ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຮັບຟັງການຕີລາຄາຄວາມຮັບຜິດຊອບການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ 7 ປະຈໍາປີ 2021
ເວລາອອກຂ່າວ: 2022-01-18 08:58:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 742 | ຄວາມນິຍົມ:



ວັນທີ 7 ມັງກອນ 2022 ນີ້, ຢູ່ທີ່ສະໂມສອນກອງບັນຊາການ ທະຫານແຂວງໄຊຍະບູລີ ໄດ້ຈັດ ກອງປະຊຸມຮັບຟັງການຕີລາ ຄາຄວາມຮັບຜິດຊອບການນຳ ພາລວມຂອງຄະນະບໍລິຫານງານ ພັກແຂວງ ສະໄໝທີ 7 ປະຈຳປີ 2021 ຂົງເຂດປ້ອງກັນຊາດ, ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ດາວນ້ອຍ ບຸດບົວ ທອງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງໄຊຍະບູລີ, ມີສະຫາຍ ໄພທອງ ຈັນດາ ຮອງ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ຄະນະພັກ-ຄະນະບັນຊາ 5 ຫ້ອງ, ກົມກອງອ້ອມຂ້າງ, ພະນັກງານ ສະມາຊິກພັກເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນ ເອກ ດາວນ້ອຍ ບຸດບົວທອງ ໄດ້ ຜ່ານຮ່າງບົດສຳຫຼວດຕີລາຄາ ຄວາມຮັບຜິດຊອບການນຳພາ ລວມຂອງຄະນະບໍລິຫານງານ ພັກແຂວງ ສະໄໝທີ 7 ປະ ຈຳ ປີ 2021 ໂດຍສະເພາະແມ່ນ ບັນດາຜົນງານດ້ານດີ-ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 1 ປີຜ່ານມາ ຄະນະບໍລິ ຫານງານພັກແຂວງໄດ້ຖືສຳຄັນ ເອົາວຽກງານການສຶກສາອົບ ຮົມການເມືອງ-ນຳພາແນວຄິດ ເປັນກົກສອດຫອຍເຂົ້າທຸກຂົງ ເຂດວຽກງານການນຳພາໃນໄລ ຍະທີ່ຜ່ານມາ ໂດຍໄດ້ຈັດຕັ້ງ ເຊື່ອມຊຶມ ແລະ ຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ໄຊຍະບູລີ, ບັນດານິຕິກຳຕ່າງໆ, ຄຳສັ່ງ, ຂໍ້ກໍານົດກົດລະບຽບ ຂອງພັກ, ກົດໝາຍຂອງລັດມາ ເຜີຍແຜ່ຢ່າງກວ້າງຂວາງ ແລະ ທົ່ວເຖິງ. ພ້ອມນັ້ນ ໃນກອງ ປະຊຸມຍັງໄດ້ປະກອບຄຳຄິດ ເຫັນຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນຕໍ່ການນຳພາລວມຂອງຄະ ນະບໍລິຫານງານພັກແຂວງ ແລະ ບຸກຄົນໃນຄະນະບໍລິຫານງານ ພັກແຂວງ ສະໄໝທີ 7, ເລຂາພັກ ເມືອງ, ຄະນະປະຈຳສະພາປະຊາ ຊົນແຂວງ, ເລຂາຄະນະພັກຮາກ ຖານ, ເລຂາໜ່ວຍພັກພະແນກ ການ, ກົມກອງ, ລັດວິສາຫະກິດ ອ້ອມຂ້າງແຂວງ ສະໄໝທີ 7 ປະຈຳປີ 2021. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ