ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳກະຊວງປ້ອງກັນປະເທດ ອວຍພອນການນຳ ແລະ ອະດີດການນໍາອາວຸໂສຂັ້ນສູງ
ເວລາອອກຂ່າວ: 2022-01-21 13:51:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 496 | ຄວາມນິຍົມ:



ວັນທີ 19-20 ມັງກອນ 2022, ຄະນະນໍາກະຊວງປ້ອງ ກັນປະເທດ ນໍາໂດຍ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະ ເທດ ພ້ອມຄະນະ ໄດ້ນຳເອົາກະ ຕ່າດອກໄມ້ເຂົ້າອວຍພອນບັນ ດາອະດີດການນໍາຂັ້ນສູງອາວຸ ໂສ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949 - 20 ມັງກອນ 2022). ບັນດາຄະນະນໍາກະຊວງ ປ້ອງກັນປະເທດແຕ່ລະຄະນະ ໄດ້ນໍາເອົາກະຕ່າດອກໄມ້ ແລະ ຄໍາອວຍພອນໄຊອັນປະເສີດ ເຂົ້າ ອວຍພອນບັນດາອະດີດການ ນໍາຂັ້ນສູງ. ໃນນັ້ນ, ໄດ້ເຂົ້າອວຍ ພອນສະຫາຍ ພົນເອກ ຄຳໄຕສີພັນດອນ ອະດີດເລຂາທິການ ໃຫຍ່ ຄະນະບໍລິຫານງານສູນ ກາງພັກສະໄໝທີ VI-VII, ອະ ດີດປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຈູມມາລີ ໄຊຍະ ສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ສະໄໝທີ VIII-IX ອະດີດປະທານ ປະເທດ ແຫ່ງ ສປປ ລາວ, ສະ ຫາຍ ບຸນຍັງ ວໍລະຈິດ ອະດີດເລ ຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ ສະໄໝທີ X ອະດີດປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ກຳ ມະການກົມການເມືອງສູນກາງ ພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ພົນໂທ ໄອ່ ສຸລິຍະແສງ ອະດີດຫົວໜ້າ ກົມໃຫຍ່ເສນາທິການກອງທັບ. ຄະນະນໍາກະຊວງປ້ອງກັນ ປະເທດ ໄດ້ຕາງໜ້າໃຫ້ແກ່ນາຍ ແລະ ພົນທະຫານທົ່ວກອງທັບ ກ່າວຄຳອວຍພອນແດ່ທ່ານຜູ້ນຳ ຂັ້ນສູງອາວຸໂສແຕ່ລະທ່ານຈົ່ງມີ ສຸຂະພາບແຂງແຮງ, ມີອາຍຸຍືນ ຍາວ, ພ້ອມທັງສືບຕໍ່ໃຫ້ທິດຊີ້ ນຳລັດຖະບານ ກໍຄື ກອງທັບປະ ຊາຊົນລາວ ໃຫ້ມີການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງ ຂຶ້ນ ເລື້້ອຍໆ. ບັນດາການນໍາ ແລະ ອະດີດ ການນຳຂັ້ນສູງອາວຸໂສ ກໍໄດ້ກ່າວ ຄໍາຂອບໃຈ ຕໍ່ ຄະນະພັກກະຊວງປ້ອງກັນປະເທດທີ່ມາອວຍພອນໃນຄັ້ງນີ້, ໃຫ້ພ້ອມກັນສືບຕໍ່ປະ ຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ສຳເລັດຕາມ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ