ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍພາກສ່ວນ ແຂວງສະຫວັນນະເຂດ ມອບເຄື່ອງຊຸກຍູ້ກອງພົນທີ 4
ເວລາອອກຂ່າວ: 2022-01-13 08:46:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1004 | ຄວາມນິຍົມ:



ໃນວັນທີ 7 ມັງກອນ 2022, ຫຼາຍພາກສ່ວນຂອງແຂວງສະ ຫວັນນະເຂດ ໄດ້ມອບເຄື່ອງຊຸກຍູ້ ໃຫ້ແກ່ກອງພົນທີ 4 ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 73 ປີ ລວມ ມີ: ບໍລິສັດ ຂົນສົ່ງສາຍສະໝອນ, ຮ້ານຂາຍ ຄໍາ ທ່ານ ເບິບ, ທ່ານ ສິ່ວ ກິດຕິ ລາດ, ໂຮງສີເຂົ້າ ທ່ານ ແອນ້ອຍ ວຽງໄຊ, ໂຮງສີເຂົ້າ ທ່ານ ນາງ ຕຸກຕາ, ໂຮງສີເຂົ້າ ທ່ານ ນາງ ລາ ວັນ ແກ້ວວິໄລ, ໂຮງງານ ຊີມັງລາວ ສະຫວັນນະເຂດ ແລະ ສະມາຄົມຫວຽດນາມເມືອງອາດ ສະພັງທອງ, ໂດຍຕາງໜ້າກ່າວ ມອບຂອງ ທ່ານ ສາຍສະໝອນ ສິນທະສອນ ເຈົ້າຂອງບໍລິສັດ ຂົນສົ່ງສາຍສະໝອນ ເມືອງອຸທຸມ ພອນ ແຂວງສະຫວັນນະເຂດ ແລະ ກ່າວຮັບຂອງ ສະຫາຍ ພົນ ຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4 ພ້ອມດ້ວຍຄະນະ ທັງສອງຝ່າຍ. ທ່ານ ສາຍສະໝອນ ສິນນະ ສອນ ໄດ້ຕາງໜ້າໃຫ້ນັກທຸລະກິດ ແຕ່ລະພາກສ່ວນຂອງແຂວງສະ ຫວັນນະເຂດ ກ່າວສະແດງຄວາມ ຮູ້ບຸນຄຸນ ແລະ ຕີລາຄາສູງຕໍ່ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 73 ປີ ແລະ ວັນສ້າງ ຕັ້ງກອງພົນທີ 4 ຄົບຮອບ 40 ປີ, ທີ່ໝູນວຽນມາເຖິງອີກວາລະໜຶ່ງ, ໂອກາດດັ່ງກ່າວ, ນັກທຸລະກິດ ແຕ່ ລະພາກສ່ວນຂອງແຂວງສະ ຫວັນນະເຂດ ໄດ້ມອບວັດຖຸປັດໄຈ ລວມມູນຄ່າທັງໝົດ 19.400.000 ກີບ, ໃຫ້ກອງພົນທີ 4 ເພື່ອປະກອບ ສ່ວນເຂົ້າໃນວຽກງານລວມຂອງກົມກອງໃຫ້ເກີດປະໂຫຍດສູງສຸດ. ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ໄດ້ຕາງໜ້າໃຫ້ພະ ນັກງານ-ນັກຮົບ ທົ່ວກົມກອງ ກ່າວສະແດງຄວາມຮູ້ບຸນຄຸນ, ຂອບ ໃຈຕໍ່ ທ່ານ ສາຍສະໝອນ ສິນ ນະສອນ ພ້ອມດ້ວຍນັກທຸລະກິດ ຂອງແຂວງສະຫວັນນະເຂດ ແຕ່ ລະພາກສ່ວນທີ່ໄດ້ມາອວຍພອນ ຕໍ່ວັນສຳຄັນດັ່ງກ່າວ ພ້ອມທັງ ມອບວັດຖຸປັດໄຈຈຳນວນໜຶ່ງ ເພື່ອປະກອບເຂົ້າໃນວຽກງານ ລວມຂອງກົມກອງ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ