ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງງານຊີມັງລາວສະຫວັນນະເຂດ ອວຍພອນ ສູນເຝິກກອງພົນທີ 4
ເວລາອອກຂ່າວ: 2022-01-17 10:52:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 488 | ຄວາມນິຍົມ:



ໃນໂອກາດສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີ 2022 ໃຫ້ມີຄວາມໝາຍ ຄວາມສຳຄັນ ຢ່າງເລິກເຊິ່ງ. ໃນທ້າຍ ເດືອນ ທັນວາ 2021, ທ່ານ ໜູໄຜ່ ວິສຸດ ທິວົງ ອຳນວຍການໂຮງງານຊີ ມັງລາວສະຫວັນນະເຂດ ພ້ອມ ດ້ວຍຄະນະ ໄດ້ນຳກະຕ່າຂອງ ຂວັນ ພ້ອມຄວາມອວຍພອນໄຊ ອັນປະເສີດອວຍພອນ ຄະນະພັກ-ຄະນະອຳນວຍການສູນເຝິກກອງ ພົນທີ 4 ໂດຍເປັນກຽດ ຕ້ອນຮັບ ຂອງ ສະຫາຍ ພັນໂທ ສົມສະໜຸກ ພິນສະຫວັນ ຫົວໜ້າການເມືອງ ສູນເຝິກກອງພົນທີ 4 ພ້ອມດ້ວຍ ຄະນະ. ທ່ານ ໜູໄຜ່ ວິສຸດທິວົງ ໄດ້ສະ ແດງຄວາມຮູ້ບຸນຄຸນ ຕະຫຼອດ ຮອດການພົວພັນຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ໃນໄລຍະຜ່ານມາ, ສະແດງໃຫ້ເຫັນເຖິງຄວາມສາ ມັກຄີຮັກແພງອັນແໜ້ນແຟ້ນ ຂອງສອງພາກສ່ວນລະຫວ່າງ ສູນເຝິກ ກອງພົນທີ 4 ກັບ ບໍລິສັດ ໂຮງງານຊີມັງລາວ ສະຫວັນນະ ເຂດ ພ້ອມທັງອວຍພອນໄຊອັນ ປະເສີດ ມາຍັງຄະນະພັກ-ຄະນະ ບັນຊາ ກົມກອງຈົ່ງມີສຸຂະພາບ ເຂັ້ມແຂງ, ປາສະຈາກໂຣກໄພ ໄຂ້ເຈັບຕ່າງໆ ຕະຫຼອດປີ 2022 ລວມໄປເຖິງໜ້າທີ່ວຽກງານຂອງ ກົມກອງໃຫ້ມີຄວາມສໍາເລັດ ຜົນຢ່າງຈົບງາມ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ