ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານເມືອງປາກທາ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2022-01-21 14:00:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 480 | ຄວາມນິຍົມ:



ໃນວັນທີ 17 ມັງກອນ 2022 ນີ້, ກອງບັນຊາການທະ ຫານເມືອງປາກທາ ແຂວງບໍ່ ແກ້ວ ໄດ້ປະກາດການເລື່ອນຊັ້ນ ໃຫ້ນາຍທະຫານ, ໂດຍການ ເປັນປະທານຂອງ ສະຫາຍ ພັນ ເອກ ທອງໄຂ ສີຍາລາດ ຫົວ ໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ມີສະຫາຍ ສຸໄລ ດວງຜາຄຳ ເຈົ້າ ເມືອງປາກທາ, ມີຄະນະພັກ- ຄະນະບັນຊາ ກອງບັນຊາການ ທະຫານເມືອງປາກທາ, ເມືອງຜາ ອຸດົມ, ກອງຮ້ອຍ 213, ກອງ ຮ້ອຍທະຫານຊາຍແດນ 124 ຕະຫຼອດຮອດນາຍທະຫານທີ່ ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າ ຮ່ວມ. ສະຫາຍ ພັນໂທ ມານິດ ຈັນ ສີ ຮອງຫົວໜ້າພະແນກພະນັກງານກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍ ການເລື່ອນຊັ້ນ ແລະ ເລື່ອນທຽບ ຊັ້ນໃຫ້ນາຍທະຫານຢູ່ກອງບັນ ຊາການທະຫານແຂວງບໍ່ແກ້ວ ໂດຍອີງຕາມກົດໝາຍນາຍທະ ຫານຂອງກອງທັບ ປະຊາຊົນ ລາວ ສະບັບປັບປຸງ ໃນ ພາກ ll ໝວດ 3 ມາດຕາ 23 ກະຊວງ ປ້ອງກັນປະເທດ ແລະ ກົມໃຫຍ່ ການເມືອງກອງທັບຕົກລົງ ເລື່ອນຊັ້ນໃຫ້ນາຍທະຫານຢູ່ ກອງບັນຊາການທະຫານ ແຂວງ ບໍ່ແກ້ວ ຈຳນວນ 16 ສະຫາຍ ໃນ ນັ້ນ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ 4 ສະຫາຍ ຮ້ອຍໂທ ຂຶ້ນ ຮ້ອຍເອກ 2 ສະຫາຍ ຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ 7 ສະຫາຍ ແລະ ຊັ້ນວາທີຂຶ້ນຮ້ອຍຕີ 4 ສະ ຫາຍ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ທອງໄຂ ສີຍາລາດ ໄດ້ສະແດງຄວາມຍອງຍໍຊົມເຊີຍ ຕໍ່ນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່, ສະຫາຍຍັງໄດ້ ຍົກໃຫ້ເຫັນເຖິງຄວາມສຳຄັນ ຂອງການປະກາດຊັ້ນຄັ້ງນີ້ ເພື່ອເປັນການຢັ້ງຢືນເຖິງຜົນ ງານຄຸນງາມຄວາມດີ ໃນການ ປະຕິບັດໜ້າທີ່ວຽກງານ ເພື່ອ ປົກປັກຮັກສາ ແລະ ສ້າງສາພັດ ທະນາ ປະເທດຊາດ ແລະ ຮຽກ ຮ້ອງສະຫາຍ, ຈົ່ງສືບຕໍ່ເພີ່ມ ທະວີຄວາມສາມັກຄີເປັນປຶກ ແຜ່ນແໜ້ນໜາ, ປັບປຸງແບບ ແຜນວິທີເຮັດວຽກໃຫ້ສອດ ຄ່ອງກັບໜ້າທີ່ການເມືອງຂອງ ຕົນ, ປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນໃຫ້ມີຜົນສໍາເລັດ, ຕັ້ງໜ້າ ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນ ທາດການເມືອງຄຸນສົມບັດສິນ ທຳປະຕິວັດ, ເອົາໃຈໃສ່ຄົ້ນຄວ້າ ຊອກຮູ້ຮ່ຳຮຽນເພື່ອຍົກລະດັບ ຄວາມ ຮູ້ຄວາມສາມາດຂອງ ຕົນໃຫ້ສູງຂຶ້ນເພື່ອພ້ອມກັນເຮັດ ສຳເລັດໜ້າທີ່ ທີ່ພັກ-ລັດມອບ ໝາຍໃຫ້. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ