ວິທະຍາຄານການແພດກອງທັບ ຜ່ານແຜນການ ແລະ ຂໍ້ຕົກລົງສອບເສັງຈົບຊັ້ນ
ເວລາອອກຂ່າວ: 2022-01-19 09:02:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 791 | ຄວາມນິຍົມ:
ວັນທີ 10 ມັງກອນ 2022, ວິທະຍາຄານການແພດກອງທັບ ໄດ້ເປີດກອງປະຊຸມຜ່ານແຜນ ການ ແລະ ຂໍ້ຕົກລົງແຕ່ງຕັ້ງອະນຸ ກຳມະການຮັບຜິດຊອບການ ສອບເສັງຈົບຊັ້ນ ນັກສຶກສາ ແພດ ປະລິນຍາຕີ ຊຸດທີ 3 ລະບົບ 6 ປີ
ແລະ ນັກສຶກສາຈັດຕັ້ງບຳລຸງບັນ ຊາເສນາຮັກຂັ້ນກອງພັນໃຫຍ່ ຊຸດທີ 2 ລະບົບ 5 ເດືອນ ສົກ
ຮຽນ 2021-2022, ໂດຍການ
ເປັນປະທານຂອງ ສະຫາຍ ພັນເອກ ຈັນສະໝອນ ມະຫາວົງ
ຫົວໜ້າການທະຫານ ວິທະຍາ ຄານການແພດກອງທັບ, ມີຄະ
ນະພັກ-ຄະນະກົມໂຮງຮຽນ, ກົມເສນາພະລາທິການ, ໂຮງ ໝໍສູນກາງ 103 ກອງທັບ, ພະ ນັກງານ; ຄູ-ອາຈານ, ກຳມະການ ແລະ ອະນຸກຳມະການ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ສອນທະວົງ
ທຳມະວອນ ຮອງຫົວໜ້າຫ້ອງ ແຜນການອົບຮົມ ວິທະຍາຄານ ການແພດ ກອງທັບ ໄດ້ຜ່ານແຜນ ການທວນ ແລະ ສອບເສັງນັກ ສຶກສາແພດ ປະລິນຍາຕີ ຊຸດທີ 3
ແລະ ນັກສຶກສາຈັດຕັ້ງບຳລຸງ ບັນຊາເສນາຮັກ ຊຸດທີ 2, ໂດຍ ອີງຕາມຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ອະນຸມັດເປີດຊຸດອົບຮົມແພດ ປະລິນຍາຕີ ຊຸດທີ 3 ແລະ ຈັດ ຕັ້ງບຳລຸງບັນຊາເສນາຮັກ ຊຸດທີ 2 ຢູ່ວິທະຍາຄານການແພດກອງ ທັບ ເພື່ອປະຕິບັດໃຫ້ຄົບຕາມ ມາດຕະຖານຫຼັກສູດແຫ່ງຊາດ ລະດັບປະລິນຍາຕີ, ວິຊາສອບ ເສັງມີ ປັດຊະຍາ ມາກ-ເລນິນ, ຈັດຕັ້ງບັນຊາເສນາຮັກ, ທິດສະ
ດີພາຍໃນລວມ, ທິດສະດີພາຍ
ນອກລວມ, ພາກປະຕິບັດຕົວ ຈິງພາຍໃນລວມ, ພາກປະຕິບັດ
ຕົວຈິງພາຍນອກລວມ, ຈຳນວນ
ນັກສຶກສາແພດປະລິນຍາຕີ ຊຸດທີ 3 ມີ 50 ສະຫາຍ, ນັກສຶກສາຈັດ ຕັ້ງບຳລຸງບັນຊາເສນາຮັກ 20 ສະຫາຍ, ກຳນົດໄລຍະເວລາ
ສອບເສັງແຕ່ວັນທີ 14 ມັງກອນ 2022-09 ມິຖຸນາ 2022, ສະ ຖານທີ່ສອບເສັງພາກທິດສະດີ ວິທະຍາຄານການແພດກອງທັບ, ສະຖານທີ່ສອບເສັງພາກປະຕິບັດ ຕົວຈິງ ໂຮງໝໍສູນກາງ 103 ກອງທັບ. ພ້ອມນັ້ນ, ຍັງໄດ້ຜ່ານ
ລະບຽບຫຼັກການໃນການສອບເສັງພື້ນຖານອີງໃສ່ກົດລະບຽບ ວ່າດ້ວຍ ການຄຸ້ມຄອງການຮຽນ-ການສອນຂອງວິທະຍາຄານ ການແພດກອງທັບວາງອອກ.
ໂດຍ: ຊີເລົ່າ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ