ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳກະຊວງປ້ອງກັນຄວາມສະຫງົບ ອວຍພອນຄະນະນຳກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2022-01-18 08:48:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 296 | ຄວາມນິຍົມ:



ໃນວັນທີ 17 ມັງກອນ 2022 ນີ້, ທີ່ກະຊວງປ້ອງກັນປະເທດ, ການນຳກະຊວງປ້ອງກັນຄວາມ ສະຫງົບນຳໂດຍ ສະຫາຍ ພົນ ເອກ ວິໄລ ຫຼ້າຄຳຟອງ ລັດຖະ ມົນຕີກະຊວງປ້ອງກັນຄວາມສະ ຫງົບ ພ້ອມດ້ວຍຄະນະໄດ້ນຳເອົາ ກະຕ່າດອກໄມ້ ແລະ ກະຕ່າຂອງ ຂວັນເຂົ້າອວຍພອນຄະນະນຳ ກະຊວງປ້ອງກັນປະເທດ ໃຫ້ກຽດ ຕ້ອນຮັບໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງ ນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະທດ ພ້ອມ ດ້ວຍຄະນະ. ໃນໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ຕາງໜ້າ ໃຫ້ພະນັກງານ-ນັກຮົບໃນທົ່ວກຳ ລັງປ້ອງກັນຄວາມສະຫງົບ ກ່າວ ຄໍາອວຍພອນໄຊອັນປະເສີດແກ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະນຳ ກະຊວງປ້ອງກັນປະເທດເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ ແລະ ຜ່ານສະຫາຍໄປຍັງພະນັກ ງານ-ນັກຮົບ ໃນຂອບເຂດທົ່ວ ປະເທດ ທີ່ກຳລັງປະຕິບັດໜ້າທີ່ ວຽກງານກໍຄືຜູ້ທີ່ກຳລັງພະຍາ ບານຕົວຢູ່ໃນໂຮງໝໍຂໍໃຫ້ທຸກສະ ຫາຍພ້ອມດ້ວຍຄອບຄົວ ຈົ່ງມີສຸ ຂະພາບແຂງແຮງ, ມີຄວາມຜາ ສຸກ ແລະ ປະສົບຜົນສຳເລັດໃນໜ້າ ທີ່ວຽກງານທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາ ລາດ ຕາງໜ້າໃຫ້ຄະນະນຳກະ ຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານສະແດງຄວາມ ຂອບໃຈຕໍ່ການນຳກະຊວງປ້ອງ ກັນຄວາມສະຫງົບ ທີ່ຍາມໃດ ກໍມີຄວາມເປັນຫ່ວງເປັນໄຍ, ໃກ້ຊິດຕິດແທດ, ໃຫ້ການພົວ ພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາ, ສອງກຳ ລັງປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບແມ່ນກຳລັງສຳ ຄັນຂອງຊາດ ເຊິ່ງໃນສະເພາະໜ້າ ແລະ ຍາວນານ ຍິ່ງມີຄວາມຈໍາ ເປັນຕ້ອງເພີ່ມທະວີການປະສານ ງານພົວພັນຮ່ວມມື ແລະ ຊ່ວຍ ເຫຼືອເຊິ່ງກັນ ແລະ ກັນໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນເພື່ອຄວາມໝັ້ນຄົງ ຂອງປະເທດຊາດ, ຄວາມສົມບູນ ພູນສຸກຂອງປະຊາຊົນ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງ ຄົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ