ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍທະຫານແຂວງເຊກອງ ນໍາສົ່ງຄົນເຈັບທີ່ປິ່ນປົວດີ ຈາກພະຍາດ ໂຄວິດ-19 ຈຳນວນ 5 ຄົນ
ເວລາອອກຂ່າວ: 2022-01-14 09:17:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 627 | ຄວາມນິຍົມ:



ໃນວັນທີ 11 ມັງກອນ 2022 ນີ້, ສູນປິ່ນປົວພະຍາດໂຄວິດ-19 ໂຮງໝໍທະຫານແຂວງເຊກອງ ໄດ້ນໍາສົ່ງຄົນເຈັບທີ່ປິ່ນປົ່ວດີ ຈາກພະຍາດໂຄວິດ-19 ຄືນສູ່ ຄອບຄົວ ຈຳນວນ 5 ຄົນ, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນ ໂທ ວັນແກ້ວ ໃສຍະສອນ ຫົວໜ້າ ພະແນກເສນາຮັກ ຫ້ອງພະລາທິ ການກອງບັນຊາການທະຫານ ແຂວງ ແລະ ສະຫາຍ ພັນໂທ ສວຍຄຳ ຈັນທະແສງ ຄະນະອໍາ ນວຍການໂຮງໝໍທະຫານແຂວງ ພ້ອມດ້ວຍພະນັກ ງານແພດ-ໝໍໃນກົມກອງເຂົ້າ ຮ່ວມ. ສະຫາຍ ຮ້ອຍເອກ ບຸນເຄ້ງ ອ່ອນສີມາ ຕາງໜ້າໃຫ້ໜ່ວຍງານ ປິ່ນປົວ ໄດ້ລາຍງານໃຫ້ຮູ້ວ່າ: ໃນປັດຈຸບັນ, ຢູ່ສູນປິ່ນປົວພະຍາດ ໂຄວິດ-19 ໂຮງໝໍທະຫານແຂວງ ເຊກອງ,ມີຄົນເຈັບທີ່ຕິດເຊື້ອ ໂຄວິດ-19 ເຂົ້າປິ່ນປົວທັງໝົດ 19 ຄົນ, ໃນນັ້ນ ມີພະນັກງານປົກ ຄອງ 6 ຄົນ,ປະຊາຊົນ 8 ຄົນ, ເດັກນ້ອຍ 2 ຄົນ ແລະ ຜູ້ຕ້ອງຫາ 3 ຄົນ, ເຊິ່ງຄົນເຈັບຈຳນວນ 18 ຄົນ, ສ່ວນໃຫຍ່ແມ່ນເຂົ້າມາດ້ວຍ ອາ ການໄຂ້ເບົາ ,ໄອ, ເຈັບຄໍ, ຕັນ ດັງ, ມີນ້ຳມູກໄຫຼ, ເຈັບຫົວປວດ ຕາມຕົນໂຕ, ເສຍຄວາມຮູ້ສຶກດ້ານ ການຮັບກິ່ນຕ່າງໆ ແລະ ຄົນ ເຈັບ 1 ຄົນ ມີອາການສົນ, ດັ່ງນັ້ນທາງ ສູນປິ່ນປົວໂຮງໝໍທະຫານແຂວງ ຈິ່ງໄດ້ນຳສົ່ງ ໄປໂຮງໝໍແຂວງ, ຕະຫຼອດໄລຍະການຕິດຕາມ ແລະ ປິ່ນປົວ 14 ວັນຜ່ານມາ ເຫັນວ່າ: ມີຄົນເຈັບ 5 ຄົນອາ ການດີຂຶ້ນ, ດັ່ງນັ້ນ ຄະນະອໍານວຍ ການໂຮງໝໍທະຫານແຂວງເຊ ກອງ ຈຶ່ງໄດ້ສະເໜີຂັ້ນເທິງອອກ ໃບຢັ້ງຢືນ, ພ້ອມທັງນໍາສົ່ງຄົນ ເຈັບທີ່ປິ່ນປົ່ວດີກັບຄືນສູ່ຄອບ ຄົວເປັນທີ່ຮຽບຮ້ອຍ. ໃນປັດຈຸບັນ ຍັງສືບຕໍ່ປິ່ນປົວ 13 ຄົນ, ເຊິ່ງຄະ ນະອຳນວຍການ ກໍຄືພະນັກງານ ແພດ-ໝໍແຕ່ລະສະຫາຍຍັງຈະ ໄດ້ພ້ອມກັນສຸມທຸກ ສະຕິປັນຍາ ເອົາໃຈໃສ່ເບິ່ງແຍງດູແລຄົນເຈັບ ຢ່າງຕັ້ງໜ້າຈົນຄົບ 14 ວັນ,ໂດຍ ນຳໃຊ້ເຕັກນິກການປິ່ນປົວຕາມ ຫຼັກການວິຊາສະເພາະທີ່ຕົນ ເອງໄດ້ຮຽນມາ, ເພື່ອໝູນໃຊ້ ເຂົ້າໃນການຈັດຕັ້ງປະຕິບັດຕົວ ຈິງ, ແນໃສ່ເຮັດໃຫ້ຄົນເຈັບຫາຍ ດີຈາກພະຍາດດັ່ງກ່າວ, ສືບຕໍ່ ແນະນຳຄົນເຈັບທຸກໆຄົນໃຫ້ ເອົາໃຈໃສ່ປະຕິບັດລະບຽບ ຂອງການປິ່ນປົວ, ເປັນຕົ້ນແມ່ນ ການໃຫ້ຂໍ້ມູນລາຍງານອາການ ຂອງຕົນໃນແຕ່ລະໄລຍະ, ການ ຮັກສາໄລຍະຫ່າງບຸກຄົນຕໍ່ຄົນ ພ້ອມທັງປະຕິບັດຂໍ້ກຳນົດລະ ບຽບຕ່າງໆຂອງໂຮງໝໍວາງ ອອກຢ່າງຖືກຕ້ອງ-ເຂັ້ມງວດ. ໂດຍ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ