ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນຳກະຊວງປ້ອງກັນປະເທດ ວາງພວງມາລາ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-20 08:44:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 623 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ (20/1/1949-20/ 1/2022), ໃນວັນທີ 19 ມັງ ກອນ 2022 ນີ້, ຄະນະນຳກະ ຊວງປ້ອງກັນປະເທດນໍາໂດຍ ສະ ຫາຍ ພົນເອກ ຈັນສະໝອນ ຈັນຍາ ລາດ ກຳມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງ ກັນປະເທດ, ພ້ອມດ້ວຍຄະນະ ໄດ້ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ), ວາງກະຕ່າດອກໄມ້ ຢູ່ອະນຸສອນ ສະຖານປະທານໄກສອນ ພົມວິ ຫານ ແລະ ວາງພວງມາລາຢູ່ສຸ ສານນັກຮົບປະຕິວັດ ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 73 ປີ. ການວາງພວງມາລາໃນຄັ້ງ ນີ້, ແມ່ນເພື່ອເປັນການສະແດງ ຄວາມເຄົາລົບຮັກ, ຄວາມກະຕັນ ຍູຮູ້ບຸນຄຸນຢ່າງລົ້ນເຫຼືອເຖິງຄຸນ ງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິ ລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນ ດານັກຮົບປະຕິວັດ ທີ່ໄດ້ເສຍສະ ຫຼະຊີວິດ, ເລືອດເນື້ອເພື່ອພາລະ ກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງ ພັກປະຊາຊົນປະຕິວັດລາວ ຈົນ ສາມາດກອບກູ້ເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ສີວິໄລເປັນກ້າວໆ ແລະ ປະກາດ ເອກະລາດ, ສະຖາປະນາເປັນ ສາ ທາລະນະລັດ ປະຊາທິປະໄຕປະ ຊາຊົນລາວ ຈົນຮອດປັດຈຸບັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ