ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເລັ່ງສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພ
ເວລາອອກຂ່າວ: 2022-01-17 10:57:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໃນວັນທີ 12 ມັງກອນ 2022, ທີ່ນະຄອນຫຼວງວຽງຈັນ, ກົມ ພັດທະນາສີມືແຮງງານ ແລະ ຈັດ ຫາງານ, ກະຊວງກະຊວງແຮງ ງານ ແລະ ສະຫວັດດີການສັງ ຄົມ(ຮສສ) ໄດ້ຈັດກອງປະຊຸມ ເຄືອຂ່າຍແຮງງານເຄື່ອນຍ້າຍ ເພື່ອເປີດກວ້າງໃຫ້ແກ່ເຄື່ອຂ່າຍ ແຮງງານເຄື່ອນຍ້າຍ, ທັງປຶກ ສາຫາລື ແລະ ແລກ ປ່ຽນບົດ ຮຽນ ກ່ຽວກັບກິດຈະກໍາສົ່ງເສີມ ການເຄື່ອນຍ້າຍແຮງງານ ແບບ ປອດໄພ ແລະ ບັນດາກິດຈະກໍາ ທີ່ປິ່ນອ້ອມ. ທ່ານ ນາງ ວັນນີ ແກ້ວໄຊຍະ ວົງ ຮອງຫົວໜ້າກົມພັດທະນາ ສີມືແຮງງານ ແລະ ຈັດຫາງານ ໄດ້ໃຫ້ຮູ້ວ່າ: ທ່າມກາງສະພາບ ການແຜ່ລະບາດຂອງ ພະຍາດ ໂຄວິດ-19 ຮອບໃໝ່ທີ່ພວມ ແຜ່ລະບາດຢູ່ຫຼາຍປະເທດ ໃນ ທົ່ວໂລກ ກໍຄືໃນ ສປປ ລາວ ເຮັດໃຫ້ລະບົບເສດຖະກິດໄດ້ຮັບຜົນກະທົບຢ່າງໜັກໜ່ວງ ການສູນເສຍຊີວິດກໍນັບມື້ເພີ່ມຂຶ້ນ, ຂະນະທີ່ການຫຼັ່ງໄຫຼກັນກັບ ຄືນປະເທດຂອງຜູ້ອອກແຮງ ງານລາວ ກໍມີຈໍານວນຫຼວງຫຼາຍ ໃນແຕ່ລະວັນ. ນັບແຕ່ປີ 2020 ຈົນເຖິງເດືອນທັນວາ 2022 ມີຜູ້ ອອກແຮງງານລາວ ກັບຄືນ ປະເທດ ຈໍານວນ 225.285 ຄົນ, ຍິງ 111.593 ຄົນ. ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ກໍໄດ້ລະດົມທຸກການຊ່ວຍ ເຫຼືອຈາກອົງການຈັດຕັ້ງສາກົນ ເພື່ອໃຫ້ການຊ່ວຍເຫຼືອ ແລະ ບັນ ເທົາທຸກ ເບື້ອງຕົ້ນແກ່ຜູ້ອອກແຮງ ງານທີ່ກັບຄືນມາ. ໄລຍະຜ່ານ ມາໄດ້ຮັບການສະໜັບສະໜູນ ຢ່າງຕໍ່ເນື່ອງຈາກອົງການແຮງ ງານສາກົນພາຍໃຕ້ໂຄງການ ຮ່ວມມືສາມຝ່າຍ ໃນອາຊຽນ (TRIANGLE in ASEAN) ໃນການມອບຖົງ ເຄື່ອງອຸປະ ໂພກ-ບໍລິໂພກ, ອຸປະກອນປ້ອງ ກັນພະຍາດໃຫ້ແກ່ຜູ້ອອກແຮງ ງານໃນສູນຈໍາກັດບໍລິເວນຢູ່ ບັນດາແຂວງຕ່າງໆ ພ້ອມທັງ ການໂຄສະນາເຜີຍແຜ່ຂໍ້ມູນການ ໄປເຮັດວຽກຢູ່ຕ່າງປະເທດແບບ ຖືກຕ້ອງໃຫ້ເຂົາເຈົ້າໄດ້ຮັບຂໍ້ມູນ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ. ທ່ານ ນາງ ວັນນີ ແກ້ວໄຊ ຍະວົງ ກ່າວຕື່ມວ່າ: ໃນຖານະທີ່ ກະຊວງ ຮສສ ເປັນເສນາທິການ ໃຫ້ລັດຖະບານໃນການເຄື່ອນ ໄຫວດ້ານການຄຸ້ມຄອງ ແລະ ປົກປ້ອງສິດຂອງແຮງງານ ເຄື່ອນຍ້າຍ ຈຶ່ງໄດ້ມີຄວາມພະຍາ ຍາມໃນການເຮັດພາລະບົບບາດ ໃນການຄຸ້ມຄອງມະຫາພາກ ດ້ວຍການສ້າງນິຕິກໍາ ເຊັ່ນ: ກົດ ໝາຍ, ດໍາລັດ, ລະບຽບການ ແລະ ຄໍາສັ່ງຕ່າງໆ ທີ່ພົວພັນກັບ ພາລະບົດບາດຂອງຕົນ ເຊິ່ງມາ ຮອດປັດຈຸບັນໄດ້ປັບປຸງສໍາເລັດ ກົດໝາຍ ວ່າດ້ວຍ ແຮງງານທີ່ ໄດ້ມີການເພີ່ມເຕີມຫົວຂໍ້ກ່ຽວກັບ ແຮງງານເຄື່ອນຍ້າຍ ແລະ ການ ສ້າງກອງທຶນສໍາລັບແຮງງານ ເຄື່ອນຍ້າຍ. ພ້ອມນີ້, ຍັງໄດ້ຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ບັນດາຂະແໜງການກ່ຽວຂ້ອງ ຈັດຕັ້ງປະຕິບັດໂຄງການສົ່ງເສີມ ການເຄື່ອນຍ້າຍແຮງງານແບບ ປອດໄພ. ກອງປະຊຸມ ເຄືອຂ່າຍສໍາລັບ ແຮງງານເຄື່ອນຍ້າຍເປັນກິດ ຈະກໍາໜຶ່ງຂອງໂຄງການຮ່ວມ ມືສາມຝ່າຍ ໃນອາຊຽນ ເຊິ່ງ ນອນຢູ່ໃນແຜນປະຕິບັດງານກິດ ຈະກໍາຂອງໂຄງການສໍາລັບປີ 2021-2022 ໂດຍມີຈຸດປະສົງ ເພີ່ມທະວີການປະກອບສ່ວນ ຂອງການເຄື່ອນຍ້າຍແຮງງານ ຢ່າງມີຄວາມສະເໝີພາບຮອບ ດ້ານ ແລະ ມີຄວາມໝັ້ນຄົງໃນ ພາກພື້ນອາຊຽນ ເຊິ່ງເປັນໂຄງ ການທີ່ສໍາຄັນ ແລະ ຈໍາເປັນ ທີ່ສຸດສໍາລັບ ສປປ ລາວ ໃນເງື່ອນ ໄຂປັດຈຸບັນ ເນື່ອງຈາກໂຄງ ການ ດັ່ງກ່າວຈະເນັ້ນໜັກໃຫ້ແຮງ ງານເຄື່ອນຍ້າຍ ໄດ້ຮັບການປົກ ປ້ອງ ໂດຍການສ້າງແຜນງານການຄຸ້ມຄອງແຮງງານເຄື່ອນ ຍ້າຍ, ພັດທະນາ ແລະ ປັບປຸງນະ ໂຍບາຍ ແລະ ແຜນງານຕ່າງໆ ເພື່ອສະໜັບສະໜູນການປະ ກອບສ່ວນເຂົ້າໃນວຽກງານ ພັດທະນາເສດຖະກິດ-ສັງຄົມ ຂອງແຮງງານເຄື່ອນຍ້າຍ ທັງ ຍິງ-ຊາຍ ແລະ ສົ່ງເສີມລະບົບ ການເຄື່ອຍຍ້າຍແຮງງານທີ່ ຕອບສະໜອງດ້ານບົດບາດຍິງ-ຊາຍ ແລະ ເພີ່ມທະວີປະສິດທິພາບຂອງຕະຫລາດແຮງງານ ໃນພາກພື້ນອາຊຽນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ