ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 3 ແຂວງ ປະຈໍາປີ 2021
ເວລາອອກຂ່າວ: 2022-01-17 10:41:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ 3 ແຂວງ (ໄຊສົມ ບູນ, ຊຽງຂວາງ ແລະ ຫົວພັນ) ປະຈຳປີ 2021 ແລະ ວາງທິດ ທາງແຜນການ ປີ 2022 ໄດ້ຈັດ ຂຶ້ນທີ່ແຂວງໄຊສົມບູນ ໃນວັນທີ 14 ມັງກອນນີ້, ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ, ຮອງປະທານ, ຜູ້ປະຈຳ ການຄະນະກຳມະການ ປກຊ- ປກສ ສູນກາງ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ. ເຂົ້າຮ່ວມກອງ ປະຊຸມມີສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໆໄຊ ສົມບູນ, ປະທານຄະນະກຳມະ ການ ປກຊ-ປກສ ແຂວງ, ສະຫາຍ ບຸນຈັນ ສີວົງພັນ ເຈົ້າແຂວງໆ ຊຽງຂວາງ, ປະທານຄະນະ ກຳມະການ ປກຊ- ປກສ ແຂວງ, ມີບັນດາສະຫາຍ ຮອງປະທານ ຄະນະກຳມະການ ປກຊ-ປກສ 3 ແຂວງ, ຫ້ອງວ່າການສູນກາງ ພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການ ປກຊ-ປກສ ສູນກາງ, ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານ, ປກສ ແຂວງ, ກອງພົນທີ 1, ກອງ ພັນໃຫຍ່ 584, ກອງພັນໃຫຍ່ 941, ກອງພັນໃຫຍ່ 101, ກົມ ກອງອ້ອມຂ້າງແຂວງ ແລະ ຜູ້ ແທນບັນດາເມືອງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນເອກ ຄຳອິ້ງ ກິ່ງແກ້ວ ຮອງ ປະທານ, ຜູ້ປະຈຳການຄະນະ ກຳມະການ ປກຊ-ປກສ ແຂວງ, ຫົວໜ້າການທະຫານ ກອງບັນ ຊາການທະຫານແຂວງໄຊສົມ ບູນ, ຕາງໜ້າໃຫ້ 3 ແຂວງ ຜ່ານ ບົດສະຫຼຸບວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2021 ແລະ ວາງທິດ ທາງແຜນການປີ 2022 ໂດຍສັງ ລວມແລ້ວເຫັນວ່າ: ໃນໄລຍະ 1 ປີຜ່ານມາ, 3 ແຂວງ ໄດ້ສຸມໃສ່ ວຽກງານກໍ່ສ້າງຮາກຖານການ ເມືອງ-ພັດທະນາຊົນນະບົດ ຮອບດ້ານຕິດພັນກັບວຽກງານ 3 ສ້າງ ຢ່າງເປັນຂະບວນ ແລະ ມີ ຈຸດສຸມ ໂດຍຫັນພະນັກງານລົງ ກໍ່ສ້າງຮາກຖານການເມືອງ ສ້າງບ້ານ, ກຸ່ມບ້ານພັດທະນາ, ບ້ານສາມສ້າງ, ບ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເຂັ້ມແຂງຕິດພັນກັບການສ້າງ ບ້ານສູ້ຮົບຕິດລຽນ, ປັບປຸງຕາ ໜ່າງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢູ່ຮາກຖານໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນ, ເອົາ ໃຈໃສ່ນໍາພາ, ຄຸ້ມຄອງ, ຈັດຕັ້ງ ເຝິກອົບຮົມ-ຫັດແອບສິລະປະ ຍຸດ-ຍຸດທະວິທີ, ອົບຮົມກ່ຽວກັບ ພາລະບົດບາດ, ຂອບເຂດສິດ, ໜ້າທີ່ຂອງກອງຫຼອນ, ປກສ ບ້ານຢ່າງເປັນປົກກະຕິ ເພື່ອຍົກ ສູງຄວາມຮູ້, ຄວາມສາມາດໃນການເຄື່ອນໄຫວປະຕິບັດໜ້າທີ່, ເຮັດໃຫ້ກໍາລັງກອງຫຼອນ, ປກສ ບ້ານກາຍເປັນກໍາລັງຫຼັກແຫຼ່ງໃນ ການປົກປັກຮັກສາຄວາມສະ ຫງົບສຸກຂອງປະຊາຊົນຢ່າງແທ້ ຈິງ.ປະຊາຊົນສ່ວນຫຼາຍມີແນວ ຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອມຊຶມ ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າຮ່ວມວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢ່າງເປັນເຈົ້າ ການ, ທາງດ້ານເສດຖະກິດ-ວັດ ທະນະທໍາສັງຄົມ ມີການພັດທະ ນາ, ຊີວິດເປັນຢູ່ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ. ໃນກອງ ປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມ ກໍໄດ້ປະກອບຄໍາເຫັນໃສ່ບົດສະ ຫຼຸບຢ່າງກົງໄປກົງມາ, ມີວິທະຍາ ສາດ ເພື່ອເຮັດໃຫ້ບົດສະຫຼຸຸບມີ ເນື້ອໃນຄົບຖ້ວນ ສົມບູນ ເພື່ອນໍາ ໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນ ຮູບປະທໍາ ແລະ ມີຜົນສໍາເລັດຕາມ ທິດທາງແຜນການທີ່ວາງໄວ້. ໃນໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນທີ່ເອົາໃຈໃສ່ປະຕິບັດ ໜ້າທີ່ຢ່າງມີຄວາມຮັບຜິດຊອບ ສູງ ແລະ ມີຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍຍັງໄດ້ເນັ້ນ ໜັກໃຫ້ປະທານ, ຮອງປະທານຄະ ນະກຳມະການ ປກຊ-ປກສ 3 ແຂວງ, ກົມກອງອ້ອມຂ້າງແຂວງ ແລະ ຜູ້ແທນບັນດາເມືອງ ທີ່ເຂົ້າ ຮ່ວມກອງປະຊຸມເອົາໃຈໃສ່ສຶກ ສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບມີຄວາມ ອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອ ໝັ້ນຕໍ່ການນຳພາຂອງພັກ, ປະຕິ ບັດຫຼັກການລວມສູນ ປະຊາທິປະ ໄຕ ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ, ສິ່ງສຳຄັນແມ່ນເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນເປັນຈິດໜຶ່ງໃຈດຽວ ໃນການປະຕິບັດແນວທາງຂອງ ພັກ, ມະຕິຄຳສັ່ງຂອງຂັ້ນເທິງ ແລະ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບ ມອບໝາຍ ເປັນຕົ້ນແມ່ນສຸມໃສ່ ປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບ ຕິດດ້ວຍຫຼັກການເດັດຂາດ, ໂປ່ງ ໃສ, ເປັນມືອາຊີບ ໃຫ້ມີຜົນສໍາ ເລັດຕາມຄາດໝາຍ ແລະ ເວລາ ທີ່ກຳນົດໄວ້, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ ໃນ ສັງຄົມໃຫ້ຫຼຸດລົງ, ແກ້ໄຂຕ້ອງ ມີຄວາມເປັນເອກະພາບ, ຖືກ ຕ້ອງ, ໄປຕາມຂະບວນການຍຸຕິ ທໍາ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນກໍາລັງໃຫ້ໝົດໄປ, ເພີ່ມທະວີການປັບປຸງກໍ່ສ້າງພັກ ໃນກໍາລັງປະກອບອາວຸດ, ຮັບປະ ກັນການນໍາພາຂອງພັກຕໍ່ກໍາລັງ ປະກອບອາວຸດ, ເອົາໃຈໃສ່ອົບ ຮົມ-ຫັດແອບຂອງບັນດາກົມ ກອງທ້ອງຖິ່ນ, ເຫຼົ່າຮົບວິຊາສະ ເພາະ ເພື່ອຍົກລະດັບທາງດ້ານ ສິລະປະຢຸດ-ຍຸດທະວີທີ ແລະ ຍົກ ສູງສະຕິກຽມພ້ອມສູ້ຮົບໃນທຸກ ກໍລະນີ, ມີຄວາມໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ເຂັ້ມ ແຂງດ້ານການຈັດຕັ້ງ, ເປັນກໍາ ລັງຫຼັກແຫຼ່ງໃນວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ຕ້ານ ແລະ ສະກັດກັ້ນການ ສໍ້ລາດບັງຫຼວງການສວຍໃຊ້ໜ້າ ທີ່ຕຳແໜ່ງໃນທາງທີ່ບໍ່ຖືກຕ້ອງ ໃຫ້ເດັດຂາດ ຫາກເກີດຂຶ້ນບ່ອນ ໃດແກ້ໄຂຢູ່ບ່ອນນັ້ນໃຫ້ທັນເວ ລາ. ພ້ອມກັນສ້າງເສດຖະກິດ-ສ້າງພະລາທິການກັບທີ່ ໂດຍການ ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງຕາມທ່າແຮງທີ່ມີເພື່ອສ້າງໃຫ້ແຂວງມີຄວາມຈະເລີນສີວິໄລ, ມີຄວາມສະຫງົບເປັນລະບຽບ ຮຽບຮ້ອຍ ແລະ ຊີວິດການເປັນ ຢູ່ຂອງປະຊາຊົນດີຂຶ້ນເທື່ອລະ ກ້າວ. ເພີ່ມທະວີການພົວພັນຮ່ວມ ມືກັບບັນດາປະເທດເພື່ອນມິດໃກ້ຄຽງຕາມແນວທາງຂອງ ພັກ, ໂດຍສະເພາະການພົວພັນ ຮ່ວມມືບັນດາແຂວງແຮກສ່ຽວ ຂອງ ສສ ຫວຽດນາມ ໃນການ ແລກປ່ຽນຂໍ້ມູນຂ່າວສານ, ການ ຮັກສາຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍ ຕາມຊາຍ ແດນ, ຍາດແຍ່ງເອົາບົດຮຽນ, ການຊ່ວຍເຫຼືອດ້ານຕ່າງໆ ເພື່ອ ມາພັດທະນາກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ຮ່ວມມືກັບບັນດາປະເທດໃກ້ຄຽງອື່ນໆໃນການແກ້ໄຂສະພາບຢູ່ບໍລິເວນຊາຍແດນ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາ ປະກົດການຫຍໍ້ທໍ້ຕາມຊາຍແດນ ເຮັດໃຫ້ຊາຍແດນມີຄວາມສະ ຫງົບ ແລະ ກາຍເປັນຊາຍແດນສັນຕິພາບຢ່າງແທ້ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ