ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ພັນຄໍາ ວິພາວັນ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານ-ນັກຮົບຢູ່ກອງພົນທີ 2
ເວລາອອກຂ່າວ: 2022-01-20 08:43:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 516 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2022 ນີ້, ສະຫາຍ ພັນຄໍາ ວິພາວັນ ກຳ ມະການກົມກອງການເມືອງສູນ ກາງພັກນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງ ຢ້ຽມຢາມ ແລະ ໂອ້ລົມນາຍ ແລະ ພົນທະຫານ ຢູ່ກອງພົນທີ 2 ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ (20/1/1949-20/1/2022), ມີການນໍາແຂວງໄຊຍະບູລີ, ຄະ ນະນໍາກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ, ພະນັກງານ ປະຕິວັດອາວຸໂສ ແລະ ແຂກຖືກ ເຊີນເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ວຽງແກ້ວ ສີສຸລາດ ຫົວໜ້າ ການເມືອງກອງພົນທີ 2 ໄດ້ລາຍ ງານສະພາບການທີ່ພົ້ນເດັ່ນໃນ ຊຸມປີຜ່ານມາ ເຊິ່ງກອງພົນທີ 2 ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ ສາມາດປະຕິບັດບັນ ດາຄາດໝາຍສູ້ຊົນ ເຮັດໃຫ້ປະ ເທດຊາດມີສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມ ສະຫງົບປອດໄພໂດຍພື້ນຖານ ໂດຍສະເພາະການປ້ອງກັນບັນ ດາເປົ້າໝາຍສຳຄັນ, ວັນບຸນປະ ຫວັດສາດ ແລະ ກອງປະຊຸມ ຕ່າງໆລະດັບຊາດ ແລະ ສາກົນ ມີຄວາມສະຫງົບ 100%; ໄປ ຄຽງຄູ່ກັນນັ້ນ, ຄະນະພັກ-ຄະນະ ບັນຊາຍັງໄດ້ຖືເອົາວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຢ່າງແຂງແຮງ, ຫັນເອົາ ກໍາລັງລົງກໍ່ສ້າງຮາກຖານການ ເມືອງ ພັດທະນາຊົນນະບົດຮອບ ດ້ານຕາມ 4 ເນື້ອໃນ 4 ຄາດ ໝາຍ, ສຸມໃສ່ສ້າງບ້ານປ້ອງກັນ ຊາດເຂັ້ມແຂງ, ກຸ່ມບ້ານປ້ອມໝັ້ນ ສູ້ຮົບເຂັ້ມແຂງໃຫ້ເພີ່ມຂຶ້ນທາງ ດ້ານຈໍານວນ ແລະ ຄຸນນະພາບ, ຍູ້ແຮງການອົບຮົມ-ຫັດແອບ ການເມືອງການ-ການທະຫານ, ພະລາທິການ, ເຕັກນິກ, ສິລະປະ ຍຸດ-ຍຸດທະວິທີຂອງທະຫານຮາບ ແລະ ເຫຼົ່າຮົບວິຊາສະເພາະໃຫ້ມີ ຄວາມຊໍານິຊໍານານ, ເປັນກໍາລັງ ຫຼັກແຫຼ່ງໃຫ້ກະຊວງປ້ອງກັນປະ ເທດທາງດ້ານວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະ ຫງົບ, ໄປຄວບຄູ່ກັບການຍົກສູງ ນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ ນອກນັ້ນ, ຍັງເປັນເຈົ້າການຕອບຕ້ານການ ລະບາດຂອງພະຍາດ ໂຄວິດ-19 ຢ່າງແຂງແຮງຮອບດ້ານ, ປ້ອງ ກັນກວດກາຕິດຕາມເຂດຫຼັກ ໝາຍຊາຍແດນຕ່າງໆ ແລະ ສັງ ຄົມທົ່ວໄປ ຮັບປະກັນສ້າງເງື່ອນ ໄຂໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດໄດ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ. ໃນໂອກາດລົງຢ້ຽມຢາມ ແລະ ພົບປະໂອ້ລົມໃນຄັ້ງນີ້, ສະຫາຍ ພັນຄໍາ ວິພາວັນ ໄດ້ເນັ້ນໃຫ້ຄະ ນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບ ສືບຕໍ່ຮັກສາມູນເຊື້ອ ປະຕິວັດ, ຕໍ່ສູ້ເດັດດ່ຽວ, ພິລະອາດ ຫານ, ບໍ່ຍອມຈໍານົນ ຍາກປານ ໃດກໍບຸກ, ທຸກປານໃດກໍສູ້, ເຖິງ ຈະເສຍສະຫຼະກໍບໍ່ຫວາດຫວັ່ນ, ຍາມໃດກໍສະໜອງຕອບຕໍ່ຄວາມ ຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ, ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ ກອງ ທັບເຮົາຍາມໃດກໍອີງໃສ່ປະຊາ ຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຜົນ ປະໂຫຍດຂອງປະຊາຊົນດ້ວຍ ຄວາມບໍລິສຸດໃຈ. ຍ້ອນແນວນັ້ນ ຈຶ່ງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ, ຖະໜອນຫອມຮັກ ແລະ ອຸ້ມຊູຊ່ວຍເຫຼືອຈາກປະຊາ ຊົນບັນດາເຜົ່າ, ອັນໄດ້ເປັນບໍ່ເກີດ ຂອງກໍາລັງແຮງທີ່ບໍ່ເຫືອດແຫ້ງ ຈັກເທື່ອ ກອງທັບປະຊາຊົນລາວ ສົມແລ້ວທີ່ເປັນກອງທັບວິລະຊົນ ຂອງຊາດລາວວິລະຊົນ. ໂອກາດ ນີ້, ສະຫາຍ ພັນຄຳ ວິພາວັນ ຍັງ ໄດ້ມອບວັດຖຸປັດໄຈຈຳນວນໜຶ່ງ ໃຫ້ກອງພົນທີ 2 ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ