ກອງພັນໃຫຍ່ 101 ສ້າງຂະບວນການແຂ່ງຂັນກີລາ
ເວລາອອກຂ່າວ: 2022-01-17 10:51:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 464 | ຄວາມນິຍົມ:
ໃນວັນທີ 11 ມັງກອນ
2022, ກອງພັນໃຫຍ່ 101 ກອງພົນທີ 1 ໄດ້ສ້າງຂະບວນ ການແຂ່ງຂັນກີລາເພື່ອຂໍ່ານັບ ຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງ ກອນ 2022). ໂດຍການເປັນປະ ທານຂອງ ສະຫາຍ ພັນໂທ ສີ ພອນ ກອງພະຈັນ ຫົວໜ້າການ ທະຫານ ກອງພັນໃຫຍ່ 101, ມີ ຄະນະພັກ-ຄະນະບັນຊາ ພະແນກ ການ ກອງພັນ, ກ້ອງຮ້ອຍເອກະ ລາດ ແລະ ນັກກີລາເຂົ້າຮ່ວມ.
ການສ້າງຂະບວນການແຂ່ງ ຂັນກີລາ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບ ຄົບຮອບ73 ປີ ເພື່ອເປັນການສ້າງບັນຍາກາດ ເບີກບານມ່ວນຊື່ນ ແລະ ຮັດແໜ້ນ
ຄວາມສາມັກຄີລະຫວ່າງກົມ ກອງອົງການໃຫ້ມີບັນຍາກາດ ຟົດຟື້ນເຕັມໄປດ້ວຍໄມຕີຈິດ, ມິດ ຕະພາບ, ປະຢັດມັດທະຍັດ ແລະ ໃຫ້ມີຄວາມປອດໄພ 100%. ການແຂ່ງຂັນນັກກີລາຕ້ອງປະ ຕິບັດຕາມເງື່ອນໄຂຂໍ້ກຳນົດ ກົດ ລະບຽບກະຕິກາ ວາງອອກຢ່າງ ເຂັ້ມງວດ ແລະ ຖືເອົາວຽກງານ ຂະບວນການເປັນວຽກງານໜຶ່ງ ທີ່ສຳຄັນເຄື່ອນໄຫວເຂົ້າໃນຊີວິດ ການເມືອງຂອງຕົນ ເພື່ອປັບປຸງ ກໍ່ສ້າງກົມກອງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ. ກີລາທີ່ນຳມາ ແຂ່ງຂັນປະກອບມີ: ບານເຕະ ຊາຍ, ບານ ສົ່ງຍິງ-ຊາຍ, ກະຕໍ້,
ເປຕັງຍິງ-ຊາຍ ແລະ ກີລາການ ທະຫານ.
ໂດຍ: ສິນໄຊ ເພັດລັດຕະນະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ