ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ບຸນທອງ ຈິດມະນີ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5
ເວລາອອກຂ່າວ: 2022-01-20 08:41:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 489 | ຄວາມນິຍົມ:



ວັນທີ 19 ມັງກອນ 2022 ນີ້, ສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ, ຜູ້ປະຈໍາ ການຄະນະເລຂາທິການສູນກາງ ພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນ ໄຫວຢ້ຽມຢາມ ພົບປະໂອ້ລົມພະ ນັກງານ-ນັກຮົບກອງພົນທີ 5 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 73 ປີ, ໂດຍໄດ້ຮັບການຕ້ອນ ຮັບຈາກການນໍາຂອງແຂວງຈໍາ ປາສັກ, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກອງພົນທີ 5 ແລະ ມີຄະນະນໍາຈາກກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພັນເອກ ສີປະເສີດ ເຜີຍ ຄໍາສິງ ຫົວໜ້າການເມືອງ ກອງພົນທີ 5 ໄດ້ລາຍງານໂດຍ ຫຍໍ້ສະພາບຈຸດພິເສດ, ທີ່ຕັ້ງ, ພາ ລະບົດບາດ ແລະ ໜ້າທີ່ການ ເມືອງ ຂອງກົມກອງ, ລວມທັງຜົນ ງານທີ່ຍາດມາໄດ້ຕະຫຼອດໄລຍະ ຜ່ານມາ, ກອງພົນທີ 5 ມີພາລະ ບົດບາດເປັນກຳລັງຫຼວງເຄື່ອນ ທີ່, ພາຍໃຕ້ການຊີ້ນໍາ-ບັນຊາ ໂດຍ ກົງຮອບດ້ານຂອງກະຊວງປ້ອງ ກັນປະເທດ, ເປັນກຳລັງຫຼັກ ແຫຼ່ງໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຊ່ວຍໜູນ ໃຫ້ຂອບເຂດ 4 ແຂວງພາກໃຕ້, ຊີ້ນໍາອົງການ, ກົມກອງຈັດຕັ້ງ ກຳລັງລົງກໍ່ສ້າງຮາກຖານການ ເມືອງຕາມຂອບເຂດກົມກອງຕັ້ງ ທັບ, ແບບທາງກວ້າງ ແລະ ທາງ ເລິກ, ປະສານສົມທົບກັບກອງ ບັນຊາການທະຫານ 4 ແຂວງ ພາກໃຕ້ປົກປັກຮັກສາຊາຍແດນ ໃນພື້ນທີ່ 4 ແຂວງພາກໃຕ້ ເຮັດ ໃຫ້ສະພາບມີຄວາມສະຫງົບໂດຍ ພື້ນຖານ, ພ້ອມກັນນັ້ນ, ກໍໄດ້ເອົາ ໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ສຸມໃສ່ອົບຮົມ-ຫັດແອບປັບປຸງ ລະບຽບແບບແຜນໃຫ້ມີຄວາມ ຮັດກຸມເປັນເອກະພາບ, ຊີ້ນໍາ ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນ, ແຕ່ລະກົມກອງສ້າງພະລາ ທິການກັບທີ່ຕາມທິດນໍາເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ໂດຍສຸມໃສ່ເພີ່ມພູນຜະລິດຜົນປູກ ຝັງ-ລ້ຽງສັດ ເພື່ອຮັບປະກັນການ ແກ້ໄຂຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບນັບມື້ດີຂຶ້ນ, ໄປ ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ຈັດ ຕັ້ງປະຕິບັດຂົງເຂດວຽກງານ ດ້ານຕ່າງໆທີ່ປິ່ນອ້ອມໜ້າທີ່ການ ເມືອງຂອງກົມກອງສາມາດຍາດ ໄດ້ຜົນສໍາເລັດທີ່ເປັນພື້ນຖານ ຫຼາຍດ້ານ. ຈາກນັ້ນ, ສະຫາຍ ຮອງປະ ທານປະເທດ ໄດ້ມີຄໍາເຫັນໂອ້ລົມ, ສະຫາຍໄດ້ຕີລາຄາສູງຕໍ່ຜົນສໍາ ເລັດຫຼາຍດ້ານທີ່ກອງພົນຍາດ ມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນສະພາບ ການຂອງໂລກ ແລະ ພາກພື້ນ ກໍຄື ຢູ່ໃນປະເທດເຮົາໃນປັດຈຸບັນ, ໂດຍອີງໃສ່ສະພາບການດັ່ງກ່າວ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງ ການຂອງກອງທັບໃນໄລຍະໃໝ່ ສະຫາຍໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນຕະ ຫຼອດຮອດພະນັກງານ-ນັກຮົບ ທົ່ວກອງພົນທີ 5 ສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການ ເມືອງ, ເປັນຫຼັກແຫຼ່ງໃນການຈັດ ຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ, ຫັນເອົາກຳ ລັງລົງກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດຮອບ ດ້ານຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ເດັດ ດ່ຽວສະກັດກັ້ນທຸກກົນອຸບາຍ ຫັນປ່ຽນໂດຍສັນຕິຂອງອິດທິ ກຳລັງປໍລະປັກ, ທັບມ້າງໃຫ້ໄດ້ໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບພາຍ ໃນຂອບເຂດທົ່ວປະເທດມີຄວາມ ສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບ ຮຽບຮ້ອຍ, ໄປພ້ອມກັນນີ້ກໍຕ້ອງ ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນໃຫ້ສອດ ຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະ ຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງ ທຸກເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ເຮັດໃຫ້ກຳລັງຫຼວງກາຍເປັນກຳລັງຫຼັກແຫຼ່ງຂອງກອງທັບເຮົາ, ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ສືບຕໍ່ປະຕິບັດແນວທາງ ປ່ຽນແປງໃໝ່ຂອງພັກ, ປະຕິບັດ ໜ້າທີ່ການເມືອງຂອງກອງທັບ ໃຫ້ມີໝາກຜົນດີກວ່າເກົ່າ, ເພື່ອ ນໍາພາກົມກອງກ້າວຂຶ້ນສ້າງ ທ່ວງທ່າໃໝ່ຢ່າງໜັກແໜ້ນ, ສ້າງ ແລະ ປັບປຸງກົມກອງໄປຕາມທິດ ສ້າງກອງທັບມີແບບແຜນທັນສະໄໝເທື່ອລະກ້າວ. ໂອກາດທີ່ ສະຫາຍ ຮອງປະ ທານປະເທດ, ລົງເຄື່ອນໄຫວ ຢ້ຽມຢາມໃນຄັ້ງນີ້, ຍັງໄດ້ມອບວັດຖຸປັດໄຈຈໍານວນໜຶ່ງໃຫ້ກອງ ພົນທີ 5 ເພື່ອປະກອບສ່ວນເຂົ້າ ໃນການປັບປຸງພັດທະນາກອງ ພົນ, ພ້ອມທັງໄດ້ລົງຢ້ຽມຢາມພະ ນັກງານ-ນັກຮົບກອງພັນ 611 ທີ່ ຂຶ້ນກັບກອງພົນທີ 5 ອີກດ້ວຍ. ໂດຍ: ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ