ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 432 ຕີພິເສດ ທະຫານແຂວງວຽງຈັນ ສຳເລັດການຊ້ອມຮົບຢູ່ເທິງແຜນທີ່ ແລະ ພູມີປະເທດຕົວຈິງ
ເວລາອອກຂ່າວ: 2022-01-24 09:47:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 255 | ຄວາມນິຍົມ:



ວັນທີ 16 ມັງກອນ 2022 ນີ້, ກອງພັນຕີພິເສດ 432 ທະ ຫານແຂວງວຽງຈັນ ໄດ້ສໍາເລັດ ການອົບຮົມ-ຫັດແອບຊ້ອມຮົບ ຢູ່ເທິງແຜນທີ່ ແລະ ພູມີປະເທດ ຕົວຈິງ 2 ຂັ້ນຝ່າຍດຽວຂັ້ນກອງ ຮ້ອຍຕີສັດຕູພັກທັບຊົ່ວຄາວ, ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ບຸນ ມາ ວົງດາລາແສນ ຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງວຽງຈັນ, ມີ ຕາງໜ້າຈາກກົມ 49 ກົມໃຫຍ່ເສ ນາທິການກອງທັບ, ຄະນະພັກ-ຄະນະບັນຊາກອງບັນຊາການ ທະຫານແຂວງ, ການນໍາແຂວງ, ເມືອງຫີນເຫີບ, ອຳນາດການປົກ ຄອງບ້ານອ້ອມຂ້າງ, ຄະນະຊີ້ນໍາ ລວມ, ນາຍ ແລະ ພົນທະຫານ, ແຂກຖືກເຊີນເຂົ້າຮ່ວມຮັບຊົມ. ການອົບຮົມ-ຫັດແອບຊ້ອມ ຮົບໃນຄັ້ງນີ້, ເພື່ອເປັນການບໍາ ລຸງຍົກລະດັບທາງດ້ານທິດສະ ດີ-ຫຼັກການບັນຊາກັບພາກປະ ຕິບັດຕົວຈິງ, ທັງເປັນການຍົກ ລະດັບຄວາມຮູ້ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິ ທີ, ວິຊາສະເພາະຂອງພະນັກ ງານ-ນັກຮົບໃຫ້ມີຄວາມຊຳນິ-ຊໍານານໃນການນໍາໃຊ້ອາວຸດຍຸດ ໂທປະກອນໃນເວລາເຄື່ອນໄຫວ ປະຕິບັດໜ້າທີ່ໃຫ້ມີຄວາມຄ່ອງ ແຄ້ວ, ສາມາດຮັບປະກັນດັບສູນ ເປົ້າໝາຍໃຫ້ວ່ອງໄວທັນເວລາ ແລະ ຮັບປະກັນໃນການສູ້ຮົບ ດ້ວຍຄຸນນະພາບສູງ, ທັງເປັນ ການປັບປຸງກໍ່ສ້າງກຳລັງຂອງ ຕົນໃຫ້ມີຄວາມເຂັ້ມແຂງທາງ ດ້ານການທະຫານ, ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ປະຕິບັດລະບຽບວິໄນຂອງ ກອງທັບ ຢ່າງເຂັ້ມງວດ. ຜ່ານ ການເຝິກແອບຕົວຈິງເຫັນວ່າສາ ມາດບັນລຸໄດ້ຕາມເປົ້າໝາຍທີ່ ວາງໄວ້ທຸກປະການ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ບຸນມາ ວົງດາລາແສນ ໄດ້ ມີຄຳເຫັນໂອ້ລົມສະຫາຍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ສຳເລັດຂອງການອົບຮົມ-ຫັດ ແອບຊ້ອມຮົບໃນຄັ້ງນີ້ເປັນບັ້ນ ຖອດຖອນບົດຮຽນອັນໜຶ່ງທີ່ສ້າງ ປະສົບການ ໃຫ້ແກ່ພະນັກງານ ບັນຊາຂັ້ນກອງຮ້ອຍ, ໝວດ, ໝູ່, ເປັນຕົ້ນແມ່ນບົດຮຽນທາງດ້ານ ເຕັກນິກການທະຫານ, ວິຊາການ ຄວາມຮູ້ດ້ານສິລະປະຍຸດ-ຍຸດທະ ວິທີການສູ້ຮົບ, ການປັບປຸງຮູບ ແບບທີ່ປະສົມປະສານ, ລະບຽບ ຫຼັກການເຮັດວຽກຂອງຜູ້ບັນ ຊາໃນການຈັດຕັ້ງປະຕິບັດສູ້ຮົບ, ວຽກງານການກະກຽມກຳລັງ ແລະ ການນຳໃຊ້ກຳລັງສູ້ຮົບຢູ່ ພູມີປະເທດຕົວຈິງ, ການຊ້ອມຮົບ ໃນຄັ້ງນີ້ສາມາດຮັບປະກັນໃນ ການບັນລຸເປົ້າໝາຍທີ່ວາງໄວ້ ເປັນຢ່າງດີ ແລະ ຍັງເປັນການຢັ້ງ ຢືນໃຫ້ເຫັນເຖິງຄວາມຕັດສິນ ໃຈຂອງພະນັກງານ-ນັກຮົບໃນ ການເຝິກແອບຮໍ່າຮຽນ ແລະ ຄວາມສາມັກຄີແຕ່ຕົ້ນຕະຫຼອດ ປາຍ. ໃນໂອກາດເຂົ້າຮ່ວມຊົມການ ນຳຂອງແຂວງ ແລະ ເມືອງ, ອົງ ການຈັດຕັ້ງມະຫາຊົນ, ບໍລິສັດ ຍັງໄດ້ນໍາເອົາວັດຖຸປັດໄຈ ແລະ ເງິນສົດຈຳນວນໜຶ່ງໄປມອບ ໃຫ້ນາຍ ແລະ ພົນທະຫານຕື່ມ ອີກ. ທັງນີ້ເພື່ອສ້າງຂະບວນ ການ ຜົນງານຂ່ຳນັບຮັບຕ້ອນວັນສ້າງ ຕັ້ງກອງທັບ ປະຊາຊົນລາວ ຄົບ ຮອບ 73 ປີ ນີ້ໃຫ້ເປັນຂະບວນ ການຟົດຟື້ນແຂງແຮງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ