ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊກອງ ກຽມຈັດງານຊ່ວງເຮືອປະເພນີປະຈຳປີ 2018
ເວລາອອກຂ່າວ: 2018-11-13 22:59:00 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ເພື່ອເປັນການອະນຸລັກຮັກ ສາເສີມຂະຫຍາຍມູນເຊື້ອດ້ານ ວັດທະນະທຳ ແລະ ຮີດຄອງປະ ເພນີອັນດີງາມຂອງຊາດ ທັງ ເປັນການສ້າງຂະບວນການຂໍ່າ ນັບຮັບຕ້ອນສະເຫຼີມສະຫຼອງວັນ ສຳຄັນຂອງພັກຂອງຊາດ ຢ່າງ ເປັນຂະບວນຟົດຟື້ນຄື: ວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ, ວັນ ຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ຕິດພັນກັບ ກິດຈະກຳສົ່ງເສີມປີທ່ອງທ່ຽວ ຂອງແຂວງເຊກອງ ໃຫ້ມີບັນຍາ ກາດເບີກບານມ່ວນຊື່ນ,ປະທານ ຄະນະກຳມະການຮັບຜິດຊອບ ຈັດງານບຸນຊ່ວງເຮືອປະເພນີປະ ຈຳປີ 2018 ຂອງ ແຂວງ ເຊ ກອງ ຈິ່ງໄດ້ເຊື້ອເຊີນບັນດາຜູ້ທີ່ ຮັກມັກໃນການຊ່ວງເຮືອເຂົ້າມາ ມີສ່ວນຮ່ວມນຳກັນພ້ອມດຽວກັນ ກໍເຊີນຊວນປະຊາຊົນທຸກທົ່ວ ໜ້າໃຫ້ເຂົ້າຮ່ວມສະຫຼອງງານ ບຸນມ່ວນຊື່ນນຳກັນໃຫ້ມີບັນຍາ ກາດຟົດຟື້ນມ່ວນຊື່ນ. ການຈັດງານບຸນຊ່ວງເຮືອປະ ເພນີ ປະຈຳປີ 2018 ຈະໄດ້ຈັດ ຂຶ້ນໃນວັນທີ 8 ທັນວາ 2018 ກົງກັບວັນເສົາ ທີ່ບໍລິເວນທ່າ ຊ້າງ (ທ່າບັກເກົ່າ) ທັງສອງຝັ່ງ ນໍ້າເຊກອງ ເຂດບ້ານເພຍໃໝ່, ເມືອງ ລະມາມ ແຂວງ ເຊກອງ ໂດຍ ໃຫ້ບັນດາພະແນກການ, ອົງການທຽບເທົ່າ, ສອງກຳລັງ ປະກອບອາວຸດ ແລະ 3 ຕົວ ເມືອງ, ບ້ານ ທີ່ມີເງື່ອນໄຂ, ບໍລິ ສັດ ແລະ ລັດວິສາຫະກິດ ໄດ້ມີ ສ່ວນຮ່ວມສົ່ງນັກກີລາເຮືອຊ່ວງ ຂອງຕົນເຂົ້າຮ່ວມການແຂ່ງຂັນ ໃຫ້ໄດ້ຕາມລະດັບຄາດໝາຍດັ່ງ ລາຍລະອຽດຕໍ່ໄປນີ້: ຂົງເຂດ ພັກ-ພະນັກງານ ແລະ ອົງການ ຈັດຕັ້ງມະຫາຊົນ 1 ລຳຂຶ້ນໄປ; ຂົງເຂດເສດຖະກິດ ປະກອບມີ: ພະແນກການເງິນ, ພະແນກໂຍ ທາທິການ ແລະ ຂົນສົ່ງ, ພະ ແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກອຸດ ສາຫະກຳ ແລະ ການຄ້າ, ພະ ແນກພະລັງງານ ແລະ ບໍ່ແຮ່, ພະ ແນກແຜນການ ແລະ ການລົງ ທຶນ, ພະແນກວິທະຍາສາດ ແລະ ເທັກໂນໂລຢີ, ພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການ ສື່ສານ, ພະແນກກະສິກຳ ແລະ ປ່າໄມ້ ໃຫ້ໄດ້ 3 ລຳຂຶ້ນໄປ; ຂົງ ເຂດວັດທະນະທຳສັງຄົມ 2 ລຳ ຂຶ້ນໄປ; ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 2 ລຳ; ຂົງເຂດປົກປ້ອງກົດໝາຍໃຫ້ໄດ້ 1 ລຳຂຶ້ນໄປ; ເມືອງລະມາມ, ເມືອງທ່າແຕງ,ເມືອງກະລືມ ແລະ ເມືອງດາກຈຶງ ເມືອງລະ 1 ລຳ; ຂົງເຂດທະນາຄານ, ທະນາ ຄານການຄ້າຕ່າງປະເທດ ລາວ, ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ ໃຫ້ ໄດ້ 1 ລຳຂຶ້ນໄປ; ຂົງເຂດລັດວິສາ ຫະກິດ, ລັດວິສາຫະກິດໄຟຟ້າ ລາວ, ລັດວິສາຫະກິດນໍ້າປະປາ ແລະ ລັດວິສາຫະກິດລາວໂທລະ ຄົມໃຫ້ໄດ້ 1 ລຳຂຶ້ນໄປ ແລະ ບັນ ດາບໍລິສັດໃຫ້ໄດ້ 1 ລຳຂຶ້ນໄປ. ພ້ອມດຽວກັນນັ້ນ ໄດ້ມອບໃຫ້ອະ ນຸກຳມະການເນື້ອໃນປຸກລະດົມ ເຮືອເຊີ້ງແຕ່ 1 ຫາ 5 ລຳຄື: ເຮືອ ເຊີ້ງຂອງເຜົ່າລາວລຸ່ມ 1 ລຳ, ເຜົ່າ ອາຣັກ 1 ລຳ, ເຜົ່າຕະລຽງ 1 ລຳ, ເຜົ່າກະຕູ 1 ລຳ ແລະ ເຜົ່າ ກຣຽງ 1 ລຳ ເພື່ອມາສ້າງບັນ ຍາກາດພາຍໃນງານບຸນຊ່ວງ ເຮືອປະເພນີ ປະຈຳປີ 2018 ນີ້. ສຳລັບການກຳນົດປະເພດ ເຮືອທີ່ເຂົ້າຮ່ວມຊ່ວງປະກອບ ມີ 2 ປະເພດຄື: ເຮືອຊ່ວງເຄິ່ງ ສູດເຄິ່ງປະເພນີ 19-22 ສີພາຍ ລວມທັງທີມຍິງ ແລະ ທີມຊາຍ, ເຮືອຊ່ວງປະເພນີ 19-22 ສີ ພາຍ ລວມທັງທີມຍິງ ແລະ ທີມ ຊາຍ.ສ່ວນນັກສີພາຍເຮືອຊ່ວງ ແມ່ນຈະໄດ້ເປີດກວ້າງທັງພາຍ ໃນ ແລະ ພາຍນອກ ໂດຍບໍ່ຈຳ ກັດເງື່ອນໄຂ. ວັນຮັບສະໝັກທີມກີລາເຮືອ ຊ່ວງ ແມ່ນໄດ້ເລີ່ມແຕ່ວັນທີ 5 ພະຈິກ 2018 ເປັນຕົ້ນໄປ ແລະ ຈະປິດຮັບສະໝັກໃນວັນທີ 30 ພະຈິກ 2018 ຄ່າລົງທະບຽນ ເຮືອຊ່ວງທັງສອງປະເພດ ທີມ ລະ 1 ລ້ານກີບ, ສະຖານທີ່ລົງ ທະບຽນ ຢູ່ຫ້ອງການສຶກສາທິ ການ ແລະ ກີລາເມືອງ ລະມາມ. ໃນງານດັ່ງກ່າວຍັງຈະໄດ້ເປີດ ໂອກາດໃຫ້ບໍລິສັດ, ລັດວິສາຫະ ກິດ, ອຳນາດການປົກຄອງບ້ານ ແລະ ສ່ວນບຸກຄົນພາຍໃນແຂວງ ທີ່ມີເງື່ອນໄຂນຳຜະລິດຕະພັນທີ່ ເປັນເອກະລັກຂອງຕົນມາວາງ ສະແດງຂາຍພາຍໃນງານໃຫ້ ມາຕິດຕໍ່ພົວພັນນຳອະນຸກຳມະ ການຈັດສະຖານທີ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ