ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວຕກ ສະຫຼຸບວຽກງານຮ່ວມມື ກັບຄະນະຊ່ຽວຊານກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2022-01-24 09:49:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ:



ວັນທີ 14 ມັງກອນ 2022 ນີ້, ວິທະຍາຄານເຕັກນິກການ ທະຫານ (ວຕກ) ໄດ້ຈັດພິທີສະ ຫຼຸບວຽກງານຮ່ວມມືລະຫວ່າງ ຄະນະຊ່ຽວຊານຈາກວິທະຍາ ຄານເຕັກນິກການທະຫານກອງ ທັບປະຊາຊົນຫວຽດນາມ ໂດຍ ການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ສະ ຫາຍ ປອ ເລວັນຕວາ ພ້ອມຄະ ນະ, ສະຫາຍ ພົນຈັດຕະວາ ແສງ ຍືນ ລັດສະໝີ ເລຂາຄະນະພັກ ຫົວໜ້າການເມືອງ ວຕກ ພ້ອມ ດ້ວຍຄະນະພັກ-ຄະນະອໍານວຍການ, ຕາງໜ້າກົມວິຊາສະເພາະ ທີ່ກ່ຽວຂ້ອງ, ຄະນະວິຊາຄູ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າ ຮ່ວມ. ສະຫາຍ ພັນໂທ ບຸນກວ້າງ ເທບທອງໃສ ຮອງຫົວໜ້າຫ້ອງ ເສນາອົບຮົມ ວຕກ ໄດ້ຍົກໃຫ້ ເຫັນຜົນສໍາເລັດຫຼາຍດ້ານຜ່ານ ການຮ່ວມມືຂອງ 2 ສະຖາບັນ ການສຶກສາ ເຊິ່ງໄດ້ດໍາເນີນມາ ເປັນເວລາ 3 ເດືອນ ເປັນຕົ້ນ ແມ່ນການກໍ່ສ້າງພະນັກງານເສ ນາເຕັກນິກຂັ້ນກອງພັນໃຫຍ່, ກອງພົນລະດັບ 6 ເດືອນ, ການ ສ້າງເອກະສານສິດສອນວຽກ ງານເຕັກນິກ, ເສນາເຕັກນິກ, ວຽກງານເຕັກນິກລົດໂອໂຕໃນ ພາວະສັນຕິພາບ ແລະ ພາວະ ສົງຄາມ. ນອກຈາກນັ້ນ ຄະນະ ຊ່ຽວຊານຫວຽດນາມຍັງໄດ້ ສ້າງບົດຫັດແອບຮັບປະກັນເຕັກ ນິກຂອງຂະແໜງລົດໂອໂຕ, ເອ ກະສານຄຸ້ມຄອງຄວາມປອດໄພ ແຮງງານ ແລະ ປ້ອງກັນຜົນກະ ທົບຕໍ່ສິ່ງແວດລ້ອມຂອງຂະແໜງ ຍຸດໂທ. ເພື່ອເປັນການຈາລຶກຄຸນງາມ ຄວາມດີ, ຍ້ອງຍໍສັນລະເສີນຜົນ ງານອັນດີເດັ່ນທີ່ຄະນະຊ່ຽວຊານ ຫວຽດນາມມີຕໍ່ກອງທັບປະຊາ ຊົນລາວ ເວົ້າລວມ ເວົ້າສະເພາະ ແມ່ນໄດ້ປະກອບສ່ວນຊ່ວຍເຫຼືອ ປັບປຸງໂຄງການຫຼັກສູດການ ຮຽນ-ການສອນຂອງ ວຕກ ໃຫ້ມີປະສິດທິຜົນສູງ, ມີລັກສະ ນະກ້າວໜ້າທັນສະໄໝ, ແທດ ເໝາະກັບສະພາບຄວາມເປັນ ຈິງ ທຽບທັນກັບພາກພື້ນ ແລະ ສາກົນນັ້ນ, ກະຊວງປ້ອງກັນປະ ເທດຈຶ່ງໄດ້ຕົກລົງມອບຫຼຽນ ກາມິດຕະພາບໃຫ້ຄະນະຊ່ຽວ ຊານຫວຽດນາມ ເຊິ່ງກ່າວມອບ ໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຫົວໜ້າກົມໃຫຍ່ເຕັກ ນິກກອງທັບ ໃນໂອກາດດຽວກັນ ນີ້ສະຫາຍກໍໄດ້ສະແດງຄວາມ ຂອບອົກຂອບໃຈຮູ້ບຸນຄຸນ ແລະ ຕີລາຄາສູງຕໍ່ຜົນງານ, ຄວາມ ເສຍສະຫຼະທາງດ້ານເຫື່ອແຮງ ແລະ ສະຕິປັນຍາ, ຄວາມເອົາໃຈ ໃສ່ທີ່ຄະນະຊ່ຽວຊານຫວຽດນາມ ເຂົ້າໃນວຽກງານກໍ່ສ້າງ ແລະ ປັບປຸງຂະແໜງເຕັກນິກກອງທັບ ປະຊາຊົນລາວ, ເຮັດໃຫ້ພະນັກ ງານ-ນັກຮົບຂອງລາວ ເວົ້າສະ ເພາະພະນັກງານ-ຄູອາຈານຢູ່ ວຕກ ມີຄວາມຮູ້ຄວາມສາມາດ ເຮັດສໍາເລັດໜ້າທີ່ວິຊາສະເພາະ ເປັນຢ່າງດີ, ເປັນການປະກອບ ສ່ວນເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ ສອງລັດ ສອງກອງທັບ ລາວ ແລະ ຫວຽດນາມ ເວົ້າລວມ ເວົ້າ ສະເພາະແມ່ນໃນຂົງເຂດວຽກ ງານເຕັກນິກຂອງສອງກອງທັບ ເຊິ່ງຍາມໃດກໍໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫຼືອໃນທຸກຂົງເຂດ ວຽກງານເປັນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະ ນົງແກ່ນຕະຫຼອດໄປ, ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະ ພາບດັ່ງກ່າວຈົ່ງເບັ່ງບານໄປຊົ່ວ ກາລະນານ ແລະ ອວຍພອນໃຫ້ຄະ ນະຊ່ຽວຊານຈົ່ງເດີນທາງກັບປະ ເທດດ້ວຍຄວາມສະຫວັດດີພາບ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ