເມືອງ ແນວຄິດ ໜັກແໜ້ນເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ເຮັດ ສຳເລັດໜ້າທີ່ການເມືອງ ຂອງຕົນ ເອົາໃຈໃສ່ສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ ຍົກສູງສະຕິ ລະວັງຕົວປ້ອງກັນຕົນເອງ ແລະ ກົມກອງ. ໃນວາລະດຳເນີນກອງປະຊຸມ ຜູ້ຕາງໜ້າແຕ່ລະອົງການກົມ ກອງ ໄດ້ຜັດປ່ຽນກັນປະກອບ ຄຳເຫັນຕໍ່ບົດສະຫຼຸບ ແລະ ທິດ ທາງແຜນການໃນຕໍ່ໜ້າຢ່າງກົງ ໄປກົງມາ ເພື່ອໃຫ້ມີຄວາມໝາຍ ຄົບຖ້ວນ. ໂດຍ: ນາງ ບຸນສີ ວົງສາຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ