ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທູດທະຫານ ສສ ຫວຽດນາມ ເຂົ້າອວຍພອນ ທະຫານນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ
ເວລາອອກຂ່າວ: 2022-01-18 08:57:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 735 | ຄວາມນິຍົມ:



ໃນວັນທີ 14 ມັງກອນ 2022 ນີ້, ສະຫາຍ ພັນໂທ ຟາມ ແອງຢຸງ ຮອງທີ່ປຶກສາທູດຝ່າຍ ປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນວານ ພົມ ມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ພ້ອມຄະ ນະ. ສະຫາຍ ພັນໂທ ຟາມແອງຢຸງ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ວັນສຳຄັນຂອງຊາດລາວ ໂດຍ ສະເພາະໃນກໍາລັງປະກອບອາ ວຸດກໍຄືກໍາລັງກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ທີ່ເຮັດໜ້າທີ່ປ້ອງກັນຊາດໃຫ້ມີ ຄວາມສະຫງົບຕະຫຼອດມາ ພ້ອມ ທັງອວຍພອນໃຫ້ຄະນະພັກ-ຄະ ນະບັນຊາ ຕະຫຼອດຮອດພະນັກ ງານ-ນັກຮົບໃນກົມກອງ ຈົ່ງມີ ສຸຂະພາບແຂງແຮງ ມີຜົນສໍາ ເລັດອັນສູງສົ່ງໃນໜ້າທີ່ວຽກ ງານທີ່ພັກ ແລະ ລັດ ກໍຄືການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້. ໂອກາດນີ້, ສະຫາຍຫົວໜ້າ ການທະຫານ ກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ໄດ້ ກ່າວສະແດງຄວາມຂອບໃຈມາ ຍັງສະຫາຍຮອງທີ່ປຶກສາທູດທະ ຫານ ສສ ຫວຽດນາມ ປະຈໍາ ລາວ ທີ່ເຫັນໄດ້ຄວາມໝາຍ, ຄວາມ ສຳຄັນຕໍ່ວັນສຳຄັນດັ່ງກ່າວ ພ້ອມ ກັນຮ່ວມມືສ້າງສາຍສຳພັນມິດ ຕະພາບການຮ່ວມມືແບບພິເສດ ລະຫວ່າງ 2 ຊາດ 2 ກອງທັບ ລາວ-ຫວຽດນາມ ໂດຍສະເພາະ ຄວາມສາມັກຄີມິດຕະພາບລະ ຫວ່າງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ກັບ ຫ້ອງ ການທີ່ປຶກສາທູດຝ່າຍປ້ອງກັນ ຊາດ ແຫ່ງ ສສ ຫວຽດນາມ ປະ ຈຳລາວ ໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ