ອົງການຈັດຕັ້ງມະຫາຊົນ ວກ ມອບເຄື່ອງຊຸກຍູ້ ຢູ່ພາກສະໜາມ
ເວລາອອກຂ່າວ: 2022-01-19 09:03:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 855 | ຄວາມນິຍົມ:
ວັນທີ 13 ມັງກອນ 2022 ອົງການຈັດຕັ້ງມະຫາຊົນ ທົ່ວ
ວິທະຍາຄານ ກົມມະດໍາ (ວກ)
ໄດ້ເຄື່ອນໄຫວມອບເຄື່ອງບໍລິ ໂພກຊຸກຍູ້ ໃຫ້ພາກສ່ວນຊ້ອມ
ຮົບຜູ້ບັນຊາ-ອົງການ 2 ຂັ້ນ
ຝ່າຍດຽວ, ປະສານເຫຼົ່າຍິງລູກ ປືນແທ້, ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022).
ໂດຍການກ່າວມອບຂອງ ສະຫາຍ
ພັນໂທ ບົວໄລ ພັນທະວົງ ຮອງ
ຫົວໜ້າຫ້ອງການເມືອງ ຜູ້ຊີ້ ນໍາອົງການຈັດຕັ້ງມະຫາຊົນ ວກ
ພ້ອມດ້ວຍຄະນະ, ມີບັນດາຊາວ
ໜຸ່ມ-ແມ່ຍິງ ແລະ ກ່າວຮັບ
ໂດຍ ສະຫາຍ ພົນຈັດຕະວາ ພູມີ
ດາລາເພັດ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ການເຄື່ອນ ໄຫວມອບເຄື່ອງຊຸກຍູ້ຂອງອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ໃນຄັ້ງນີ້, ເພື່ອເປັນການປະກອບ ສ່ວນກະຕຸກຊຸກຍູ້ ແລະ ໃຫ້ກໍາ ລັງໃຈບັນດາພາກສ່ວນປະຈຳສະໜາມຫັດແອບຊ້ອມຮົບປະ ສານເຫຼົ່າສຽງແຕກຢູ່ພາກສະ ໝາມຕົວຈິງ.
ໂອກາດດຽວກັນນີ້, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ
ກອງທັບ ໄດ້ກ່າວສະແດງຄວາມ ຂອບໃຈມາຍັງການນຳ ວກ ທີ່ ເຫັນໄດ້ໜ້າທີ່ວຽກງານຕົວຈິງ ໃນການປະຕິບັດໜ້າທີ່ຢູ່ພາກສະໜາມເພື່ອກະກຽມສະແດງຮັບໃຊ້ຂອງບັນດາເຫຼົ່າຮົບວິຊາສະເພາະ ໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 73 ປີ. ພ້ອມທັງໃຫ້ຄໍາ ໝັ້ນສັນຍາວ່າ ຈະນຳເອົາເຄື່ອງ ບໍລິໂພກດັ່ງກ່າວໄປແຈກຢາຍ ໃຫ້ພະນັກງານ-ນັກຮົບ ທີ່ປະຈໍາຢູ່ພາກສະໜາມຢ່າງທົ່ວເຖິງ.
ໂດຍ: ຂັນທະລີ ທໍາມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ