ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທີມເພດຍິງ ທະຫານແຂວງໄຊຍະບູລີ ໄດ້ທີ 1 ໃນງານແຂ່ງຂັນຍິງປືນ
ເວລາອອກຂ່າວ: 2022-01-24 09:48:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



ວັນທີ 14 ມັງກອນ 2022 ນີ້, ສະຫາຍ ພົນຈັດຕະວາ ກູດ ພົມ ມາ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະ ບູລີ ໄດ້ນຳພາທິມນັກກີລາຍິງປືນ ຂອງກົມກອງເຂົ້າຮ່ວມການແຂ່ງ ຂັນກີລາຍິງປືນມິດຕະພາບຊິງ ຂັນປະທານ ປກຊ-ປກສ ແຂວງໄຊ ຍະບູລີທີ່ສະໝາມຫັດແອບຍິງປືນ ກອງພົນທີ 2 ເພື່ອສ້າງບັນຍາກາດ ຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 73 ປີ. ການເຂົ້າຮ່ວມແຂ່ງຂັນກີລາ ຍິງປືນໃນຄັ້ງນີ້, ກໍເພື່ອສ້າງບັນ ຍາກາດແຫ່ງຄວາມສາມັກຄີໄມ ຕີຈິດມິດຕະພາບ ແລະ ຄວາມ ເບີກບານມ່ວນຊື່ນຟົດພື້ນຮ່ວມ ກັນ ລະ ຫວ່າງກອງບັນຊາການທະ ຫານ ແຂວງໄຊຍະບູລີ ກັບກອງ ພົນທີ 2 , ທັງເປັນການເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ແລະ ພົບປະແລກປ່ຽນບົດຮຽນລະ ຫວ່າງນັກກີລາຍິງປືນດ້ວຍກັນ, ປະເພດກີລາທີ່ໄດ້ເຂົ້າຮ່ວມແຂ່ງໃນຄັ້ງນີ້ລວມມີ 4 ປະເພດກີ ລາ ຄື: ທີມຊາຍປະເພດປືນຍາວ (ອາກາ)ໄລຍະຍິງ 100 ແມັດ, ປືນສັ້ນ ກາ 59 ໄລຍະຍິງ 25 ແມັດ, ທີມຍິງປະເພດປືນຍາວ (ອາກາ) ໄລຍະຍິງ 100 ແມັດ, ປືນສັ້ນ ກາ 59 ໄລຍະຍິງ 25 ແມັດ, ຜ່ານການແຂ່ງຂັນທີມເພດ ຍິງທະຫານແຂວງໄຊຍະບູລີ ປະ ເພດປືນອາກາ ໄລຍະຍິງ 100 ແມັດ ໄດ້ທີ 1 ໄດ້ຂັນ 1 ໜ່ວຍ, ພ້ອມເງິນສົດ 1 ລ້ານກີບ. ຂ່າວ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ