ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍ້ອງຍໍຜົນງານໃນການຊອກຫາທ້ອນໂຮມອັດຖີທະຫານ ອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມຢູ່ແຂວງອັດຕະປື
ເວລາອອກຂ່າວ: 2022-01-19 09:06:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 679 | ຄວາມນິຍົມ:



ວັນທີ 14 ມັງກອນ 2022 ນີ້, ຢູ່ທີ່ກອງບັນຊາການທະຫານ ແຂວງອັດຕະປື ໄດ້ຈັດພິທີມອບ ໃບຍ້ອງຍໍຈາກກອງບັນຊາການ ທະຫານ ເຂດ V ແລະ ກອງບັນຊາ ການທະຫານ ແຂວງກອນຕູມ ສສ ຫວຽດນາມ ໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການ ທະຫານແຂວງອັດຕະປື, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນເອກ ໂຊກໄຊ ພິມມະລາ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງອັດຕະປື, ມີ ສະຫາຍ ພັນໂທ ຈິ໋ງ ແມັ້ງ ດາດ ຫົວໜ້າກອງປະຕິບັດງານພິເສດ 53 ປະຈໍາແຂວງອັດຕະປື, ມີບັນ ດາຄະນະກອງປະຕິບັດງານພິ ເສດທັງສອງຝ່າຍເຂົ້າຮ່ວມ. ໃນພິທີ, ສະຫາຍ ພັນໂທ ຈິ໋ງ ແມັ້ງດາດ ໄດ້ຜ່ານຂໍ້ຕົກລົງຂອງ ກອງບັນຊາການທະຫານ ເຂດ V ສສ ຫວຽດນາມ ວ່າດ້ວຍ ການມອບໃບຍ້ອງຍໍຂອງກອງ ບັນຊາການທະຫານເຂດ V ໃຫ້ ກົມກອງລວມໝູ່ ແລະ ບຸກຄົນທີ່ ມີຜົນງານດີເດັ່ນໃນການປະສານ ສົມທົບຊອກຫາ, ທ້ອນໂຮມອັດຖີ ທະຫານອາສາສະໝັກ ແລະ ຊ່ຽວ ຊານ ຫວຽດນາມ ທີ່ໄດ້ເສຍສະ ຫຼະຊີວິດຢູ່ ສປປ ລາວ ເວົ້າລວມ ເວົ້າສະເພາະຢູ່ແຂວງອັດຕະປື, ໄລຍະປີ 2013-2020, ໃນນັ້ນ; ກົມກອງລວມໝູ່ໄດ້ແກ່ຄະນະ ປະຕິບັດງານພິເສດແຂວງອັດ ຕະປື ແລະ ຫ້ອງການເມືອງ ກອງ ບັນຊາການທະຫານແຂວງອັດ ຕະປື ສ່ວນຍ້ອງຍໍບຸກຄົນໄດ້ແກ່ 2 ສະຫາຍ ຄື: ສະຫາຍ ພັນໂທ ໄຊຊະນະ ນໍລະສິງ ຮອງຫົວໜ້າ ຫ້ອງການ ກອງບັນຊາການທະ ຫານແຂວງອັດຕະປື ແລະ ສະ ຫາຍ ພັນຕີ ຊຽງວິໄລ ຄູນແກ້ວ ມະນີ ຫົວໜ້າພະແນກພົວພັນຕ່າງ ປະເທດ ທະຫານແຂວງອັດຕະປື, ຈາກນັ້ນ ຍັງໄດ້ຜ່ານຂໍ້ຕົກລົງຂອງ ກອງບັນຊາການທະຫານແຂວງ ກອນຕູມ ວ່າດ້ວຍ ການຍ້ອງຍໍ ຜົນງານດີເດັ່ນທີ່ໄດ້ຈັດຕັ້ງປະຕິ ບັດໜ້າທີ່ໃນການຊອກຫາທ້ອນ ໂຮມ ແລະ ຢັ້ງຢືນຈຸດອັດຖີທະ ຫານອາສາສະໝັກ ແລະ ຊ່ຽວ ຊານ ຫວຽດນາມ ທີ່ເສຍສະຫຼະ ຊີວິດໃນປາງສົງຄາມຢູ່ແຂວງອັດ ຕະປື. ໃນນັ້ນ ໄດ້ມອບໃບຍ້ອງຍໍ ໃຫ້ກົມກອງລວມໝູ່ ມີ: ບ້ານດອນ ງີ້ວ, ເມືອງໄຊເສດຖາ ແລະ ບ້ານ ມີໄຊ ເມືອງສາມັກ ຄີໄຊແຂວງ ອັດຕະປື. ສ່ວນຍ້ອງຍໍບຸກ ົນໄດ້ ແກ່ ທ່ານ ນາງ ຈັນສະໝອນ ນາມ ວັນໄຊ ຮອງຫົວໜ້າພະແນກການ ຕ່າງປະເທດ ແຂວງອັດຕະປື, ແລະ ສະຫາຍ ຮ້ອຍເອກ ສົມໜຽວ ນໍລະໄນ ຮອງຫົວໜ້າພະແນກພົວ ພັນຕ່າງປະເທດ ທະຫານແຂວງ ອັດຕະປື ຢ່າງສົມກຽດ . ໂດຍ: ຕິ໋ມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ