ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການຊ້ອມຮົບປະສານເຫຼົ່າເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ ມີຜົນສຳເລັດຢ່າງຈົບງາມ
ເວລາອອກຂ່າວ: 2022-01-19 08:55:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ:



ວັນທີ 18 ມັງກອນ 2022 ນີ້, ທີ່ສະໜາມຫັດແອບ ວິທະຍາຄານ ກົມມະດໍາ, ໄດ້ຈັດຕັ້ງຊ້ອມຮົບປະ ສານເຫຼົ່າເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພັນຄຳ ວິພາວັນ ກຳມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີສະຫາຍ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງແຜນການ ແລະ ການລົງ ທຶນ, ມີບັນດາຄະນະນຳກະຊວງ ປ້ອງກັນປະເທດ, ກະຊວງປ້ອງ ກັນຄວາມສະຫງົບ, ກົມໃຫຍ່ ເສນາທິການກອງທັບ, ການນຳ ພັກ-ລັດ, ຄະນະຊີ້ນຳບັ້ນຊ້ອມຮົບ, ແຂກຖືກເຊີນ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ. ການສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ປີນີ້ ໄດ້ມີການສະແດງ ປະສານ ເຫຼົ່າຮົບສອງຂັ້ນຝ່າຍດຽວ ຍິງ ລູກປືນແທ້ ອັນເຕັມໄປດ້ວຍບັນ ຍາກາດຄຶກຄື້ນມ່ວນຊື່ນ ເຊິ່ງ ປະກອບມີຫຼາຍລາຍການສະ ແດງ, ຫຼາຍເນື້ອໃນທີ່ສຳຄັນ ຄື: ເຫຼົ່າຮົບຕີພິເສດ ເຮັດໜ້າທີ່ ປິດລັບແຊມກາຍດັບສູນເປົ້າ ໝາຍ; ເຫຼົ່າຮົບສືບຂ່າວ ສົມທົບ ກັບທະຫານອາກາດ ຊີງຕົວປະ ກັນຢູ່ລົດບັດ; ທະຫານອາກາດ ນຳໃຊ້ຍົນ Yak-130, ຍົນ MI-17 ດັບສູນເປົ້າໝາຍໜ້າດິນ, ເຫຼົ່າຮົບ ປ້ອງກັນອາກາດ ຍິງດັບ ສູນເປົ້າໝາຍເທິງອາກາດ, ເຫຼົ່າ ຮົບປືນໃຫຍ່ ປະຕິບັດຍິງກຽມ, ຍິງຍົກຍ້າຍ; ເຫຼົ່າຮົບຊ່າງແຊງ ສົ່ງໂບກຝ່າບິນ ແລະ ເປີດທາງ ໄຂ; ກອງພັນໃຫຍ່ 11 ສົມທົບກັບ ເຫຼົ່າຮົບລົດຕັງ ປະຕິບັດບຸກຕີ ສັດຕູ; ເຫຼົ່າຮົບເຄມີ ລົບລ້າງເຄ ມີໃຫ້ພາຫະນະສູ້ຮົບທີ່ຖືກທາດ ພິດ. ພາຍຫຼັງການສະແດງ ປະສານ ເຫຼົ່າຮົບສອງຂັ້ນຝ່າຍດຽວ ຍິງ ລູກປືນແທ້ ສໍາເລັດ ສະຫາຍ ພັນ ຄໍາ ວິພາວັນ ໄດ້ມີຄໍາເຫັນໂອ້ ລົມ ໂດຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ການເອົາໃຈໃສ່ຂອງ ຄະນະຊີ້ນໍາຊ້ອມຮົບ ທີ່ໄດ້ເອົາ ໃຈໃສ່ຊີ້ນຳ-ນຳພາ ບັນດາກົມກອງທີ່ເຂົ້າຮ່ວມການຊ້ອມຮົບ-ເຝິກແອບຜ່ານຜ່າຄວາມຫຍຸ້ງ ຍາກ, ມີຄວາມສໍານິຊໍານານ, ຄ່ອງແຄ້ວ ໃນການປະສານບັນຊາ ຍິງລູກປືນແທ້, ເຮັດໃຫ້ການຊ້ອມ ຮົບໃນຄັ້ງນີ້ ສຳເລັດຕາມຄາດ ໝາຍທີ່ວາງໄວ້ ແລະ ຮັບປະກັນ ໄດ້ຄວາມປອດໄພ 100%, ຂໍ ສະແດງຄວາມຍ້ອງຍໍສັນລະ ເສີນມາຍັງບັນດາສະຫາຍ ນາຍ ແລະ ພົນທະຫານ ທີ່ໄດ້ ພ້ອມກັນ ເຮັດສຳເລັດໜ້າທີ່ອັນມີກຽດສະ ຫງ່າຂອງຕົນ. ໃນຕະຫຼອດໄລຍະ 73 ປີ ແຫ່ງ ການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງກຳລັງປະກອບ ອາວຸດ, ພາຍໃຕ້ການນຳພາໂດຍ ກົງ, ເດັດຂາດ, ຮອບດ້ານ ຈາກ ພັກປະຊາຊົນປະຕິວັດລາວ ແມ່ນ ການທົດສອບອັນໃຫຍ່ຫຼວງໃນ ການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະ ລາດແຫ່ງຊາດ, ຕະຫຼອດໄລຍະ ອັນລະອິດລະອ້ຽວ, ຫຍຸ້ງຍາກລຳ ບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປ ດ້ວຍຜົນງານ ແລະ ໄຊຊະນະອັນ ສະ ຫງ່າລາສີ ພາຍໃຕ້ການນໍາພາ ອັນສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ, ກຳລັງ ປະກອບອາວຸດ ພວກເຮົາໄດ້ ສາ ມັກຄີເປັນຈິດໜຶ່ງໃຈດຽວສູ້ຮົບ ຢ່າງພິລະອາດຫານ, ອອກແຮງ ປັບປຸງກໍ່ສ້າງກໍາລັງຂອງຕົນໃຫ້ ນັບມື້ເຂັ້ມແຂງ ແລະ ຂະຫຍາຍ ຕົວເປັນລໍາດັບມາ. ຕະຫຼອດໄລຍະ 73 ປີ ຜ່ານມາກອງທັບພວກເຮົາ ໄດ້ເຮັດສຳເລັດພາລະກິດອັນ ຍິ່ງໃຫຍ່ ແລະ ໜັກໜ່ວງ ທີ່ປະ ເທດຊາດ ແລະ ປະຊາຊົນມອບ ໝາຍໃຫ້ຢ່າງສະຫງ່າງາມ, ສ້າງ ຜົນງານດີເດັ່ນ, ວິລະກຳອັນລໍ້າ ເລີດປະດັບໄວ້ໃນໜ້າປະຫວັດ ສາດຢ່າງສົມກຽດ ສົມແລ້ວທີ່ ເປັນກອງທັບວິລະຊົນ, ຊາດລາວ ວິລະຊົນ ເຊິ່ງໄດ້ຮັບການຍ້ອງ ຍໍສັນລະເສີນ ຈາກພັກ ແລະ ລັດ ວ່າ ”ກອງທັບຍາມໃດກໍນໍາໜ້າ ໃນທຸກວຽກງານ, ເດັດດ່ຽວຜ່ານ ຜ່າອຸປະສັກ ຕີເອົາຊະນະສັດຕູ ທຸກໂຕ, ເຮັດສຳເລັດໜ້າທີ່, ສົມ ເປັນກຳລັງແກ່ນສານທີ່ເຂັ້ມແຂງ ຂອງການປະຕິວັດ, ເປັນເຄື່ອງ ມືອັນ ແຫຼມຄົມຂອງພັກ“. ສະຫາຍ ພັນຄໍາ ວິພາວັນ ຍັງ ກ່າວອີກຕື່ມວ່າ: ເພື່ອສືບຕໍ່ປະ ຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກ ປັກຮັກສາ ແລະ ພັດທະນາປະ ເທດຊາດ ກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກ ກະຊວງປ້ອງກັນປະເທດວາງ ອອກໃຫ້ມີຜົນສໍາເລັດຢ່າງຕໍ່ ເນື່ອງນັ້ນ ຈຶ່ງຮຽກຮ້ອງມາຍັງ ບັນດາສະຫາຍຕ້ອງ ໄດ້ເພີ່ມ ທະວີ ແລະ ເອົາໃຈໃສ່ເຊີດຊູສະຕິ ລະວັງຕົວ, ມີສະຕິໃນການປົກ ປັກຮັກສາແນວທາງນະໂຍບາຍ ຂອງພັກ-ລັດ, ປົກປັກຮັກສາ ໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະ ຊາທິປະໄຕ ປະຊາຊົນໄວ້ໃຫ້ໝັ້ນ ຄົງ, ສົມທົບແໜ້ນວຽກງານ ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ກັບການສ້າງສາພັດ ທະນາເສດຖະກິດ-ສັງຄົມ, ກອງ ທັບຕ້ອງເປັນຫຼັກແຫຼ່ງ, ເປັນພາ ຫະນະອັນແຫຼມຄົມຂອງພັກ ໃນການນຳພາທົ່ວປວງຊົນ ເຮັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ສືບຕໍ່ປົກປັກ ຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມຂອງກອງທັບ ຕັ້ງໜ້າປັບປຸງກຳລັງໃນທຸກດ້ານ ໃຫ້ເຂັ້ມແຂງໜັກແໜ້ນ ເອົາໃຈ ໃສ່ປັບປຸງລະບອບການຄຸ້ມຄອງ ບັນຊາ-ນໍາພາ, ປັບປຸງບັນດາກຳ ລັງປະເພດຕ່າງໆ ໂດຍຖືເອົາຄຸນ ນະພາບເປັນຕົ້ນ, ໃນນັ້ນຖືເອົາ ຄຸນນະພາບການເມືອງ-ແນວຄິດ ເປັນກົກ, ເອົາຄວາມສາມາດ ດ້ານວິຊາສະເພາະ, ຫົວຄິດປະ ດິດສ້າງ ແລະ ການຈັດຕັ້ງບັນ ຊາເປັນສິ່ງສຳຄັນ, ຕ້ອງມີແຜນ ການ ແລະ ປະຕິບັດລະບອບ ການຫັດແອບ ເພື່ອຍົກສູງຄວາມ ສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະ ໃຫ້ສູງຂື້ນ, ທັງຍົກສູງສະຕິໃນ ການຈັດຕັ້ງປະຕິບັດລະບຽບ ວິໄນໃຫ້ເຂັ້ມງວດ ພ້ອມກັນ, ນີ້ ກໍຕ້ອງຕັ້ງໜ້າປະກອບສ່ວນ ຊ່ວຍເຫຼືອກຳລັງທ້ອງຖິ່ນຢູ່ ຮາກຖານ ໃນການປັບປຸງລະບົບ ການຈັດຕັ້ງ, ການອົບຮົມຫັດ ແອບໃຫ້ກວ້າງຂວາງ ເພື່ອໃຫ້ ເຂົາເຈົ້າເຮັດຫຼ້ອນໜ້າທີ່ໃນການ ປົກປັກຮັກສາທ້ອງຖິ່ນຂອງຕົນ, ຕ້ອງສຸມທຸກເງື່ອນໄຂຄວາມ ສາມາດເພື່ອກ້າວໄປເຖິງໃນ ການກຸ້ມຕົນເອງ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງຢ່າງຮອບດ້ານ ແລະ ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານ ຊີວິດການເປັນຢູ່, ປະຕິບັດແນວ ທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສສ ຫວຽດນາມ ແລະ ສປ ຈີນ) ແລະ ການຮ່ວມມືກັບບັນດາປະເທດ ສັງຄົມນິຍົມອ້າຍນ້ອງກໍຄືເພື່ອນ ມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງ ເອົາການຊ່ວຍເຫຼືອຈາກສາກົນ, ປັບປຸງກໍ່ສ້າງກອງທັບພວກເຮົາ ໃຫ້ກ້າວໜ້າ, ເຂັ້ມແຂງ ແລະ ທັນ ສະໄໝຢ່າງບໍ່ຢຸດຢັ້ງ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ